• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸດ​ເສື້ອ​ຍາວ ແລະ ການ​ທ່ອງ​ທ່ຽວ ຫວຽດ​ນາມ ສ້າງ​ຄວາມ​ປະ​ທັບ​ໃຈ​ແກ່​ຜູ້​ຊົມ​ໃນ​ວັນ​ບຸນ​​ກົງ​ສູນ​ Lyon ປິ 2024

ໃນລະຫວ່າງວັນທີ 15 – 16 ມິຖນາ, ວັນບຸນກົງສູນ ປີ 2024 ໄດ້ຈັດຂຶ້ນຢູ່ສະໜາມຫຼວງ Bellecour ຢູ່ນະຄອນ Lyon, ເຊິ່ງເປັນນະຄອນໃຫຍ່ທີ 3 ຂອງ ຝລັ່ງ. ເຂົ້າຮ່ວມເຫດການນີ້, ຫວຽດນາມ ໄດ້ສ້າງຄວາມປະທັບໃຈຕໍ່ແຂກທ່ອງທ່ຽວ ດ້ວຍບັນດາຊຸດເສື້ອຍາວທີ່ເປັນມູນເຊື້ອ ແລະ ບັນດາຜະລິດຕະພັນທ່ອງທ່ຽວ.
ຫວຽດນາມ ໄດ້ນຳສະເໜີຕໍ່ມະຫາຊົນ ຝລັ່ງ ແລະ ສາກົນ ໂດຍລາຍການສະແດງສິລະປະທີ່ເປັນເອກະລັກ (ພາບ: TTXVN)

ເຂດວາງສະແດງຂອງ ຫວຽດນາມ ໃນວັນບຸນນີ້ ໄດ້ດຶງດູດຜູ້ເຂົ້າຊົມ ແລະ ມາຊອກຮູ້ກ່ຽວກັບບັນດາລາຍການທ່ອງທ່ຽວ, ຮັບຊົມທັດສະນີຍະພາບຂອງ ຫວຽດນາມ ຜ່ານຟິມຮູບເງົາ, ພາບຖ່າຍ, ຮັບຊົມພາບພື້ນເມືອງ ດົງໂຮ່, ຫຼື ຮຽນວິທີຫຼີ້ເສບເຄື່ອງດົນຕີພື້ນເມືອງຂອງ ຫວຽດນາມ ເປັນຈຳນວນຫຼວງຫຼາຍ. ໂດຍແຕກຕ່າງກັບຄັ້ງກ່ອນໆ, ປີນີ້, ຮ້ານຂອງ ຫວຽດນາມ ສຸມໃສ່ແນະນຳຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວ, ໃນນັ້ນ ການທ່ອງທ່ຽວ ແຂວງ ກວ໋າງບິ່ງ ດ້ວຍບັນດາລາຍການທ່ອງທ່ຽງໃໝ່ ຄົ້ນຫາຖ້ຳ ເຊີນດອງ ໄດ້ດຶງດູດຄວາມສົນໃຈຈາກແຂກທ່ອງທ່ຽວຫຼາຍຄົນ, ໂດຍສະເພາະແມ່ນຄົນລຸ້ນໜຸ່ມ.

        ໂດຍປະກອບສ່ວນເຂົ້າໃນລາຍການແນະນຳສີສັນບັນດາປະເທດໃນເວທີສະແດງໃຫຍ່ຂອງງານບຸນ, ຫວຽດນາມ ໄດ້ນຳສະເໜີຕໍ່ມະຫາຊົນ ຝລັ່ງ ແລະ ສາກົນ ໂດຍລາຍການສະແດງສິລະປະທີ່ເປັນເອກະລັກ ດ້ວຍຊຸດເສື້ອຍາວ ແລະ ເຕັ້ນສາບທີ່ຄຶກຄື້ນມ່ວນຊື່ນ.

 

(ແຫຼ່ງຄັດຈາກ VOV)

ໄຂ​ເວ​ທີ​ປາ​ໄສ​​ປັນ​ຍາຊົນ​ໜຸ່ມ ຫວຽດ​ນາມ ໃນທົ່ວ​ໂລກ ຄັ້ງ​ທີ 6 ປີ 2025

ໄຂ​ເວ​ທີ​ປາ​ໄສ​​ປັນ​ຍາຊົນ​ໜຸ່ມ ຫວຽດ​ນາມ ໃນທົ່ວ​ໂລກ ຄັ້ງ​ທີ 6 ປີ 2025

ເວທີປາໄສ ມີການເຂົ້າຮ່ວມຂອງຜູ້ແທນກວ່າ 200 ທ່ານ ເຊິ່ງເປັນບັນດາປັນຍາຊົນໜຸ່ມດີເດັ່ນຢູ່ພາຍໃນ ແລະ ຕ່າງປະເທດ, ຕາງໜ້າໃນຫຼາຍຂົງເຂດປາຍແຫຼມ.

Top