• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍູ້ແຮງການຮ່ວມມືປ້ອງກັນ,ຕ້ານຢາເສບຕິດຢູ່ເຂດຊາຍແດນ ຫວຽດນາມ - ລາວ

      ເສັ້ນຊາຍແດນ ຫວຽດນາມ - ລາວ, ຕິດກັບ 10 ແຂວງ ຫວຽດນາມ, ໃນນັ້ນມີດ່ານຊາຍແດນແຫ່ງຊາດ 16 ແຫ່ງ ແລະ ເສັ້ນທາງຮ່ອມນັບພັນສາຍ.

ກອງປະຊຸມຂອງ 3 ອົງການລະຫວ່າງ 2 ປະເທດ ຫວຽດນາມ - ລາວ
      ກົມຕຳຫຼວດສືບສວນສອບສວນອາດຊະຍາກຳກ່ຽວກັບຢາເສບຕິດ (ກະຊວງຕຳຫຼວດ ຫວຽດນາມ); ກົມປ້ອງກັນ, ຕ້ານຢາເສບຕິດ ແລະ ອາດຊະຍາກຳ, ກອງບັນຊາການທະຫານຊາຍແດນ (ກະຊວງປ້ອງກັນປະເທດ ຫວຽດນາມ) ກັບກົມປ້ອງກັນ, ຕ້ານຢາເສບຕິດ, ກົມໃຫຍ່ຕຳຫຼວດ, ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ; ສືບຕໍ່ກຳແໜ້ນສະພາບການ, ສົມທົບກັນຢ່າງແໜ້ນແຟ້ນເພື່ອສ້າງຕັ້ງ ແລະ ພ້ອມກັນຕໍ່ສູ້ຄະດີລວມກ່ຽວກັບອາດຊະຍາກຳຢາເສບຕິດທີ່ເຄື່ອນໄຫວຢູ່ເຂດດິນແດນສອງປະເທດ ຫວຽດນາມ, ລາວ ຢ່າງທັນການ, ໂດຍສະເພາະແມ່ນຢູ່ເຂດຊາຍແດນ, ໃນໄລຍະຈະມາເຖິງ… ນັ້ນແມ່ນແຫຼ່ງຂໍ້ມູນຂ່າວສານໄດ້ຍົກອອກມາທີ່ກອງປະຊຸມແລກປ່ຽນກ່ຽວກັບວຽກງານປ້ອງກັນ, ຕ້ານຢາເສບຕິດຄັ້ງທີ 12 ລະຫວ່າງ 3 ອົງການດັ່ງກ່າວຂອງສອງປະເທດ ຫວຽດນາມ, ລາວ ໃນຕອນເຊົ້າວັນທີ 26 ທັນວາ, ຢູ່ຮ່າໂນ້ຍ.
        ເສັ້ນຊາຍແດນ ຫວຽດນາມ - ລາວ, ຕິດກັບ 10 ແຂວງ ຫວຽດນາມ, ໃນນັ້ນມີດ່ານຊາຍແດນແຫ່ງຊາດ 16 ແຫ່ງ ແລະ ເສັ້ນທາງຮ່ອມນັບພັນສາຍ. ເສັ້ນຊາຍແດນນີ້ໄດ້ຮັບການຕີລາຄາວ່າແມ່ນເສັ້ນທາງຈຸດສຸມ, ສັບສົນກ່ຽວກັບການຄ້າຂາຍ, ຂົນສົ່ງຢາເສບຕິດ. ພັນເອກພິເສດ ຫງວຽນດິກນາມ, ຮອງຫົວໜ້າກົມຕຳຫຼວດສືບສວນສອບສວນອາດຊະຍາກຳກ່ຽວກັບຢາເສບຕິດ, ກະຊວງຕຳຫຼວດ, ເນັ້ນໜັກວ່າ:
       ໃນໄລຍະຈະມາເຖິງ, 3 ກຳລັງຂອງສອງປະເທດພວກເຮົາຈະສືບຕໍ່ມານະພະຍາຍາມ ແລະ ສົມທົບກັນແໜ້ນແຟ້ນກ່ວາໃນວຽກງານຕໍ່ສູ້, ປ້ອງກັນ, ຕ້ານອາດຊະຍາກຳຢາເສບຕິດ. ພິເສດ, ແມ່ນບັນດາສະຖານທີ່ຮ້ອນເຮັ່ງຂອງເສັ້ນຊາຍແດນ ເຊິ່ງໃນນັ້ນຈຸດສຸມແມ່ນແຂວງ ເຊີນລາ ຕິດກັບແຂວງຫົວພັນ; ແຂວງຮ່າຕິງ ຕິດພັນແຂວງ ບໍລິຄຳໄຊເພື່ອຕໍ່ສູ້ມ້າງເພທຳລາຍບັນດາເສັ້ນທາງຄ້າຂາຍ, ຂົນສົ່ງຢາເສບຕິດລະຫວ່າງສອງປະເທດ.
 (ແຫຼ່ງຄັດຈາກ VOV)

ເສີມຂະຫຍາຍຖານຂໍ້ມູນລະດັບຊາດກ່ຽວກັບພົນລະເມືອງຢ່າງມີປະສິດທິຜົນ

ເສີມຂະຫຍາຍຖານຂໍ້ມູນລະດັບຊາດກ່ຽວກັບພົນລະເມືອງຢ່າງມີປະສິດທິຜົນ

ແລະກໍ່ໃນຕອນບ່າຍວັນດຽວກັນ, ເມື່ອປຶກສາຫາລືກ່ຽວກັບຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການເຂົ້າ - ອອກເມືອງຂອງພົນລະເມືອງ ຫວຽດນາມ

Top