• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍົກລະດັບເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ

      ພື້ນຖານເສດຖະກິດ ຫວຽດນາມ ນັບມື້ນັບພັດທະນາ, ດ້ວຍກຳລັງຄວາມສາມາດການຜະລິດ ແລະ ເຂົ້າຮ່ວມຕະຫລາດສາກົນນັບມື້ນັບໝັ້ນຄົງເຂັ້ມແຂງ, ລະດັບການເຕີບໂຕສົ່ງອອກແຕ່ 15 – 16%/ປີ, ບັນລຸກ່ວາ 243 ຕື້ USD ໃນປີ 2018.
            ໃນຊຸມປີຜ່ານມາ, ບັນດາເຄື່ອງໝາຍການຄ້າແຫ່ງຊາດຂອງ ຫວຽດນາມ ໄດ້ສະແດງໃຫ້ເຫັນການເຕີບໃຫຍ່ເຂັ້ມແຂງທັງກ່ຽວກັບປະລິມານ ແລະ ຄຸນນະພາບ, ສ້າງທີ່ຕັ້ງບົດບາດໃຫ້ແກ່ເຄື່ອງໝາຍການຄ້າ ຫວຽດນາມ ໃນພາກພື້ນ ແລະ ສາກົນ. ປະຊາຄົມວິສາຫະກິດເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ ໄດ້ ແລະ ພວມມານະພະຍາຍາມກ່ວາອີກ, ຜ່ານຜ່າສິ່ງທ້າທາຍໃນການຜະລິດ, ດຳເນີນທຸລະກິດເພື່ອໃຫ້ເຄື່ອງໝາຍການຄ້າ ຫວຽດນາມ ຍາມໃດກໍ່ມີທີ່ຕັ້ງບົດບາດໃນຕະຫລາດການຄ້າສາກົນ.

ທ່ານ ຫວູບ໊າຝູ໊, ຫົວໜ້າກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ
      ສັບປະດາເຄື່ອງໝາຍການຄ້າແຫ່ງຊາດ 2019 ຫາກໍ່ໄດ້ຮັບການຈັດຕັ້ງ ເພື່ອແນໃສ່ສ້າງຂີດໝາຍແຫ່ງການສະເຫຼີມສະຫຼອງ 11 ປີແຫ່ງວັນນາຍົກລັດຖະມົນຕີເລືອກເອົາວັນທີ 20 ເມສາ ເປັນວັນເຄື່ອງໝາຍການຄ້າ ຫວຽດນາມ ແລະ 16 ປີແຫ່ງວັນນາຍົກລັດຖະມົນຕີອອກຂໍ້ຕົກລົງອະນຸມັດຜ່ານໂຄງການເຄື່ອງໝາຍການຄ້າແຫ່ງຊາດ ດ້ວຍຈຸດປະສົງໂຄສະນາພາບພົດປະເທດຊາດ, ເຄື່ອງໝາຍການຄ້າແຫ່ງຊາດໂດຍຜ່ານເຄື່ອງໝາຍຜະລິດຕະພັນສິນຄ້າ ແລະ ການບໍລິການ.
