• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກ​ຍູ້​ວິ​ສາ​ຫະ​ກິດ ໜູ​ນ​ຊ່ວຍ​ຄົ​ນ​ພິ​ການເຊື່ອມ​ຕົວ​ເຂົ້າ​ກັບ​ສັງ​ຄົມ​ຢູ່​ບັນ​ດາ​ປະ​ເທດ ອາ​ຊຽນ

ຕອນເຊົ້າວັນທີ 22 ຕຸລາ, ໄດ້ດຳເນີນກອງປະຊຸມທາງອອນລາຍຄັ້ງທີ 4 ຂອງເຄືອຂ່າຍບັນດານັກຊ່ຽວຊານ ກ່ຽວກັບເລື່ອງວິສາຫະກິດໜູນຊ່ວຍຄົນພິການເຊື່ອມຕົວເຂົ້າກັບສັງຄົມ ຢູ່ບັນດາປະເທດອາຊຽນ ດ້ວຍການເຂົ້າຮ່ວມຂອງ 10 ປະເທດ ສະມາຊິກ ອາຊຽນ, ຄະນະເລຂາອາຊຽນ, ບັນດາຄູ່ຮ່ວມມື ແລະ ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ. ກອງປະຊຸມໂດຍກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມເປັນປະທານ ຈັດຂຶ້ນຢູ່ ສະຖານທີ່ເຊື່ອມຕໍ່ຮ່າໂນ້ຍ.

ທ່ານ ຫງວຽນວັນໂຮ່ຍ, ຫົວໜ້າກົມອຸປະກາລະສັງຄົມ (ພາບ: baodansinh.vn

ນີ້ແມ່ນການເຄື່ອນໄຫວຂຶ້ນກັບແຜນຍຸດທະສາດ ອາຊຽນກ່ຽວກັບສະຫວັດດີການສັງຄົມ ແລະ ການພັດທະນາ ເຊິ່ງ ຫວຽດນາມ ເປັນປະທານເຄືອຂ່າຍບັນດານັກຊ່ຽວຊານກ່ຽວກັບເລື່ອງ ວິສາຫະກິດໜູນຊ່ວຍຄົນພິການເຊື່ອມຕົວເຂົ້າກັບສັງຄົມ ໄລຍະ 2020 – 2021.

        ດ້ວຍຫົວຂໍ້ “ຊຸກຍູ້ວິສາຫະກິດ ໜູນຊ່ວຍຄົນພິການເຊື່ອມຕົວເຂົ້າກັບສັງຄົມມຸ່ງໄປສູ່ປະຊາຄົມອາຊຽນທີ່ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”. ຫວຽດນາມຫວັງວ່າ ຈະພ້ອມກັບບັນດາປະເທດສະມາຊິກສືບຕໍ່ມີບັນດາການກະທຳລະອຽດເພື່ອແນໃສ່ໜູນຊ່ວຍຄົນພິການເຊື່ອມຕົວເຂົ້າກັບສັງຄົມ ຢ່າງມີປະສິດທິຜົນ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນວັນໂຮ່ຍ, ຫົວໜ້າກົມອຸປະກາລະສັງຄົມ (ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ) ໃຫ້ຮູ້ວ່າ:  

ທຸກໆປະເທດອາຊຽນ ລ້ວນແຕ່ມີຄວາມປາດຖະໜາຢາກໃຫ້ບັນດາວິສາຫະກິດມີຄວາມຮັບຜິດຊອບຕໍ່ຄົນພິການ. ນີ້ກໍ່ແມ່ນກາລະໂອກາດເພື່ອໃຫ້ບັນດາວິສາຫະກິດເພີ່ມຄຸນຄ່າຂອງຕົນສຳລັບປະຊາຄົມ, ພິເສດແມ່ນສຳລັບບັນດາເປົ້າໝາຍທີ່ມີຄວາມສ່ຽງສູງກ່ວາໝູ່.

(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top