ຂ່າວສານ
ຍັງບໍ່ທັນມີຂ່າວກ່ຽວກັບພົນລະເມືອງ ຫວຽດນາມ ຮັບບາດເຈັບ, ເສຍຊີວິດ ໃນເຫດການແຜ່ນດິນໄຫວ ເມື່ອວັນທີ 6 ກຸມພາ ຢູ່ຕວກລະກີ ແລະ ຊີຣີ
ນີ້ແມ່ນການຢືນຢັນ ເມື່ອວັນທີ 12 ກຸມພາ ຂອງສະຖານທູດ ຫວຽດນາມ ປະຈຳ ຕວກລະກີ ແລະ ສະຖານທູດ ຫວຽນາມ ປະຈຳອີຣານ ທັງຮັບຜິດຊອບ ຊີຣີ. ສອງສະຖານທູດໃຫ້ຮູ້ວ່າ ຍັງສືບຕໍ່ສົມທົບກັບອຳນາດການປົກຄອງທ້ອງຖິ່ນ, ບັນດາຈຸດປະສານງານປະຊາຄົມຊາວຫວຽດນາມ ແລະ ໜ່ວຍກູ້ໄພ ເພື່ອຕິດຕາມສະພາບການ ກ່ຽວກັບສະພາບພົນລະເມືອງ ຫວຽດນາມ ຢ່າງເປັນປະຈຳ.
ສະຖານທູດ ຫວຽດນາມ ປະຈຳ ຕວກລະກີ ໄດ້ສຳພັດ ແລະ ໜູນຊ່ວຍດ້ານການເງິນໃຫ້ບາງຄອບຄົວ ຫວຽດນາມ ທີ່ຖືກຜົນກະທົບຈາກເຫດແຜ່ນດິນໄຫວ.