• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍື່ນສະ​ເໜີ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ກ່ຽວ​ກັບ​ແຜນ​ຮ່າງ​ສຳ​ຄັນ ດ້ານເສດ​ຖະ​ກິດ - ສັງ​ຄົມ ໃນ​ປີ 2022

ປີ 2022 ແມ່ນປີທີ 2 ທີ່ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ແມ່ນປີທີ່ມີຄວາມໝາຍສຳຄັນທີ່ສຸດ, ສ້າງພື້ນຖານແກ່ການປະຕິບັດເປົ້າໝາຍຂອງແຜນການພັດທະນາເສດຖະກິດ - ສັງຄົມ ໄລຍະ 5 ປີ ແຕ່ປີ 2021 – 2025.
ກອງປະຊຸມສະຫຼຸບວຽກງານປີ 2021 ແລະ ຜັນຂະຫຍາຍໜ້າທີປີ 2022 (ພາບ:  VGP)

  ວັນທີ 13 ມັງກອນ, ຢູ່ຮ່າໂນ້ຍ, ຄະນະເສດຖະກິດສູນກາງ ໄດ້ຈັດກອງປະຊຸມສະຫຼຸບວຽກງານປີ 2021 ແລະ ຜັນຂະຫຍາຍໜ້າທີປີ 2022.

        ໂດຍເປັນປະທານກອງປະຊຸມ, ທ່ານຫົວໜ້າຄະນະເສດຖະກິດສູນກາງພັກ ເຈິ່ນຕວ໊ນແອັງ ຊີ້ແຈ້ງວ່າ: ປີ 2022 ແມ່ນປີທີ 2 ທີ່ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ແມ່ນປີທີ່ມີຄວາມໝາຍສຳຄັນທີ່ສຸດ, ສ້າງພື້ນຖານແກ່ການປະຕິບັດເປົ້າໝາຍຂອງແຜນການພັດທະນາເສດຖະກິດ - ສັງຄົມ ໄລຍະ 5 ປີ ແຕ່ປີ 2021 – 2025.

        ພິເສດ, ປີ 2022, ຄະນະເສດຖະກິດສູນກາງ ຈະຍື່ນສະເໜີຕໍ່ຄະນະບໍລິຫານງານສູນກາງພັກ 3 ແຜນຮ່າງສຳຄັນ ນັ້ນແມ່ນ: ແຜນຮ່າງ “ສະຫຼຸບ 10 ປີ ແຫ່ງການຈັດຕັ້ງປະຕິບັດມະຕິສູນກາງພັກຄັ້ງທີ 6 ຄະນະບໍລິຫານສູນກາງພັກຊຸດທີ XI ກ່ຽວກັບການສືບຕໍ່ປ່ຽນແປງໃໝ່ນະໂຍບາຍ, ກົດໝາຍກ່ຽວກັບທີ່ດິນໃນໄລຍະຍູ້ແຮງວຽກງານປ່ຽນແປງໃໝ່ຢ່າງຮອບດ້ານ, ສ້າງພື້ນຖານເພື່ອໃຫ້ຮອດປີ 2020 ປະເທດ ຫວຽດນາມ ກາຍເປັນປະເທດອຸດສາຫະກຳຕາມທິດທັນສະໄໝໂດຍພື້ນຖານ”; ແຜນຮ່າງ “ສະຫຼຸບ 15 ປີ ແຫ່ງການປະຕິບັດມະຕິກອງປະຊຸມສູນກາງພັກຄັ້ງທີ 7  ຊຸດທີ X ກ່ຽວກັບກະສິກຳ, ກະສິກອນ ແລະ ຊົນນະບົດ”; ແຜນຮ່າງ “ແຜນນະໂຍບາຍ, ນະໂຍບາຍຫັນເປັນອຸດສາຫະກຳ, ທັນສະໄໝຮອດປີ 2030, ວິໄສທັດຮອດປີ 2045”.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຄັດຄ້ານ ໄຕ້ຫວັນ (ປະເທດຈີນ) ຊ້ອມຮົບຍິງລູກປືນແທ້ຢູ່ເຂດທະເລອ້ອມແອ້ມເກາະ ບາບິ່ງ

ຫວຽດນາມ ຄັດຄ້ານ ໄຕ້ຫວັນ (ປະເທດຈີນ) ຊ້ອມຮົບຍິງລູກປືນແທ້ຢູ່ເຂດທະເລອ້ອມແອ້ມເກາະ ບາບິ່ງ

ຫວຽດນາມ ໄດ້ຢັ້ງຢືນປັນຫຼາຍຄັ້ງຕໍ່ເລື່ອງ ໄຕ້ຫວັນ ຈັດການຊ້ອມຮົບຍິງລູກປືນແທ້ຢູ່ເຂດທະເລອ້ອມແອ້ມເກາະ ບາບິ່ງ ຂຶ້ນກັບໝູ່ເກາະ ເຈື່ອງຊາ ຂອງ ຫວຽດນາມ ແມ່ນການກະທຳ ...

Top