ວິສາຫະກິດຫວຽດມານະພະຍາຍາມສ້າງເຄື່ອງໝາຍການຄ້າແຫ່ງຊາດ
        ບັນດາບາດກ້າວຂອງເຄື່ອງໝາຍການຄ້າແຫ່ງຊາດ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງໃນ 10 ປີຜ່ານມາ, ນັບແຕ່ປີ 2008, ຫວຽດນາມ ຫາກໍ່ມີວິສາຫະກິດບັນລຸໄດ້ມາດຕະຖານເຄື່ອງໝາຍການຄ້າແຫ່ງຊາດ 30 ແຫ່ງ, ແຕ່ມາຮອດປີ 2018 ໄດ້ມີວິສາຫະກິດເກືອບ 100 ແຫ່ງແລ້ວ. ພື້ນຖານເສດຖະກິດ ຫວຽດນາມ ນັບມື້ນັບພັດທະນາ, ດ້ວຍກຳລັງຄວາມສາມາດການຜະລິດ ແລະ ເຂົ້າຮ່ວມຕະຫລາດສາກົນນັບມື້ນັບໝັ້ນຄົງເຂັ້ມແຂງ, ລະດັບການເຕີບໂຕສົ່ງອອກແຕ່ 15 – 16%/ປີ, ບັນລຸກ່ວາ 243 ຕື້ USD ໃນປີ 2018. ບັນລຸໄດ້ບັນດາຜົນງານດັ່ງກ່າວ ກໍ່ຍ້ອນວ່າການປະກອບສ່ວນຂອງບັນດາວິສາຫະກິດຜະລິດ ແລະ ສົ່ງອອກ ທີ່ມີຄຸນຄ່າທາງດ້ານເຄື່ອງໝາຍການຄ້າ ໄດ້ ແລະ ພວມສ້າງຂຶ້ນໃນຕະຫລາດພາຍໃນ ແລະ ສາກົນ. ທ່ານ ເທີນດຶກຫວຽດ, ຜູ້ອຳນວຍການໃຫຍ່ບໍລິສັດຕັດຫຍິບ 10 ໃຫ້ຮູ້ວ່າ:
        ຊື່ບໍລິສັດຕັດຫຍິບ 10 ເມື່ອຟັງຜ່ານໄປແລ້ວ ກໍ່ອາດຈະແມ່ນບັນດາຄຳສັບທີ່ງ່າຍດາຍ ແຕ່ຂ້າພະເຈົ້າຖືວ່າ: ນັ້ນແມ່ນກຳລັງແຮງຂອງເຄື່ອງໝາຍການຄ້າ ແລະ ເພື່ອໃຫ້ມີກຳລັງແຮງນີ້ ບໍ່ພຽງແຕ່ແມ່ນຊື່ບໍລິສັດຕັດຫຍິບ 10 ເທົ່ານັ້ນ ຫາກຍັງແມ່ນວິວັດທະນາການຂອງກຳມະກອນ, ພາລະກອນບໍລິສັດຕັດຫຍິບ 10 ຫລາຍລຸ້ນຄົນອີກດ້ວຍ ອັນໄດ້ສ້າງບັນດາຜະລິດຕະພັນທີ່ມີຄຸນນະພາບຂອງບໍລິສັດຕັດຫຍິບ 10.”
