• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍູ້ແຮງການຮ່ວມມືໃນຂະແໜງວິຊາອາຊີບ ລະຫວ່າງ ອາຊຽນ - ຈີນ

      ກອງປະຊຸມໂຕະມົນ ກ່ຽວກັບການຮ່ວມມືໃນຂະແໜງວິຊາອາຊີບ ລະຫວ່າງ ຈີນ - ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຖືກດໍາເນີນໃນວັນທີ 31 ພຶດສະພາ ຢູ່ ນະຄອນຫຼວງ ປັກກິ່ງ, ປະເທດຈີນ.


ກອງປະຊຸມໂຕະມົນ ກ່ຽວກັບການຮ່ວມມືໃນຂະແໜງວິຊາອາຊີບ ລະຫວ່າງ ຈີນ - ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ພາບ: TTXVN)
      ເປົ້າໝາຍຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອແນໃສ່ປະຕິບັດຄວາມຮັບຮູ້ລວມທີ່ບັນລຸໄດ້ໃນ ເວທີປາໄສຂັ້ນສູງການຮ່ວມມືສາກົນ “ໜຶ່ງແລວທາງ ແລະ ໜຶ່ງເສັ້ນທາງ” ເຊິ່ງຖືກຈັດຂຶ້ນໃນທ້າຍເດືອນ ເມສາ ຜ່ານມາ, ຜ່ານນັ້ນ ຊຸກຍູ້ການຮ່ວມມືໃນຂະແໜງວິຊາອາຊີບ ລະຫວ່າງ ອາຊຽນ - ຈີນ ພ້ອມກັນຮັບມືກັບບັນດາປັດໄຈທີ່ເຮັດໃຫ້ເສດຖະກິດໂລກໃນປັດຈຸບັນຂາດສະຖຽນລະພາບ. ທີ່ກອງປະຊຸມ, ມີການນໍາກວ່າ 20 ທ່ານ ຈາກບັນດາສະຫະສະມາຄົມການຄ້າ ລະດັບຊາດ ຂອງຈີນ ໄດ້ດໍາເນີນກອງປະຊຸມສົນທະນາກັບທູດການຄ້າຂອງບັນດາປະເທດ ອາຊຽນ ປະຈໍາ ຈີນ, ຜ່ານນັ້ນ ກໍພ້ອມກັນໄຈ້ແຍກ, ແລກປ່ຽນກ່ຽວກັບການຊຸກຍູ້ການພັດທະນາແບບໃໝ່ໃນຂົງເຂດລົງທຶນ, ການຄ້າລະຫວ່າງ ຈີນ ແລະ ອາຊຽນ ຜ່ານການຮ່ວມມືໃນຂະແໜງວິຊາອາຊີບ. ໂດຍໄດ້ຮູ້ມາວ່າ, ໄຕມາດ I/2019, ວົງເງິນການຄ້າສອງຝ່າຍ ບັນລຸ 137,1 ຕື້ USD; ອາຊຽນ ໄດ້ບືນຕົວຂຶ້ນກາຍເປັນຄູ່ຮ່ວມມືດ້ານການຄ້າໃຫຍ່ອັນດັບທີ່ສອງຂອງ ຈີນ.  
 (ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top