• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ດ່ານັ້ງແມ່ນໜຶ່ງໃນ 3 ສະຖານທີ່ທ່ອງທ່ຽວແຖວໜ້າຂອງ ຊາວສ.ເກົາຫຼີ ໃນໂອກາດວັນບຸນໄຫວ້ພະຈັນ

      ວັນທີ 21 ສິງຫາ, ເຄື່ອງມືຊອກຫາບັນດາສະຖານທີ່ທ່ອງທ່ຽວໃນທົ່ວໂລກ Skyscanner ໃຫ້ຮູ້ວ່າ  ນະຄອນ ດ່ານັ້ງ ( ຫວຽດນາມ) ພ້ອມກັບ ເກາະ Jeju (ສ.ເກົາຫຼີ) ແລະ ນະຄອນຫຼວງບາງກອກ (ໄທ) ແມ່ນບັນດາສະຖານທີ່ທີ່ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດຈາກແຂກທ່ອງທ່ຽວ ສ.ເກົາຫຼີ ໃນໂອກາດວັນບຸນໄຫວ້ພະຈັນປີນີ້.
        ນີ້ແມ່ນຜົນງານການວິເຄາະຂອງ Skyscanner ກ່ຽວກັບການຊອກຫາບັນດາສະຖານທີ່ທ່ອງທ່ຽວຂອງ ຊາວສ.ເກົາຫຼີ ໃນລະຫວ່າງວັນທີ 12 – 15 ສິງຫາ ປີນີ້. ການວິເຄາະຂອງ Skyscanner ຊີ້ແຈ້ງວ່າ ດ່ານັ້ງແມ່ນໜຶ່ງໃນບັນດານະຄອນທ່ອງທ່ຽວ ແລະ ພັກຜ່ອນບຳລຸງສຸຂະພາບແຖວໜ້າຂອງ ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ເພາະສະນັ້ນທີ່ນີ້ຈຶ່ງໄດ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມຊົມຊອບຈາກແຂກທ່ອງທ່ຽວ ສ.ເກົາຫຼີ. ນອກຈາກນັ້ນ, ທີ່ນີ້ຍັງມີ ຫາດຊາຍ ໝີເຄ, ໂດຍເປັນໜຶ່ງໃນ 6 ຫາດຊາຍທີ່ດຶງດູດໃຈທີ່ສຸດໃນໂລກ. ດ່ານັ້ງກໍ່ຕັ້ງຢູ່ໃກ້ບັນດາສະຖານທີ່ທ່ອງທ່ຽວຕ່າງໆຄື: ໂຮ້ຍອານ, ບ່ານ່າ ແລະ ຫງຸແຫ່ງເຊີນ.
 (ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເດີນທາງກັບ​ເມືອ​ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ ​ໄປ​ປະ​ຕິ​ບັດ​ຢູ່ ອາ​ເມ​ລິ​ກາ ແລະ ບ​ຣາ​ຊິນ​ຢ່າງ​ຈົບ​ງາມ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເດີນທາງກັບ​ເມືອ​ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ ​ໄປ​ປະ​ຕິ​ບັດ​ຢູ່ ອາ​ເມ​ລິ​ກາ ແລະ ບ​ຣາ​ຊິນ​ຢ່າງ​ຈົບ​ງາມ

ໃນ 8 ວັນຢູ່ ອາເມລິກາ ແລະ ບຣາຊິນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມີບັນດາການເຄື່ອນໄຫວທີ່ພົ້ນເດັ່ນ, ຕໍ່ເນື່ອງ ດ້ວຍ ກ່ວາ 70 ການເຄື່ອນໄຫວ ຢູ່ 5 ນະຄອນ

Top