• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກ​ຍູ້​ກ​ານ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ກະ​ຊວງ​ຕຳ​ຫຼວດ ຫວຽດ​ນາມ ກັບ​ບັນ​ດາ​ອົງ​ການ​ປະ​ຕິ​ບັດ​ກົດ​ໝາຍ​ຂອງ ສະ​ວິດ

ຕອນບ່າຍວັນທີ 16 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Thomas Gass ເອກອັກຄະລັດຖະທູດ ສະຫະພັນ ສະວິດ ປະຈຳ ຫວຽດນາມ.
ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໃຫ້ການຕ້ອນຮັບທ່ານ Thomas Gass ເອກອັກຄະລັດຖະທູດ ສະຫະພັນ ສະວິດ ປະຈຳ ຫວຽດນາມ

ແລກປ່ຽນກັບທ່ານເອກອັກຄະລັດຖະທູດ, ທ່ານລັດຖະມົນຕີ ໂຕເລິມ ເນັ້ນໜັກວ່າ ໃນໄລຍະຈະມາເຖິງ, ເພື່ອຊຸກຍູ້ການພົວພັນຮ່ວມມືລະຫວ່າງກະຊວງຕຳຫຼວດ ຫວຽດນາມ ກັບບັນດາອົງການປະຕິບັດກົດໝາຍຂອງ ສະວິດ, ສອງຝ່າຍຄວນເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ສົ່ງເສີມຄວາມອາດສາມາດໃນການເຈລະຈາ ບັນດາສົນທິສັນຍາສອງຝ່າຍ ກ່ຽວກັບການຈັດສົ່ງນັກໂທດຜ່ານແດນ ແລະ ມອບສົ່ງຜູ້ຖືກລົງໂທດຈຳຄຸກ; ສ້າງກົນໄກຮ່ວມມືສອງຝ່າຍໃນຂົງເຂດປ້ອງກັນຄວາມສະຫງົບ, ປ້ອງກັນ, ຕ້ານອາດຊະຍາກຳ. ພ້ອມກັນນັ້ນ, ກໍ່ເພີ່ມທະວີການແລກປ່ຽນບົດຮຽນປະສົບການປະຕິບັດກົດໝາຍ, ຂໍ້ມູນອາດຊະຍາກຳ, ສົມທົບກັນຕໍ່ສູ້ຕ້ານ ອາດຊະຍາກຳຂ້າມຊາດ ທີ່ກ່ຽວຂ້ອງເຖິງສອງປະເທດ. ທ່ານລັດຖະມົນຕີ ໂຕເລິມ ກໍ່ສະເໜີ ສະວິດ ຍູ້ແຮງ ການແບ່ງປັນຂໍ້ມູນໃນການປ້ອງກັນ, ຕ້ານການກໍ່ການຮ້າຍ ແລະ ໜູນຊ່ວຍການຝືກອົບຮົບ ບຳລຸງສ້າງຍົກລະດັບໃຫ້ແກ່ກຳລັງປ້ອງກັນຄວາມໝັ້ນຄົງທາງອາກາດ ຂອງ ຫວຽດນາມ; ຊ່ວຍເຫຼືອ, ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຊົນຊາວຫວຽດນາມ ທຳມາຫາກິນເປັນປົກກະຕິ, ດຳລົງຊີວິດຖືກຕ້ອງຕາມກົດໝາຍຢູ່ ສະວິດ.

ສ່ວນທ່ານເອກອັກຄະລັດຖະທູດ Thomas Gass ໄດ້ເນັ້ນໜັກວ່າ ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ສະວິດ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກຊຸກຍູ້ການພົວພັນກັບ ກະຊວງຕຳຫຼວດ ຫວຽດນາມ ຢ່າງແຮງ ໃນທຸກຂົງເຂດ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ພິເສດໃນຂົງເຂດຕໍ່ສູ້ປ້ອງກັນຕ້ານ ອາດຊະຍາກຳ, ຮັບປະກັນຄວາມໝັ້ນຄົງຄວາມເປັນລະບຽບຮຽບຮ້ອຍຢູ່ແຕ່ລະປະເທດ.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງ​ຂ່າວ​ໃຫ້​ສື່ມວນ​ຊົນ​ລາວ ກ່ຽວ​ກັບ​ບັນ​ດາ​ບຸກ​ທະ​ລຸ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

ຖະ​ແຫຼງ​ຂ່າວ​ໃຫ້​ສື່ມວນ​ຊົນ​ລາວ ກ່ຽວ​ກັບ​ບັນ​ດາ​ບຸກ​ທະ​ລຸ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກຈະວາງແຜນກຳນົດບັນດາລັດຖະນະໂຍບາຍຍຸດທະສາດຍາວນານ, ຫັນຄວາມຄາດຫວັງກໍ່ສ້າງຫວຽດນາມຈະເລີນຮຸ່ງເຮືອງ, ມີຄວາມຜາສຸກໃຫ້ປະກົດຜົນເປັນຈິງ, ກ້າວຂຶ້ນສູ່ສັງຄົມນິຍົມ.

Top