• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍົກສູງກຳລັງຄວາມສາມາດສົ່ງອອກໃຫ້ແກ່ວິສາຫະກິດຂະໜາດກາງ ແລະ ນ້ອຍ ໂດຍແມ່ຍິງເປັນເຈົ້າຂອງ

      ຕອນເຊົ້າວັນທີ 21 ທັນວາ, ຢູ່ຮ່າໂນ້ຍ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ສົມທົບກັບຄູ່ຮ່ວມມື ສ.ເກົາຫຼີ ແລະ ບັນດາສະມາຊິກ ອາຊຽນ ຈັດຕັ້ງກອງປະຊຸມສໍາມະນາ ດ້ວຍຫົວຂໍ້ “ອາຊຽນ ກ່ຽວກັບການຍົກສູງກຳລັງຄວາມສາມາດສົ່ງອອກໃຫ້ແກ່ວິສາຫະກິດຂະໜາດກາງ ແລະ ນ້ອຍ ໂດຍແມ່ຍິງເປັນເຈົ້າຂອງ”.
ທ່ານນາງ ມາຍທິຖຸ່ຍ, ປະທານສະມາຄົມວິສາຫະກິດເພດຍິງຂະໜາດກາງ ແລະ ນ້ອຍ ນະຄອນ ຮ່າໂນ້ຍ ກ່າວຄຳເຫັນທີ່ພິທີ (ພາບ: congthuong.vn)
      ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ປຶກສາຫາລື, ແບ່ງປັນປະສົບການບົດຮຽນໃຫ້ແກ່ວິສາຫະກິດຂະໜາດກາງ ແລະ ນ້ອຍ ໂດຍແມ່ຍິງເປັນເຈົ້າຂອງເພື່ອຍົກສູງກຳລັງແກ້ງແຍ້ງ ແລະ ປົວແປງຄວາມສາມາດແຊກຊຶມກັບຕະຫຼາດທົ່ວໂລກ, ພ້ອມທັງຍົກອອກຂໍ້ສະເໜີແນະກ່ຽວກັບນະໂຍບາຍ ແນໃສ່ຊຸກຍູ້ກຳລັງສົ່ງອອກຂອງບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ ໂດຍແມ່ຍິງເປັນເຈົ້າຂອງ ໄດ້ເຂົ້າຮ່ວມລະບົບມູນຄ່າທົ່ວໂລກ. ທ່ານນາງ ມາຍທິຖຸ່ຍ, ປະທານສະມາຄົມວິສາຫະກິດເພດຍິງຂະໜາດກາງ ແລະ ນ້ອຍ ນະຄອນ ຮ່າໂນ້ຍ ຖືວ່າ:
      ລັດຖະບານກໍໄດ້ວາງອອກນະໂຍບາຍໜູນຊ່ວຍຫຼາຍຢ່າງໃຫ້ແກ່ວິສາຫະກິດຂະໜາດນ້ອຍ ແລະ ກາງ, ຂ້າພະເຈົ້າຖືວ່າ ແມ່ນທັນການທີ່ສຸດ. ແຕ່ປັດຈຸບັນ, ເພື່ອໃຫ້ວິສາຫະກິດສືບຕໍ່ຜະລິດ, ດຳເນີນທຸລະກິດໄດ້ດີນັ້ນ, ລັດຕ້ອງສືບຕໍ່ວາງນະໂຍບາຍທີ່ດີກວ່າອີກ. ຕົວຢ່າງຄື ມີກົນໄກແນວໃດເພື່ອໃຫ້ບັນດາວິສາຫະກິດຜະລິດແບບຍືນຍົງ ແລະ ອຳນວຍຄວາມສະດວກແກ່ວິສາຫະກິດໃຫ້ຫຼາຍກວ່າອີກ”.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top