• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍ້ອງຍໍຊົມເຊີຍທິມບານເຕະ U23 ຫວຽດນາມ ຄວ້າໄດ້ແຊັມອາຊີຕາເວັນອອກສ່ຽງໃຕ້

ໃນຮອບຊີງຊະນະເລີດທີ່ຈັດຂຶ້ນໃນຕອນຄ່ຳວັນທີ 26 ກຸມພາ ຢູ່ ກຳປູເຈຍ, ລູກໂມ່ງຂອງກອງໜ້າ ເຈິ່ນບ໋າວຕວ່ານ ໄດ້ພາໃຫ້ ທິມບານເຕະ U23 ຫວຽດນາມ ເອົາຊະນະທິມ U23 ໄທ 1 ປະຕູ ຕໍ່ 0 ແລະ ສາມາດຄວ້າແຊັມອາຊີຕາເວັນອອກສ່ຽງໃຕ້ ປີ 2022.

  ສະຫະພັນບານເຕະ ຫວຽດນາມ ໄດ້ມອບລາງວັນມີມູນຄ່າ 2,7 ຕື້ດົ່ງ

ໃຫ້ແກ່ຄະນະນັກກິລາ U23 ຫວຽດນາມ (ພາບ: VOV)  

 ຕອນຄ່ຳວັນທີ 27 ກຸມພາ, ຢູ່ນະຄອນ ໂຮ່ຈີມິນ, ສະຫະພັນບານເຕະ ຫວຽດນາມ ໄດ້ຈັດຕັ້ງພິທີຕ້ອນຮັບ ແລະ ຍ້ອງຍໍຊົມເຊີຍນັກກິລາ ແລະ ຄະນະຄູຝຶກທິມບານເຕະ U23  ຫວຽດນາມ ພາຍຫຼັງທີ່ຄວ້າໄດ້ແຊມ U23  ອາຊີຕາເວັນອອກສ່ຽງໃຕ້ 2022. ໃນຮອບຊີງຊະນະເລີດທີ່ຈັດຂຶ້ນໃນຕອນຄ່ຳວັນທີ 26 ກຸມພາ ຢູ່ ກຳປູເຈຍ, ລູກໂມ່ງຂອງກອງໜ້າ ເຈິ່ນບ໋າວຕວ່ານ ໄດ້ພາໃຫ້ ທິມບານເຕະ U23 ຫວຽດນາມ ເອົາຊະນະທິມ U23  ໄທ 1 ປະຕູ ຕໍ່ 0 ແລະ ສາມາດຄວ້າແຊັມອາຊີຕາເວັນອອກສ່ຽງໃຕ້ ປີ 2022.

ທີ່ພິທີ, ສະຫະພັນບານເຕະ ຫວຽດນາມ ໄດ້ມອບລາງວັນມີມູນຄ່າ 2,7 ຕື້ດົ່ງ ໃຫ້ແກ່ຄະນະນັກກິລາ U23  ຫວຽດນາມ. ວິສາຫະກິດຈຳນວນໜຶ່ງກໍມອບຂອງຂວັນດ້ວຍເງິນຈຳນວນ 1,1 ຕື້ດົ່ງ ໃຫ້ແກ່ນັກກິລາ ແລະ ຄະນະຄູຝຶກ. ທ່ານ ດິງເຖ໊ນາມ, ຫົວໜ້າຄູຝຶກບານເຕະ U23  ຫວຽດນາມ ແບ່ງປັນວ່າ:

ພວກຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈມາຍັງແຟນບານເຕະ ຫວຽດນາມ, ກໍຄືຊາວ ຫວຽດນາມ ທີ່ພວມດໍາລົງຊີວິດຢູ່ ກຳປູເຈຍ ທີ່ໄດ້ເຊຍໃຫ້ກຳລັງໃຈພວກຂ້າພະເຈົ້າ. ວິສາຫະກິດ ຢູ່ ກຳປູເຈຍ ກໍສະໜັບສະໜູນຢຸກຢາ, ອາຫານການກິນຕ່າງໆເພື່ອເຂົ້າຮ່ວມການແຂ່ງຂັນ”.

ນັກກິລາສ່ວນຫຼາຍໃນທິມ U23  ຫວຽດນາມ ແມ່ນຍັງໜຸ່ມແໜ້ນ, ມີອາຍຸພຽງ 19 ຫາ 21 ປີ ເທົ່ານັ້ນ. ແລະນະທີ່ນີ້, ທ່ານ ດິງເຖ໊ນາມ ຫົວໜ້າຄູຝຶກທິມບານເຕະ U23  ຫວຽດນາມ ກໍໄດ້ນຳສະເໜີ ນັກກິລາ 5 ຄົນ ທີ່ຈະເຂົ້າຮ່ວມ Sea Games 31 ຈະມາເຖິງຢູ່ ຫວຽດນາມ.


(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top