• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍີ່​ປຸ່ນ, ສ.ເກົາຫຼີ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ໜູນ​ຊ່ວຍ ຫວຽດ​ນາມ ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ພາ​ຍຸ Yagi

ຕາມແຫຼ່ງຂ່າວຈາກສະຖານທູດ ຍີ່ປຸ່ນ ແລະ ສະຖານທູດ ສ.ເກົາຫຼີ ປະຈຳ ຫວຽດນາມ ແລ້ວ, ລັດຖະບານສອງປະເທດນີ້ໄດ້ຕົກລົງໜູນຊ່ວຍສິນຄ້າ, ເຄື່ອງອຸປະກອນສຸກເສີນໃຫ້ແກ່ລັດຖະບານ ຫວຽດນາມ ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ Yagi ກໍ່ຂຶ້ນຢູ່ບັນດາແຂວງ, ນະຄອນ ພາກເໜືອ.
ປະຊາຊົນ ອຽນບ໊າຍ ມ້ຽນອະນາໄມພາຍຫຼັງນ້ຳຖ້ວມ (ພາບ: TTXVN)

ວັນທີ 12 ກັນຍາ, ຕາມແຫຼ່ງຂ່າວຈາກສະຖານທູດ ຍີ່ປຸ່ນ ແລະ ສະຖານທູດ ສ.ເກົາຫຼີ ປະຈຳ ຫວຽດນາມ ແລ້ວ, ລັດຖະບານສອງປະເທດນີ້ໄດ້ຕົກລົງໜູນຊ່ວຍສິນຄ້າ, ເຄື່ອງອຸປະກອນສຸກເສີນໃຫ້ແກ່ລັດຖະບານ ຫວຽດນາມ ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ Yagi ກໍ່ຂຶ້ນຢູ່ບັນດາແຂວງ, ນະຄອນ ພາກເໜືອ. ເຄື່ອງຊ່ວຍເຫຼືອສຸກເສີນ ຈະໄດ້ສົ່ງຜ່ານອົງການຮ່ວມມືສາກົນ ຍີ່ປຸ່ນ (JICA). ລັດຖະບານ ສ.ເກົາຫຼີ ໄດ້ຕົກລົງສະໜອງເຄື່ອງຊ່ວຍເຫຼືອມະນຸດສະທຳໃຫ້ແກ່ ຫວຽດນາມ ລວມມູນຄ່າ 2 ລ້ານ USD.

ຕາມທ່ານນາງ Pauline Tamesis ຜູ້ປະສານງານອົງການ ສປຊ ປະຈຳ ຫວຽດນາມ ແລ້ວ, ບັນດາອົງການຮັບຜິດຊອບແຕ່ລະຂົງເຂດສະເພາະຈະໃຫ້ການຊ່ວຍເຫຼືອໃນແຕ່ລະບັນຫາລະອຽດ ເຊັ່ນ ກອງທຶນເພື່ອເດັກສາກົນ (UNICEF) ຈະຊ່ວຍເຫຼືອໃນບັນຫາກ່ຽວກັບເດັກ, ອົງການສາທາລະນະສຸກ ຈະໃຫ້ການຊ່ວຍເຫຼືອກ່ຽວກັບຢຸກຢາ, ປິ່ນປົວພະຍາດ… ບັນດາອົງການຈັດຕັ້ງສາກົນຄື ອົງການຮ່ວມມືສາກົນ ຍີ່ປຸ່່ນ (JICA), ອົງການອາຫານ ແລະ ການກະເສດ ສປຊ (FAO), ອົງການຮ່ວມມືພັດທະນາເຢຍລະມັນ, ອົງການພັດທະນາສາກົນຂອງ ອາເມລິກາ, ສະຖານທູດບັນດາປະເທດ ອັງກິດ, ສະວິດ, ການາດາ, ຍີ່ປຸ່ນ, ອົດສະຕາລີ ກໍໄດ້ຍົກອອກຄຳໝັ້ນສັນຍາໃຫ້ການຊ່ວຍເຫຼືອເຊັ່ນດຽວກັນ.

(ແຫຼ່ງຄັດຈາກ VOV)

ກຸຍບາ ປະກາດຫຼາຍການປະຕິຮູບດ້ານເສດຖະກິດ

ກຸຍບາ ປະກາດຫຼາຍການປະຕິຮູບດ້ານເສດຖະກິດ

ບັນດາບ້ວງມາດຕະການດັ່ງກ່າວແມ່ນແນໃສ່ສ້າງລະບົບຄຸ້ມຄອງພື້ນຖານເສດຖະກິດ ທີ່ມີຄວາມສາມາດແກ້ໄຂຄວາມຂັດແຍ້ງລະຫວ່າງແຜນການ ແລະ ກຳລັງໜູນ

Top