• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກ​ຍູ້​ການ​ຮ່ວມ​ມື​ໃນຫຼາຍ​ດ້ານ​ລະ​ຫວ່າງ ຫວຽດ​ນາມ - ​ລິດ​ຕັວ​ນີ

ທ່ານ Gabrielius Landsbergis ລັດຖະມົນຕີການຕ່າງປະເທດ ສ. ລິດຕັວນີ ປາດຖະໜາວ່າ ຫວຽດນາມ ຈະພິຈາລະນາ, ສ້າງເງື່ອນໄຂສະດວກໃຫ້ແກ່ການນຳເຂົ້າສິນຄ້າປະເພດກະສິກຳຂອງ ລິດຕັວນີ ຄື: ຊີ້ນງົວ, ວັດປີກ, ໄຂ່… ເຂົ້າຕະຫຼາດຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບທ່ານ Gabrielius Landsbergis ລັດຖະມົນຕີການຕ່າງປະເທດ ສ. ລິດຕັວນີ (ພາບ: VGP)

ລັດຖະບານ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ມີຄວາມຫວັງຢາກເພີ່ມທະວີການພົວພັນກັບ ລິດຕັວນີ, ເຊິ່ງແມ່ນຄູ່ຮ່ວມມືທີ່ເປັນມູນເຊື້ອໃນພາກພື້ນ ເອີລົບ ຕາເວັນອອກກາງ. ນີ້ແມ່ນການຢັ້ງຢືນຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ທີ່ການຕ້ອນຮັບທ່ານ Gabrielius Landsbergis ລັດຖະມົນຕີການຕ່າງປະເທດ ສ.  ລິດຕັວນີ  ໃນຕອນບ່າຍວັນທີ 25 ຕຸລາ ຢູ່ສຳນັກງານລັດຖະບານ.

ໂດຍແລກປ່ຽນກ່ຽວກັບການພົວພັນສອງຝ່າຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະເໜີວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຄວນຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ ເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ຄວາມເຂົ້າໃຈເຊິ່ງກັນແລະກັນ, ສ້າງພື້ນຖານເພື່ອຊຸກຍູ້ ແລະ ເປີດກວ້າງການຮ່ວມມືສອງຝ່າຍໃນທຸກຂົງເຂດ. ກ່ຽວກັບດ້ານເສດຖະກິດ - ການຄ້າ, ທ່ານນາຍົກລັດຖະມົນຕີ ຫວັງວ່າ ສອງຝ່າຍ ຈະພິຈາລະນະຄວາມສາມາດໃນການສ້າງບັນດາກົນໄກຮ່ວມມືດ້ານເສດຖະກິດສອງຝ່າຍ, ສົ່ງເສີມບັນດາວິສາຫະກິດສອງປະເທດ ຊອກຮູ້ຕະຫຼາດ, ກາລະໂອກາດຮ່ວມມືເຊິ່ງກັນແລະກັນ ທ່ານຫວັງວ່າ ບັນດາຜະລິດຕະພັນກະເສດ, ເຄື່ອງປ່າຂອງດົ່ງ ແລະ ສິນໃນນ້ຳ ຫວຽດນາມ ຈະນັບມື້ນັບມີໜ້າຢູ່ ຕະຫຼາດຂອງປະເທດນີ້ຫຼາຍຂຶ້ນ.

ສ່ວນທ່ານ Gabrielius Landsbergis ລັດຖະມົນຕີການຕ່າງປະເທດ ສ.  ລິດຕັວນີ ປາດຖະໜາວ່າ ຫວຽດນາມ ຈະພິຈາລະນາ, ສ້າງເງື່ອນໄຂສະດວກໃຫ້ແກ່ການນຳເຂົ້າສິນຄ້າປະເພດກະສິກຳຂອງ  ລິດຕັວນີ ຄື: ຊີ້ນງົວ, ວັດປີກ, ໄຂ່… ເຂົ້າຕະຫຼາດຫວຽດນາມ.

ກ່ອນໜ້ານັ້ນ, ໃນວັນດຽວກັນ, ຢູ່ເຮືອນຮັບແຂກລັດຖະບານ, ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ໄດ້ມີການໂອ້ລົມສົນທະນາກັບທ່ານ Gabrielius Landsbergis ລັດຖະມົນຕີການຕ່າງປະເທດ ສ.  ລິດຕັວນີ, ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມເວທີປາໄສລັດຖະມົນຕີ OECD - ອາຊີຕາເວັນອອກສ່ຽງໃຕ້ໃນລະຫວ່າງວັນທີ 25 – 26 ຕຸລາ.

ແລະກໍ່ໃນຕອນບ່າຍວັນດຽວກັນ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ໄທ ປານປຣີ ພະຫິດທານຸກອນ  ໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ສະເໜີວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະສົມທົບກັນຜັນຂະຫຍາຍບັນດາກົນໄກຮ່ວມມືສອງຝ່າຍຢ່າງມີປະສິດທິຜົນ, ຊຸກຍູ້ການເຈລະຈາ, ເຊັນບັນດາເອກະສານຮ່ວມມືສຳຄັນ. ທ່ານນາຍົກລັດຖະມົນຕີ ຕີລາຄາສູງ ເລື່ອງ ໄທສືບຕໍ່ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ທີ່ສຸດຂອງ ຫວຽດນາມ ໃນອາຊຽນ ແລະ ແມ່ນນັກລົງທຶນຕ່າງປະເທດໃຫຍ່ອັນດັບທີ 9 ຢູ່ ຫວຽດນາມ, ສະເໜີໃຫ້ສອງຝ່າຍສົບທົບກັນ, ສູ້ຊົນນຳວົງເງິນການຄ້າສອງຝ່າຍບັນລຸໄດ້ເປົ້າໝາຍ 25 ຕື້ USD, ທ່ານຢັ້ງຢືນ ຫວຽດນາມ ພ້ອມແລ້ວທີ່ຈະສ້າງເງື່ອນໄຂເພື່ອໃຫ້ບັນດາບໍລິສັດການບິນໄທ ຜັນຂະຫຍາຍສາຍການບິນໃໝ່ລະຫວ່າງ ສອງປະເທດໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ລັດ​ເຊຍ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ນາ​ຍົກ​ລັດ​ຖະ​ມົນ​ຕີ ລັດ​ເຊຍ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ນີ້ກໍ່ແມ່ນໂອກາດເພື່ອໃຫ້ການນຳສອງປະເທດເຫັນດີເປັນເອກະພາບບັນດາບັນຫາສຳຄັນ ແລະ ກຳນົດທິດຍຸດທະສາດໃຫ້ແກ່ອະນາຄົດ, ກຳນົດຢ່າງຈະແຈ້ງບັນດາຂົງເຂດຮ່ວມມືຈຸດສຸມ, ນັບແຕ່ເສດຖະກິດ, ການຄ້າ, ພະລັງງານ.

Top