• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍົກສູງປະສິດທິຜົນນະໂຍບາຍສິນເຊື່ອໃນການປະຕິບັດເປົ້າໝາຍຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ

ຈາກ 3 ໂຄງການສິນເຊື່ອທີ່ໄດ້ມອບ - ຮັບ (ໂຄງການຄອບຄົວທຸກຍາກ, ນັກຮຽນ, ນັກສຶກສາ ແລະ ແກ້ໄຂວຽກເຮັດງານທຳ), ມາຮອດປະຈຸບັນບ້ວງສິນເຊື່ອນະໂຍບາຍສັງຄົມ ໄດ້ ແລະ ພວມຜັນຂະຫຍາຍຫຼາຍກວ່າ 20 ໂຄງການ.

ຕອນເຊົ້າວັນທີ 23 ກັນຍາ, ຢູ່ຮ່າໂນ້ຍ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ໄດ້ສົມທົບກັບທະນາຄານນະໂຍບາຍສັງຄົມ ຈັດກອງປະຊຸມໂດຍກົງຜ່ານເຄືອຂ່າຍອີນເຕີແນັດທົ່ວປະເທດ ກ່ຽວກັບບົດບາດປະສິດທິຜົນ, ນະໂຍບາຍສິນເຊື່ອ ໃນການປະຕິບັດເປົ້າໝາຍຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ. ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ, ຫົວໜ້າຄະນະຊີ້ນຳສູນກາງບັນດາໂຄງການເປົ້າໝາຍແຫ່ງຊາດໄດ້ເຂົ້າຮ່ວມ ແລະ ເປັນປະທານກອງປະຊຸມ.

        ຈາກ 3 ໂຄງການສິນເຊື່ອທີ່ໄດ້ມອບ - ຮັບ (ໂຄງການຄອບຄົວທຸກຍາກ, ນັກຮຽນ, ນັກສຶກສາ ແລະ ແກ້ໄຂວຽກເຮັດງານທຳ), ມາຮອດປະຈຸບັນບ້ວງສິນເຊື່ອນະໂຍບາຍສັງຄົມ ໄດ້ ແລະ ພວມຜັນຂະຫຍາຍຫຼາຍກວ່າ 20 ໂຄງການ ແລະ ບາງລາຍການ, ໂຄງການໂດຍບັນດາທ້ອງຖິ່ນ, ອົງການຈັດຕັ້ງ, ສ່ວນບຸກຄົນທັງຢູ່ພາຍໃນ ແລະ ຕ່າງປະເທດ ມອບສິດໃຫ້ທະນາຄານນະໂຍບາຍສັງຄົມປະຕິບັດ. ໃນໄລຍະປີ 2016 ຮອດວັນທີ 31 ສິງຫາ 2019, ໄດ້ມີຄອບຄົວທຸກຍາກ ແລະ ບັນດາເປົ້າໝາຍນະໂຍບາຍອື່ນ ໄດ້ກູ້ຢືມທຶນຈາກທະນາຄານນະໂຍບາຍສັງຄົມ, ດ້ວຍຈຳນວນເງິນໃຫ້ກູ້ຢືມບັນລຸກວ່າ 220.000 ຕື້ດົ່ງ; ປະກອບສ່ວນຊ່ວຍໃຫ້ຄອບຄົວທຸກຍາກຜ່ານຜ່າລະດັບທຸກຍາກໄປໄດ້ກວ່າ 1,4 ລ້ານຄອບຄົວ.

        ທີ່ກອງປະຊຸມ, ຄຳເຫັນຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ ໄດ້ໄຈ້ແຍກ ວິເຄາະໝາກຜົນທີ່ບັນລຸໄດ້, ບົດຮຽນກ່ຽວກັບການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ, ພ້ອມທັງສະເໜີໃຫ້ທ່ານນາຍົກລັດຖະມົນຕີ, ບັນດາກະຊວງ, ຂະແໜງການຍົກລະດັບການລົງທຶນໜູນຊ່ວຍໃຫ້ຄອບຄົວທຸກຍາກ ແລະ ບັນດາເປົ້າໝາຍນະໂຍບາຍອື່ນ ພິເສດແມ່ນຢູ່ບັນດາເມືອງທຸກຍາກ, ຕາແສງທຸກຍາກ, ບ້ານທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ. ທະວີຄູນແບບຢ່າງຢູ່ບັນດາບ້ານທີ່ປະຕິບັດໄດ້ເປັນຢ່າງດີ, ປ່ຽນແປງໃໝ່ວິທີການປະຕິບັດກົນໄກນະໂຍບາຍ…

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ການ​ຮ່ວມ​ມື ແມ່​ນ້ຳ​ຂອງ - ລ​້ານ​ຊາງ ຄັ້ງ​ທີ 8

ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ການ​ຮ່ວມ​ມື ແມ່​ນ້ຳ​ຂອງ - ລ​້ານ​ຊາງ ຄັ້ງ​ທີ 8

ທ່ານລັດຖະມົນຕີ ບຸຍແທັງເຊີນ ໄດ້ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນ ແລະ ສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າໃນການຮ່ວມມືລະຫວ່າງ 6 ປະເທດ.

Top