• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍູ້​ໄວ​ຄວາມ​ຄືບ​ໜ້າ​ໃນ​ການ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ບັນ​ດາ​ໂຄງ​ການ​ພື້ນ​ຖານ​ໂຄງ​ລ່າງ​ຄົມ​ມະ​ນາ​ຄົມ​ເຂດ​ໄຕ​ງວຽນ

ທ່ານຮອງນາຍົກລັດຖະມົນຕີ ສະເໜີບັນດາທ້ອງຖິ່ນສືບຕໍ່ສົມທົບກັບ ກະຊວງແຜນການ ແລະ ການລົງທຶນໃນວິວັດການສ້າງບັນດານະໂຍບາຍໃຫ້ສົມບູນແບບ, ເປັນຕົ້ນແມ່ນບັນດານະໂຍບາຍພິເສດທີ່ພວມສະເໜີ.
ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການ ຫງວຽນຮ່ວາບິ່ງ ກ່າວຄຳເຫັນຊີ້ນຳທີ່ການເຮັດວຽກ (ພາບ: VGP)

ຕອນບ່າຍວັນທີ 2 ມັງກອນ, ກອງປະຊຸມສະພາປະສານງານເຂດໄຕງວຽນ ຄັ້ງທີ 4 ໄດ້ຈັດຂຶ້ນຢູ່ສຳນັກງານລັດຖະບານ, ໂດຍແນໃສ່ພົບເຫັນບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດຢ່າງທັນການ ເພື່ອແນໃສ່ກຳນົດທິດ, ວິທີການແກ້ໄຂ, ປະກອບສ່ວນນຳເສດຖະກິດ - ສັງຄົມເຂດໄຕງວຽນສືບຕໍ່ພັດທະນາໂດຍໄວ, ຮອບດ້ານ, ມີຄຸນນະພາບ, ຍືນຍົງໃນໄລຍະຈະມາເຖິງ.

ກ່າວຄຳເຫັນຊີ້ນຳທີ່ການເຮັດວຽກ,  ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການ ຫງວຽນຮ່ວາບິ່ງ ເນັ້ນໜັກວ່າ ບັນດາສະມາຊິກຂອງສະພາ, ບັນດາກະຊວງ, ຂະແໜງການທີ່ມີໜ້າທີ່ຮັບຜິດຊອບ, ບັນດາທ້ອງຖິ່ນ ໃນເຂດຕ້ອງສືບຕໍ່ຕັ້ງໜ້າ, ເປັນເຈົ້າການກ່ວາອີກໃນການຊຸກຍູ້ບັນດາໂຄງການພື້ນຖານໂຄງລ່າງຄົມມະນາຄົມ ທີ່ມີຄວາມຄືບໜ້າຊັກຊ້າ; ຊີ້ນຳປະຕິບັດໜ້າທີ່ພັດທະນາເສດຖະກິດ - ສັງຄົມຕິດພັນກັບການປົກປັກຮັກສາຄວາມໝັ້ນຄົງ, ການປ້ອງກັນຊາດໃນບໍລິເວນ ໄຕງວຽນ ຢ່າງມີປະສິດທິຜົນ.

ສຳລັບກົນໄກ, ນະໂຍບາຍ, ທ່ານຮອງນາຍົກລັດຖະມົນຕີ ສະເໜີບັນດາທ້ອງຖິ່ນສືບຕໍ່ສົມທົບກັບ ກະຊວງແຜນການ ແລະ ການລົງທຶນໃນວິວັດການສ້າງບັນດານະໂຍບາຍໃຫ້ສົມບູນແບບ, ເປັນຕົ້ນແມ່ນບັນດານະໂຍບາຍພິເສດທີ່ພວມສະເໜີ.

(ແຫຼ່ງຄັດຈາກ VOV)

ວິ​ສາ​ຫະ​ກິດ ຫວຽດ​ ຍູ້​ແຮງ​ການ​ເຊື່ອມ​ຕໍ່, ຊອກ​ຫາ​ໂອ​ກາດ​ຢູ່​ຕະຫຼາດ​ເຕັກ​ໂນ​ໂລ​ຢີ ອິນ​ເດຍ

ວິ​ສາ​ຫະ​ກິດ ຫວຽດ​ ຍູ້​ແຮງ​ການ​ເຊື່ອມ​ຕໍ່, ຊອກ​ຫາ​ໂອ​ກາດ​ຢູ່​ຕະຫຼາດ​ເຕັກ​ໂນ​ໂລ​ຢີ ອິນ​ເດຍ

ງານວາງສະແດງ IndiaSoft Expo 2026 ໂດຍກະຊວງອຸດສາຫະກຳ ແລະ ການຄ້າ ອິນເດຍ ຈັດຂຶ້ນຢູ່ນະຄອນຫຼວງ New Delhi, ອິນເດຍ, ແຕ່ວັນທີ 23 – 25 ມີນາ.

Top