• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍູ້​ແຮງ​ການ​ຫັນ​ເປັ​ນ​ດີ​ຈີ​ຕອນ​ໃນ​ການ​ຍົກ​ເລີກ​ບັດ​ເຫຼືອງ IUU

ເພື່ອຄຸ້ມຄອງເຮືອຫາປາກວ່າ 79.000 ລຳທີ່ເຄື່ອນໄຫວໃນເຂດທະເລທີ່ກວ້າງໃຫຍ່, ການໝູນໃຊ້ຂໍ້ມູນໃນການການຄຸ້ມຄອງເຮືອຫາປາ ແລະ ປະລິມານສິນໃນນ້ຳ ເປັນດີຈີຕອນ ແລະ ຈະແຈ້ງນັ້ນ ແມ່ນລູກກຸນແຈທີ່ສຳຄັນ.

 

ບັນດາແຂວງ, ນະຄອນ ມີທະເລ ລ້ວນແຕ່ເພີ່ມທະວີ, ຄວບຄຸມບັນດາເຮືອຫາປາອອກ - ເຂົ້າທຽບທ່າ (ພາບ: nhandan.vn)

ນີ້ກໍແມ່ນເນື້ອໃນ ເຊິ່ງ ຄະນະກຳມະການເອີຣົບ (EC) ໄດ້ເນັ້ນໜັກເປັນເລື້ອຍໆ, ຮຽກຮ້ອງໃຫ້ ຫວຽດນາມ ຕ້ອງຍົກສູງກຳລັງຄວາມສາມາດໃນການຄຸ້ມຄອງ, ຮັບປະກັນລັກສະນະສະເໝີຕົ້ນສະເໝີປາຍຂອງຂໍ້ມູນໃນລະບົບຂຸດຄົ້ນ ແລະ ບໍລິໂພກສິນໃນນ້ຳທັງໝົດ.

ທ່ານພັນເອກ ກາວແອັງເຊີນ, ຮອງຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ ອຸດສາຫະກຳ - ໂທລະຄົມມະນາຄົມ ກອງທັບ Viettel, ໃຫ້ຮູ້ວ່າ:

"ກະຊວງຕຳຫຼວດ ໄດ້ສົມທົບກັບ Viettel ສ້າງ ແລະ ນຳລະບົບຄຸ້ມຄອງການອອກ - ເຂົ້າທຽບທ່າ ໃນແອັບ VneID ເຂົ້າເຄື່ອນໄຫວແລ້ວ. ລະບົບດັ່ງກ່າວ ໄດ້ເຄື່ອນໄຫວກ່ອນນີ້ 2 ອາທິດ, ອັນໄດ້ຊ່ຍໃຫ້ປະຊາຊົນ, ເຈົ້າຂອງເຮືອທີ່ມີໃບອະນຸຍາດເຄື່ອນໄຫວ ສາມາດລົງທະບຽນການອອກ - ເຂົ້າທຽບທ່າໃນ VneID ໄດ້ໂດຍກົງເລີຍ”.

ໂດຍລວມແລ້ວ, ບັນດາມາດຕະການດ້ານເຕັກນິກທີ່ຮັບໃຊ້ໃຫ້ແກ່ວຽກງານຄຸ້ມຄອງ ແລະ ເຮັດໃຫ້ຂໍ້ມູນການຂຸດຄົ້ນສິນໃນນ້ຳຈະແຈ້ງກວ່າ ໄດ້ຮັບການປະຕິບັດສຳເລັດໂດຍພື້ນຖານ, ສ້າງພື້ນຖານສຳຄັນໃຫ້ແກ່ການຄວບຄຸມການເຄື່ອນໄຫວຕ້ານການຂຸດຄົ້ນສິນໃນນ້ຳແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ຖືກຕ້ອງຕາມຂໍ້ກຳນົດ (IUU). ປັດໄຈແກ່ນສານໃນປັດຈຸບັນ ນອນໃນຂອດຈັດຕັ້ງປະຕິບັດຂອງບັນດາທ້ອງຖິ່ນ, ຕ້ອງຄຸ້ມຄອງຢ່າງແໜ້ນແຟ້ນ, ມີແບບມີແຜນ, ຮັບປະກັນການລາຍງານ, ອັບເດດຂໍ້ມູນໃນລະບົບຢ່າງສັດຊື່, ຊັດເຈນ ແລະ ຄົບຖ້ວນ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ຂະ​ແໜງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້ານຳ​ໜ້າ​ໃນ 6 ປະ​ການ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ຂະ​ແໜງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້ານຳ​ໜ້າ​ໃນ 6 ປະ​ການ

ຂະແໜງອຸດສາຫະກຳ ແລະ ການຄ້າ ຕ້ອງປະຕິບັດ “ນຳໜ້າໃນ 6 ປະການ” ປະກອບສ່ວນນຳປະເທດປະຕິບັດສຳເລັດເປົ້າໝາຍເຕີບໂຕສູງກວ່າ 2 ຕົວເລກ.

Top