• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍູ້​ແຮງ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ລະ​ຫວ່າງ ຫວຽດ​ນາມ ແລະ ອາບ​ຟ​ຼິກ​ກາ​ໃຕ້

ສອງຝ່າຍກໍ່ເຫັນດີເປັນເອກະພາບສືບຕໍ່ຜັນຂະຫຍາຍບັນດາກົນໄກຮ່ວມມືສອງຝ່າຍລະຫວ່າງສອງປະເທດຢ່າງມີປະສິດທິຜົນ, ເພີ່ມທະວີບັນດາການເຄື່ອນໄຫວພົບປະ, ແລກປ່ຽນທຸກຂັ້ນ, ເສີມຂະຫຍາຍຂອບຂະໜາດການຮ່ວມມື “ຄູ່ຮ່ວມມືເພື່ອການຮ່ວມມື ແລະ ພັດທະນາ” ຢ່າງມີປະສິດທິຜົນ.
ທ່ານຮອງປະທານສະພາແຫ່ງຊາດ ຫວູຮົ່ງແທັງ ພົບປະ ທ່ານຮອງປະທານສະພາສູງ (ສະພາແຫ່ງຊາດບັນດາແຂວງ) ອາບຟຼິກກາໃຕ້ ນາງ Refilwe Mtshweni-Tsipane (ພາບ: TTXVN)

ໃນຂອບເຂດການຢ້ຽມຢາມ ອາບຟຼິກກາໃຕ້ຢ່າງເປັນທາງການໃນລະຫວ່າງວັນທີ 13 – 16 ກໍລະກົດ, ວັນທີ 16 ກໍລະກົດ, ຢູ່ຫໍສະພາແຫ່ງຊາດ ອາບຟຼິກກາໃຕ້ຢູ່ນະຄອນ Cape Town, ທ່ານຮອງປະທານສະພາແຫ່ງຊາດ ຫວູຮົ່ງແທັງ ໄດ້ພົບປະກັບທ່ານຮອງປະທານສະພາສູງ (ສະພາແຫ່ງຊາດບັນດາແຂວງ) ອາບຟຼິກກາໃຕ້ ນາງ Refilwe Mtshweni-Tsipane. ກ່ອນໜ້ານັ້ນ, ໃນວັນທີ 15 ກໍລະກົດ, ທ່ານຮອງປະທານສະພາແຫ່ງຊາດ ຫວູຮົ່ງແທັງ ກໍ່ໄດ້ພົບປະເຈລະຈາກັບທ່ານຮອງປະທານສະພາແຫ່ງຊາດ ອາບຟຼິກກາໃຕ້ Annelie Lotriet.

ໃນບັນດາການພົບປະເຈລະຈາ, , ສອງຝ່າຍໄດ້ເຫັນດີເປັນເອກະພາບນຳການຮວມມືໃນຊ່ອງທາງລັດຖະສະພາກາຍເປັນໜຶ່ງໃນບັນດາເສົາຄ້ຳໃນການຮ່ວມມືສອງຝ່າຍຜ່ານການຊຸກຍູ້ບັນດາການເຄື່ອນໄຫວພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ, ບັນດາກຳມາທິການວິຊາການຂອງສະພາແຫ່ງຊາດ ແລະ ການພົບປະແລກປ່ຽນສະມາຊິກລັດຖະສະພາ… ເຫັນດີເປັນເອກະພາບເຈລະຈາ, ເຊັ່ນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືລະຫວ່າງ ສະພາແຫ່ງຊາດສອງປະເທດ.

ສອງຝ່າຍກໍ່ເຫັນດີເປັນເອກະພາບສືບຕໍ່ຜັນຂະຫຍາຍບັນດາກົນໄກຮ່ວມມືສອງຝ່າຍລະຫວ່າງສອງປະເທດຢ່າງມີປະສິດທິຜົນ, ເພີ່ມທະວີບັນດາການເຄື່ອນໄຫວພົບປະ, ແລກປ່ຽນທຸກຂັ້ນ, ເສີມຂະຫຍາຍຂອບຂະໜາດການຮ່ວມມື “ຄູ່ຮ່ວມມືເພື່ອການຮ່ວມມື ແລະ ພັດທະນາ” ຢ່າງມີປະສິດທິຜົນ. ໃນຂົງເຂດເສດຖະກິດ, ສອງຝ່າຍເຫັນດີເປັນເອກະພາບບັນຊີລາຍຊື່ ສິນຄ້າສົ່ງອອກ 50 ປະເພດທີ່ມີຄວາມສາມາດບົ່ມຊ້ອນໄປຍັງຕະຫຼາດຂອງແຕ່ລະຝ່າຍ,  ສົ່ງເສີມ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດສອງປະເທດມາລົງທຶນເຂົ້າບັນດາຂົງເຂດຄືລົດໂອໂຕໄຟຟ້າ, ປຸງແຕ່ງບໍ່ແຮ່…; ເພີ່ມທະວີການແບ່ງປັນຂໍ້ມູນຕະຫຼາດ, ກາລະໂອກາດ, ບຸລິມະສິດກ່ຽວກັບການລົງທຶນ, ຈັດຕັ້ງບັນດາຄະນະສົ່ງເສີມ, ເວທີປາໄສ/ໂອ້ລົມສົນທະນາກ່ຽວກັບການລົງທຶນ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ, ໂອ​ຕາ​ລິດ ຊຸກ​ຍູ້​ການ​ຮ່ວມ​ມື​ກ່ຽວ​ກັບ AI ແລະ ຄວາມ​ປອດ​ໄພ​ທາງ​ໄຊ​ເບີ

ຫວຽດ​ນາມ, ໂອ​ຕາ​ລິດ ຊຸກ​ຍູ້​ການ​ຮ່ວມ​ມື​ກ່ຽວ​ກັບ AI ແລະ ຄວາມ​ປອດ​ໄພ​ທາງ​ໄຊ​ເບີ

ທ້າຍ​ອາ​ທິດ​ຜ່ານ​ມາ, ຄະ​ນະ​ປ​ະ​ຕິ​ບັດ​ງານ​ຂອງ​ສະ​ຫະ​ສະ​ມາ​ຄົມ​ຄວາມ​ປອດ​ໄພ​ທາງ​ໄຊ​ເບີ​ແຫ່ງ​ຊາດ (NCA) ພ້ອມ​ດ້ວຍ​ຜູ້​ຕາງ​ໜ້າ​ກະ​ຊວງ​ຕຳຫຼວດ ຫວຽດ​ນາມ ໄດ້​ມີ​ການ​ເຮັດ​ວຽກ​ກັບ​ສະ​ຖາ​ບັນ​ອຸດ​ສາ​ຫະ​ກຳ ໂອ​ຕາ​ລິດ (AIT) ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ຄວາມ​ປອດ​ໄພ​ທາງ​ໄຊ​ເບີ, ຂໍ້​ມູນ ແລະ ປັນ​ຍາ​ປະ​ດິດ (AI).

Top