• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍ້ອງຍໍຊົມເຊີຍ ຊາວໜຸ່ມດີເດັ່ນນະຄອນຫຼວງຮ່າໂນ້ຍປີ 2018 10 ຄົນ

ຕອນຄໍ່າວັນທີ 08 ມັງກອນ, ຢູ່ອະນຸສາວະລີ ຫຼີ໊ຖ໊າຍໂຕ໋, ນະຄອນຫຼວງຮ່າໂນ້ຍ, ຄະນະຊາວໜຸ່ມນະຄອນຮ່າໂນ້ຍ ໄດ້ຈັດຕັ້ງພິທີຍ້ອງຍໍຊົມເຊີຍຊາວໜຸ່ມດີເດັ່ນນະຄອນຫຼວງຮ່າໂນ້ຍປິ 2018 ຈໍານວນ 10 ຄົນ ແລະ ງານບຸນຕ້ອນຮັບລະດູບານໃໝ່ 2019.
ປີ 2019 ແມ່ນປີີທີ 10 ເຊິ່ງຄະນະຊາວໜຸ່ມນະຄອນຮ່າໂນ້ຍ ໄດ້ເຊີດຊູ ແລະ ມອບລາງວັນ “ຊາວໜຸ່ມດີເດັ່ນນະຄອນຫຼວງ”. ນີ້ແມ່ນລາງວັນຂອງຄະນະຊາວໜຸ່ມນະຄອນຮ່າໂນ້ຍ ມອບໃຫ້ແກ່ຊາວໜຸ່ມ, ເຍົາວະຊົນ ຜູ້ທີ່ມີຜົນງານ ແລະ ການປະກອບສ່ວນດີເລີດໃນບັນດາຂົງເຂດຊີວິດສັງຄັມ.

ພິທີຍ້ອງຍໍຊົມເຊີຍຊາວໜຸ່ມດີເດັ່ນນະຄອນຫຼວງຮ່າໂນ້ຍປິ 2018 (ພາບ:kinhtethudo.vn) 
ຕາມ ທ່ານ ຫງວຽນດຶກຕ໊ຽນ, ຮອງເລຂາຄະນະຊາວໜຸ່ມນະຄອນຮ່າໂນ້ຍ ແລ້ວ, ຊາວໜຸ່ມ 10 ຄົນ ທີ່ໄດ້ຮັບການເຊີດຊູໃນຄັ້ງນີ້ ຈະສືບຕໍ່ແມ່ນແຫຼ່ງບັນດານໃຈສໍາລັບບັນດາຊາວໜຸ່ມນະຄອນຫຼວງໃນໄລຍະຈະມາເຖິງ. ຜ່ານນັ້ນສ້າງຄວາມໄວ້ເນື້ອເຊື່ອໃຈຕໍ່ຄະນະພັກ, ອໍານາດການປົກຄອງຂັ້ນຕ່າງໆ ກ່ຽວກັບຄົນລຸ້ນໜຸ່ມ ທີ່ມີຫົວຄິດປະດິດສ້າງໃນການເຊື່ອມໂຍງ ເພື່ອປະເທດຊາດ. ພ້ອມກັນນັ້ນ, ສັງຄົມກໍຮັບຮູ້ຊາວໜຸ່ມນະຄອນຫຼວງ ດ້ວຍມູມມອງທີ່ມີການປ່ຽນແປ່ງໃໝ່ຢ່າງແທ້ຈິງ, ນັ້ນແມ່ນຊາວໜຸ່ມນະຄອນຫຼວງ ໄດ້ອຸທິດຕົນ ເຮັດແນວໃດເພື່ອໃຫ້ປະເທດຊາດ ນັບມື້ນັບ ຈະເລີນຮຸ່່ງເຮືອງວີວິໄລ.

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ຕອນບ່າຍວັນທີ 1 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານວາລະເຮັດວຽກທີ 2 ຂອງ ຄະນະຊີ້ນຳແຫ່ງຊາດຜັນຂະຫຍາຍມະຕິສະບັບເລກທີ 68 ຂອງກົມການເມືອງກ່ຽວກັບການພັດທະນາເສດຖະກິດເອກະຊົນ.

Top