• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຕວຽນກວາງ ຈັດພິທີໄຫວ້ອາໄລ, ປົງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ

ມາຮອດປະຈຸບັນ ບັນດາກຳລັງໃນບໍລິເວນແຂວງ ຕວຽນກວາງ ໄດ້ຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 149 ອັດຖິ
ທີ່ພິທີໄຫວ້ອາໄລ, ປົງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ (ພາບ: VNA)

ຕອນເຊົ້າວັນທີ 15 ຕຸລາ, ຄະນະພັກແຂວງ, ສະພາປະຊາຊົນແຂວງ, ຄະນະກຳມະການປະຊາຊົນແຂວງ, ຄະນະກຳມະການແນວໂຮມປະເທດຊາດແຂວງ ຕວຽນກວາງ ໄດ້ຈັດພິທີໄຫວ້ອາໄລ, ປົງອັດຖິນັກຮົບເສຍສະຫຼະຊີວິດເພື່ອ​ຊາດ 93 ອັດ​ຖິ ​ຢູ່​ເຂດສຸສານນັກຮົບ​ເສຍ​ສະ​ຫຼ​ະ​ຊີ​ວິດ​ເພື່ອ​ຊາດ ວິຊວຽນ.

ໃນ​ບັ້ນ​ເຄື່ອນ​ໄຫວ 500 ວັນ ແລະ ຄືນ​ຊອກຫາ, ​ທ້ອນ​ໂຮມ ແລະ ​ຢັ້ງ​ຢືນ​ຊື່ ແລະ ນາມ​ສະ​ກຸນ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ, ມາ​ຮອດ​ປະ​ຈຸ​ບັນ ບັນ​ດາກຳລັງ​ໃນ​ບໍ​ລິ​ເວນ​ແຂວງ ຕວຽນກວາງ ໄດ້​ຊອກຫາ, ​ທ້ອນ​ໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອ​ຊາດ 149 ອັດ​ຖິ, ໃນນັ້ນມີອັດຖິນັກຮົບເສຍສະຫຼະຊີວິດເພື່ອ​ຊາດ 148 ອັດ​ຖິທີ່ເສຍ​ສະ​ຫຼະຊີວິດໃນການຕໍ່ສູ້ເພື່ອປົກປ້ອງຊາຍແດນທາງພາກເໜືອ ແລະ ນັກຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ 1 ຄົນ ທີ່ເສຍສະ​ຫຼະຊີວິດໃນການຕໍ່ສູ້ຕ້ານ​ພວກ​ລ່າ​ເມືອງຂຶ້ນ ຝລັ່ງ. ໃນຈຳ​ນວນນັ້ນ, ມີອັດຖິນັກຮົບເສຍສະຫຼະຊີວິດເພື່ອ​ຊາດ 5 ອັດຖິທີ່ມີຂໍ້ມູນຄົບຖ້ວນ ແລະ ໄດ້ມອບໃຫ້ບັນ​ດາທ້ອງຖິ່ນ ​ພ້ອມ​ກັບຄອບຄົວ​ຕາມ​ຄວາມ​ມຸ່ງ​ຫວັງຂອງ​ຍາດ​ຕິ​ພີ່​ນ້ອງ.

ບົດ​ກ່າ​ວ​ໄວ້​ອາ​ໄລ​ທີ່​ພິ​ທີຂອງ ທ່ານ ຟານຮຸຍງອກ, ປະທານຄະນະກຳ​ມະ​ການ​ປະ​ຊາ​ຊົນແຂວງ ຕວຽນກວາງ, ໄດ້​ດັງ​ຂຶ້ນເຕັມໄປດ້ວຍຄວາມຕື້ນຕັນໃຈ ແລະ ສະຫງ່າງາມ:

"ເລືອດເນື້ອຂອງພວກ​ອ້າຍໄດ້ເຈືອ​ຈານ​ເຂົ້າ​ກັບ​ດິນ​ແດນປະເທດຊາດ, ປະ​ກອບ​ສ່ວນເຂົ້າໃນການປົກ​ປັກ​ຮັກ​ສາອະທິປະໄຕ​ທີ່ສັກ​ກະ​ລະ​ບູ​ຊາ​ຂອງປະເທດຊາດ, ​ຂຽນ​​ໜ້າ​ປະ​ຫວັດ​ສາດທີ່ຮຸ່ງເຮືອງຂອງຊາດ ແລະ ເສີມຂະຫຍາຍຄຸນນະພາບ​ອັນ​ສູງ​ສົ່ງ​ຂອງທະຫານລຸງໂຮ່. ການເສຍສະຫຼະ​ຊີ​ວິດອັນ​ສູ​ງ​ສົ່ງນີ້ຈະຖືກຈົດຈຳໄວ້ຕະຫຼອດໄປ​ໃນລຸ້ນ​​ຄົນປະ​ຈຸ​ບັນ ແລະ ​ອະ​ນາ​ຄົດ."

(ແຫຼ່ງຄັດຈາກ VOV)

ເພີ່ມທະວີການຮ່ວມມືໃນຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ລາວ

ເພີ່ມທະວີການຮ່ວມມືໃນຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ລາວ

ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ເພີ່ມ​ທະ​ວີ​​ການປະ​ສານ​ສົມ​ທົບ​ລ​ະ​ຫວ່າງ​ບັນ​ດາ​ອົງ​ການ​ເສ​ນາ​ທິ​ການ​​ຍຸດ​ທະ​ສາດ ຂອງ ສອງ​ພັກ, ຍູ້​ແຮງ​ການ​ແລກ​ປ່ຽນ​ທິດ​ສະ​ດີ, ແບ່​ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ກ່ຽວ​ກັບ​ການ​ກໍ່​ສ້າງ​ພັກ.

Top