• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍາມໃດ ຫວຽດນາມ ກໍ່ຖື ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ

ທ່ານນາຍົກລັດຖະມົນຕີຖືວ່າ, ຄວາມສາມາດ, ທ່າແຮງບົ່ມຊ້ອນການຮ່ວມມືລະຫວ່າງ 2 ຝ່າຍ, ໂດຍສະເພາະແມ່ນດ້ານເສດຖະກິດ - ການຄ້າ - ການລົງທຶນ, ຮ່ວມມືໃນຂົງເຂດວິທະຍາສາດເຕັກໂນໂລຊີ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ຕ້ອນຮັບຄະນະເຈົ້າໜ້າທີ່ ແລະ ວິສາຫະກິດ (ພາບ: VGP)

ຍາມໃດ ຫວຽດນາມ ກໍ່ຖື ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ. ນີ້ແມ່ນຄຳຢືນຢັນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ທີ່ການຕ້ອນຮັບຄະນະເຈົ້າໜ້າທີ່ ແລະ ວິສາຫະກິດ ລັດ California, ປະເທດອາເມລິກາ ໃນຕອນບ່າຍວັນທີ 01 ສິງຫາ, ຢູ່ສຳນັກງານລັດຖະບານ, ໂດຍທ່ານນາງເຈົ້າຄອງນະຄອນ Oakland Sheng Thao ນຳໜ້າ, ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ທ່ານນາຍົກລັດຖະມົນຕີຖືວ່າ, ຄວາມສາມາດ, ທ່າແຮງບົ່ມຊ້ອນການຮ່ວມມືລະຫວ່າງ 2 ຝ່າຍ, ໂດຍສະເພາະແມ່ນດ້ານເສດຖະກິດ - ການຄ້າ - ການລົງທຶນ, ຮ່ວມມືໃນຂົງເຂດວິທະຍາສາດເຕັກໂນໂລຊີ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການຫັນປ່ຽນພະລັງງານ, ເສດຖະກິດດີຈີຕອນ, ເຕັກໂນໂລຊີສູງ… ຍັງໃຫຍ່ຫຼວງຢູ່. ສະນັ້ນ, 2 ຝ່າຍຄວນຮັກສາ ແລະ ຊຸກຍູ້ທ່າຮ່ວມມືທີ່ຕັ້ງໜ້າໃນອະນາຄົດ. ທ່ານນາຍົກລັດຖະມົນຕີກໍ່ສະເໜີໃຫ້ບັນດາວິສາຫະກິດ ອາເມລິກາ ເພີ່ມທະວີການລົງທຶນເຂົ້າ ຫວຽດນາມ, ໂດຍສະເພາະແມ່ນໃນບັນດາຂົງເຂດໃໝ່, ຄື: ການຫັນປ່ຽນພະລັງງານ, ນະວັດຕະກຳ, ເຕັກໂນໂລຊີສູງ, ການເຕີບໂຕສີຂຽວ…

ສ່ວນທ່ານນາງ Oakland Sheng Thao ສະແດງຄວາມປະທັບໃຈກ່ຽວກັບບັນດາຜົນງານແຫ່ງການພັດທະນາຂອງ ຫວຽດນາມ; ຢືນຢັນຈະຊຸກຍູ້ການຮ່ວມມື, ລົງທຶນ ເພື່ອຕັ້ງໜ້າປະກອບສ່ວນໃຫ້ແກ່ການພົວພັນ ຫວຽດນາມ - ອາເມລິກາ.

(ແຫຼ່ງຄັດຈາກ VOV)

ຮ່າໂນ້ຍ ຍົກສູງຄຸນນະພາບການຄຸ້ມຄອງລັດ ກ່ຽວກັບຄວາມປອດໄພດ້ານສະບຽງອາຫານ

ຮ່າໂນ້ຍ ຍົກສູງຄຸນນະພາບການຄຸ້ມຄອງລັດ ກ່ຽວກັບຄວາມປອດໄພດ້ານສະບຽງອາຫານ

ທ່ານ ເຢືອງດຶກຕ໋ວນ, ຮອງປະທານຜູ້ປະຈຳການ ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຫາກໍ່ລົງນາມປະກາດໃຊ້ ແຜນການສະບັບເລກທີ 336/KH-UBND ລົງວັນທີ 12 ທັນວາ 2025 ກ່ຽວກັບການແກ້ໄຂຈຸດຕິດຂັດດ້ານຄວາມປອດໄພດ້ານສະບຽງອາຫານ ໃນພື້ນທີ່ເຂດນະຄອນ ຮ່າໂນ້ຍ.

Top