        ສຳລັບບໍລິສັດຫຸ້ນສ່ວນກົນຈັດໄຟຟ້າ ເຈິ່ນຝູ, ສ້າງເຄື່ອງໝາຍການຄ້າແຫ່ງຊາດແມ່ນປັດໄຈແກ່ນສານ ແລະ ຕິດພັນກັບແຜນການຂອງແຕ່ລະໄລຍະກັບການພັດທະນາປະເທດຊາດ. ຕໍ່ໜ້າການປະກົດຂຶ້ນຂອງການປະຕິວັດອຸດສາຫະກຳ 4.0, ເຈິ່ນຝູ ຍາມໃດກໍ່ປ່ຽນແປງໃໝ່ ແລະ ອັບເດັດບັນດາເຕັກໂນໂລຊີດີຂອງໂລກ ເພື່ອໝູນໃຊ້ເຂົ້າໃນການຜະລິດ ແລະ ປ່ຽນແປງໃໝ່ໃນແຕ່ລະປີ ເພື່ອໃຫ້ມີຜະລິດຕະພັນທີ່ດີ ແລະ ປອດໄພໃນການນຳໃຊ້, ປະຢັດກໍ່ຄືໃນວິວັດການເຄື່ອງໄຫວ, ປະຕິບັດ. ທ່ານນາງ ໂດທິທູຈາ, ຮອງຜູ້ອຳນວຍການໃຫຍ່ບໍລິສັດກົນຈັກໄຟຟ້າ ເຈິ່ນຝູ ໃຫ້ຮູ້ວ່າ:
        ພວກຂ້າພະເຈົ້າໄດ້ວາງແຜນກຳນົດໃນຕະຫລອດ 35 ປີຜ່ານມາ, ທີ 1 ພວກຂ້າພະເຈົ້າແມ່ນນຳໜ້າໃນວິທີຄິດ, ວິທີປະຕິບັດ ແລະ ກ້າປະເຊີນໜ້າກັບສິ່ງທ້າທາຍ. ທີ 2 ແມ່ນພວກຂ້າພະເຈົ້າຍາມໃດກໍ່ມີການປ່ຽນແປງໃໝ່ໃນການໝູນໃຊ້ວິທະຍາສາດເຕັກໂນໂລຊີກ້າວໜ້າໃນໂລກ ເພື່ອປະຕິບັດການຜະລິດອອກບັນດາຜະລິດຕະພັນທີ່ມີຄຸນຄ່າ ແລະ ຄຸນນະພາບສູງ, ສ້າງຄຸນຄ່າໃຫ້ແກ່ຕະຫລາດ, ໃຫ້ຜູ້ຊົມໃຊ້. ທີ 3 ແມ່ນພວກຂ້າພະເຈົ້າຢືດໝັ້ນວ່າ ພຽງແຕ່ຜະລິດອອກບັນດາຜະລິດຕະພັນທີ່ມີຄຸນນະພາບສູງ, ປອດໄພໃຫ້ແກ່ຜູ້ຊົມໃຊ້. ແລະ ປັດໄຈໜຶ່ງອີກ ແມ່ນພວກຂ້າພະເຈົ້າເຊື່ອມຕໍ່ລະບົບລູກຄ້າ ເພື່ອນຳຄຸນຄ່າອັນດີທີ່ສຸດໃຫ້ແກ່ລູກຄ້າ.
ສ້າງເຄື່ອງໝາຍການຄ້າແຫ່ງຊາດແບບຍືນຍົງ ແລະ ໂຕບໃຫຍ່ເຂັ້ມແຂງ
ຕາມຕາຕະລາງຈັດອັນດັບ 100 ເຄື່ອງໝາຍການຄ້າແຫ່ງຊາດທີ່ມີຄຸນຄ່າທີ່ສຸດຂອງໂລກປີ 2018 ຜ່ານມາ ໂດຍ Brand Finance ປະກາດ, “ຫວຽດນາມ” ໄດ້ກຳນົດລາຄາ 235 ຕື້ USD ແລະ ນອນໃນກຸ່ມເຄື່ອງໝາຍການຄ້າທີ່ແຂງແຮງ. ທີ່ຕັ້ງຂອງເຄື່ອງໝາຍການຄ້າໄດ້ຮັບການປັບປຸງສູງຂຶ້ນຢືນອັນດັບທີ 43 ໃນຕາຕະລາງຈັດອັນດັບ ຍ້ອນການປະກອບສ່ວນຂອງໂຄງການເຄື່ອງໝາຍການຄ້າແຫ່ງຊາດ ແລະ ຄວາມມານະພະຍາຍາມຊຸກຍູ້ການເຕີບໂຕເສດຖະກິດຂອງລັດຖະບານ.
