• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ດ່າ​ໜັງ ປະ​ກາດ​ແຜນ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ຈັດ​ງານດອງ ດ້ວຍ​ສານ​ທີ່​ວ່າ “ດ່າ​ໜັງ, ບ່ອນ​ເລີ່ມ​ຕົ້ນ​ຄວາມ​ສຸກ”

ຕອນບ່າຍວັນທີ 5 ມິຖຸນາ, ພະແນກທ່ອງທ່ຽວນະຄອນ ດ່າໜັງ ໄດ້ຈັດພິທີປະກາດແຜນການພັດທະນາການທ່ອງທ່ຽວຈັດງານດອງ ດ້ວຍສານທີ່ວ່າ “ດ່າໜັງ, ບ່ອນເລີ່ມຕົ້ນຄວາມສຸກ” (Where happiness begins).
ພິທີປະກາດແຜນການພັດທະນາການທ່ອງທ່ຽວຈັດງານດອງ (ພາບ: toquoc.vn)

ຕາມແຜນການທີ່ໄດ້ປະກາດນັ້ນ, ນະຄອນ ດ່າໜັງ ຜັນຂະຫຍາຍບັນດານະໂຍບາຍບຸລິມະສິດດຶງດູດແຂກທ່ອງທ່ຽວມາຈັດງານດອງ  ໃນໄລຍະ 2 ປີ 2024 – 2025 ສຳລັບບັນດາງານດອງ ທີ່ມີຄະນະແຂກຖືກເຊີນແຕ່ 50 ຄົນ ຂຶ້ນໄປ ຢູ່ບັນດາໂຮງແຮມ ແລະ ເຂດພັກຜ່ອນຢ່ອນອາລົມຢູ່ ດ່າໜັງ ດ້ວຍ 3 ນະໂຍບາຍບຸລິມະສິດຄື: ມອບປີ້ສຳຜັດການບໍລິການຢູ່ບັນດາສະຖານທີ່ທ່ອງທ່ຽວຢູ່ ດ່າໜັງ; ສະແດງສິລະປະພື້ນເມືອງ ຫວຽດນາມ ໃນງານດອງ; ມອບ 01 ຫ້ອງພັກໃຫ້ຄູ່ສົມລົດໃໝ່ຢູ່ໂຮງແຮມ 5 ດາວ...

ນັບແຕ່ວັນທີ 5 ມິຖຸນາ ຫາວັນທີ 9 ມິຖຸນາ, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວນະຄອນ ດ່າໜັງ ໄດ້ຕ້ອນຮັບຜູ້ຕາງໜ້າ 20 ບໍລິສັດຈັດງານດອງທີ່ເປັນມືອາຊີບ ແລະ ຊື່ສຽງມາຈາກບັນດານະຄອນໃຫຍ່ຂອງ ອິນເດຍ ເຊິ່ງລວມມີ Mumbai, New Delhi, Kolkata, Ahmedabad ແລະ ມາຈາກ ບາງກອກ, ປະເທດໄທ ມາ ດ່າໜັງ ເພື່ອສຳຫຼວດສະຖານທີ່ຈັດງານດອງ. ທ່ານນາງ  Lisa Viegas, ຜູ້ອຳນວຍການສະມາຄົມບັນດາບໍລິສັດຈັດງານດອກໂລກ (DWP Congress), ຢັ້ງຢືນວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາສະຖານທີ່ຈັດງານດອງທີ່ໜ້າຈັບໃຈໃນພາກພື້ນ ອາຊີ - ປາຊີຟິກ.

(ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top