• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍົກສູງຄວາມຮັບຮູ້ກ່ຽວກັບທີ່ຕັ້ງ, ບົດບາດ, ຄວາມສຳຄັນຂອງວຽກງານກໍ່ສ້າງ ແລະ ປະຕິບັດກົດໝາຍ

      ໃນໄລຍະຈະມາເຖິງ, ຕ້ອງສຸມແຫຼ່ງກຳລັງປະຕິບັດໜ້າທີ່ຈຸດສຸມຂອງປີ 2022; ຍົກສູງຄວາມຮັບຮູ້ກ່ຽວກັບທີ່ຕັ້ງບົດບາດ, ຄວາມສຳຄັນຂອງວຽກງານກໍ່ສ້າງ ແລະ ປະຕິບັດກົດໝາຍ; ໃກ້ຊິດຕິດແທດກັບແນວທາງ, ແຜນນະໂຍບາຍຂອງພັກ, ສະພາບການຕົວຈິງ. 
 
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)
      ວັນທີ 21 ທັນວາ, ກະຊວງຍຸຕິທຳ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມທົ່ວປະເທດກ່ຽວກັບການຜັນຂະຫຍາຍວຽກງານຍຸຕິທຳປີ 2022 ຕາມຮູບແບບທາງໄກເຊື່ອມຕໍ່ກັບ 63 ແຂວງ, ນະຄອນ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ຖືວ່າ: ໃນໄລຍະຈະມາເຖິງ, ຕ້ອງສຸມແຫຼ່ງກຳລັງປະຕິບັດໜ້າທີ່ຈຸດສຸມຂອງປີ 2022; ຍົກສູງຄວາມຮັບຮູ້ກ່ຽວກັບທີ່ຕັ້ງບົດບາດ, ຄວາມສຳຄັນຂອງວຽກງານກໍ່ສ້າງ ແລະ ປະຕິບັດກົດໝາຍ; ໃກ້ຊິດຕິດແທດກັບແນວທາງ, ແຜນນະໂຍບາຍຂອງພັກ, ສະພາບການຕົວຈິງ. ສ້າງກົງຈັກໃຫ້ກະທັດລັດ, ເຄື່ອນໄຫວຢ່າງມີປະສິດທິຜົນ, ຕິດພັນກັບການສ້າງໂຄງປະກອບ, ຍົກສູງຄຸນນະພາບຂອງຖັນແຖວພະນັກງານ, ລັດຖະກອນ; ຍູ້ແຮງການປະຕິຮູບລະບຽບການບໍລິຫານ, ຍົກສູງກຳລັງຄວາມສາມາດຮັບໃຊ້ປະຊາຊົນ. ທ່ານກ່າວວ່າ:
            “ຂະແໜງຍຸຕິທຳຕ້ອງເປັນເຈົ້າການຍູ້ແຮງວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້, ການສະແຫວງຫາຜົນປະໂຫຍດເປັນກຸ່ມນັບແຕ່ເວລາສ້າງລະບອບລະບຽບການໃຫ້ຫຼາຍກວ່າອີກ. ຕ້ອງຖືຜົນປະໂຫຍດແຫ່ງຊາດ, ຜົນປະໂຫຍດສ່ວນລວມແມ່ນເໜືອກວ່າສິ່ງໃດໝົດ, ກ່ອນອື່ນໝົດ, ເພື່ອປະກອບສ່ວນເຂົ້າໃນການສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນຢ່າງແທ້ຈິງ”.  
            ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ປະດັບຫຼຽນໄຊແຮງງານຊັ້ນໜຶ່ງ, ຊັ້ນສອງ, ຊັ້ນສາມ ແລະ ມອບໃບຍ້ອງຍໍຂອງນາຍົກລັດຖະມົນຕີ ໃຫ້ແກ່ໝູ່ຄະນະ, ສ່ວນບຸກຄົນທີ່ມີຜົນງານດີເດັ່ນໃນການຊີ້ນຳ, ຈັດຕັ້ງຜັນຂະຫຍາຍປະຕິບັດໜ້າທີ່ການເມືອງຂອງປະເທດ, ຂອງຂະແໜງການທີ່ໄດ້ຮັບມອບໝາຍ, ປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.
(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top