• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຕອນຄໍ່າວັນທີ 18 ສິງຫາ: ໄຂງານມະຫາກໍາກິລາ ອາຊີ 2018

ງານມະຫາກໍາກິລາອາຊີ  2018 ( ASIAD 2018) ຈະຖືກໄຂຂຶ້ນໃນຕອນຄໍ່າວັນທີ 18 ສິງຫາ, ຢູ່ສະໜາມກິລາ Gelora Bung Karno, Jakarta ປະເທດອິນໂດເນເຊຍ. ພິທີໄຂໄດ້ເລີ່ມດໍາເນີນແຕ່ເວລາ 19 ໂມງ ແລະແກ່ຍາວເປັນເວລາ 03 ຊົ່ວໂມງ, ໂດຍມີການເຂົ້າຮ່ວມຂອງນັກເຕັ້ນລໍາຈໍານວນ 4.000 ຄົນ, ນັກຮ້ອງເພງ 18 ຄົນ ແລະ ນັກເສບດົນຕີຊາວ ອິນໂດເນເຊຍ ນັບຮ້ອຍຄົນ.


 ກໍາລັງປະກອບອາວຸດພ້ອມແລ້ວທີ່ຈະປ້ອງກັນຄວາມສະຫງົບໃຫ້ ASIAD 2018

 (ພາບ: AP)

ງານມະຫາກໍາກິລາ ໃຫຍ່ສຸດ ອາຊີ ໄດ້ດໍາເນີນ ແຕ່ວັນທີ 18 ສິງຫາ ຫາວັນທີ 02 ກັນຍາ, ໂດຍມີການເຂົ້າຮ່ວມຂອງນັກກິລາ 11.000 ຄົນ ມາຈາກ 45 ປະເທດ ແລະ ເຂດແຄວ້ນໃນພາກພື້ນອາຊີ. ບັນດານັກກິລາ ໄດ້ແຂ່ງຂັນກັນໃນ 462 ລາຍການ ຂອງ 40 ປະເພດກິລາ. ໂດຍເຂົ້າຮ່ວມ ASIAD 2018 ຄັ້ງນີ້, ຄະນະກິລາຫວຽດນາມມີນັກກິລາຈໍານວນ 352 ຄົນ, ດ້ວຍການວາງຄາດໝາຍວ່າ ຈະຄວ້າເອົາຫຼຽນຄໍາ ແຕ່ 3 - 5 ຫຼຽນ.

        ກ່ອນໜ້ານັ້ນ, ຕອນຄໍ່າວັນທີ 17 ສິງຫາ, ໃນການແຂ່ງຂັນຮອບຄັດເລືອກ ຂອງກິລາບານເຕະຊາຍ ຢູ່ ASIAD, ທີມ Olympic ມາເລເຊຍ ໄດ້ນໍາມາໃຫ້ຄວາມປະເອີບໃຈ ເມື່ອເອົາຊະນະ ທີມ Olympic ສ.ເກົາຫຼີ ດ້ວຍ 2 ປະຕູຕໍ່ 1, ສາມາດຢືນອັນດັບທີໜຶ່ງຂອງສາຍ E ແລະ ຈະແຂ່ງຂັນພົບກັບ ທີມ Olympic ຫວຽດນາມ ແລະ Olympic ຍີ່ປຸ່ນ ໃນຮອບ 16 ທີມ.

(ແຫຼ່ງຄັດຈາກ VOV)


ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top