ເພື່ອຍົກສູງທ່າແຮງຂອງເຄື່ອງໝາຍການຄ້າ ຫວຽດນາມ, ສ້າງຍຸດທະສາດການໂຄສະນາຄົບຊຸດ, ສະເໝີຕົ້ນສະເໝີປາຍ ແລະ ເປັນມືອາຊີບກ່ຽວກັບເຄື່ອງໝາຍການຄ້າ ຫວຽດນາມ ໃນຕະຫລາດໂລກ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ພວມສ້າງ ແລະ ຈະຍື່ນສະເໜີນາຍົກລັດຖະມົນຕີອະນຸມັດຜ່ານແຜນຮ່າງໂຄງການເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ ໃນໄລຍະໃໝ່ ແລະ ຮ່າງຂໍ້ຕົກລົງຂອງນາຍົກລັດຖະມົນຕີປະກາດໃຊ້ລະບຽບການຄຸ້ມຄອງ ແລະ ປະຕິບັດໂຄງການເຄື່ອງໝາຍການຄ້າແຫ່ງຊາດ. ທ່ານ ຫວູບ໊າຝູ໊, ຫົວໜ້າກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໃຫ້ຮູ້ວ່າ:
ໃນໄລຍະຈະມາເຖິງ ພ້ອມກັບການກຳນົດທິດປ່ຽນແປງໃໝ່ໂຄງການເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ, ກະຊວງອຸດສາຫະກຳ ແລະ ການຄ້າ ຈະມີການກະທຳລະອຽດ, ຍູ້ແຮງການໂຄສະນາເຜີຍແຜ່ ເພື່ອຍົກສູງສະຕິຄວາມຮັບຮູ້ປະຊາຄົມວິສາຫະກິດ, ສັງຄົມ, ອົງການຄຸ້ມຄອງລັດກ່ຽວກັບຄວາມໝາຍບົດບາດຂອງເຄື່ອງໝາຍການຄ້າກະຊວງອຸດສາຫະກຳ ແລະ ການຄ້າຈະສຸມໃສ່ໂຄສະນາພາບພົດເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ ແລະ ໜູນຊ່ວຍວິສາຫະກິດມີເຄື່ອງໝາຍການຄ້າແຫ່ງຊາດ ເພື່ອໂຄສະນາຜະລິດຕະພັນຂອງຕົນຢູ່ຕະຫລາດພາຍໃນກໍ່ຄືຕະຫລາດສາກົນ.
ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຈະໜູນຊ່ວຍຢ່າງຕັ້ງໜ້າໃຫ້ຖັນແຖວວິສາຫະກິດ ຫວຽດນາມ ໂຄສະນາເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ ຢູ່ຕະຫລາດພາຍໃນ ແລະ ສາກົນ ໂດຍມີການສົມທົບຂອງບັນດາອົງການທີ່ກ່ຽວຂ້ອງຄື: ອົງການການທູດ, ການທ່ອງທ່ຽວ, ການລົງທຶນ, ສ້າງກຳລັງແຜ່ຂະຫຍາຍໃຫ້ແກ່ພາບພົດຂອງເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ ./.
 (ແຫຼ່ງຄັດຈາກ VOV)

ປະ​ທານ​ປະ​ເທດ ເລືອງ​ເກື່ອງ ແລະ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ເຂົ້າ​ຮ່ວມ​ພິ​ທີປະ​ດັບຫຼຽນ​ໄຊ​ຂອງ​ ລາວ ​ມອບ​ໃຫ້​ການ​ນຳ​ຂັ້ນ​ສູງ ຫວຽດ​ນາມ

ປະ​ທານ​ປະ​ເທດ ເລືອງ​ເກື່ອງ ແລະ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ເຂົ້າ​ຮ່ວມ​ພິ​ທີປະ​ດັບຫຼຽນ​ໄຊ​ຂອງ​ ລາວ ​ມອບ​ໃຫ້​ການ​ນຳ​ຂັ້ນ​ສູງ ຫວຽດ​ນາມ

ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໄດ້ປະດັບຫຼຽນໄຊອິດສະຫຼະ ຊັ້ນໜຶ່ງໃຫ້ແກ່ ທ່ານນາງ ຫວໍທິແອັງຊວັນ ຮອງປະທານປະເທດ ຫວຽດນາມ ພ້ອມດ້ວຍບັນດາອະດີດຮອງປະທານປະເທດ ທ່ານນາງ ຫງວຽນທິບິ່ງ, ທ່ານນາງ ເຈື່ອງໝີຮວາ, ທ່ານນາງ ຫງວຽນທິຢວານ ແລະ ທ່ານນາງ ດັ້ງທິງອກທິ້ງ.

Top