• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກ​ຍູ້​ການ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ, ເຮັດ​ໃຫ້​ການ​ພົວ​ພັນ ຫວຽດ​ນາມ - ລັດ​ເຊຍ ເລິກ​ເຊິ່ງ​ກ່​ວາ​ອີກ

ພາຍຫຼັງກອງປະຊຸມຄະນະກຳມະການລະຫວ່າງ ລັດຖະບານ ຫວຽດນາມ - ສະຫະພັນ ລັດເຊຍ ໃນເດືອນເມສາ ປີ 2023, ບັນດາຂໍ້ຕົກລົງຢູ່ໃນບົດບັນທຶກ ກອງປະຊຸມ ທັງສອງຝ່າຍລ້ວນແຕ່ໄດ້ມານພະຍາຍາມຜັນຂະຫຍາຍ ປະຕິບັດ.
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໃຫ້ການຕ້ອນຮັບ ທ່ານຮອງນາຍົກລັດຖະມົນຕີ ສະຫະພັນ ລັດເຊຍ Dmitry Chernyshenko (ພາບ: TTXVN)

ກ່າວຄຳເຫັນທີ່ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ ສະຫະພັນ ລັດເຊຍ Dmitry Chernyshenko, ຕອນບ່າຍວັນທີ 19 ມິຖຸນາ, ຢູ່ສຳນັກງານລັດຖະບານ, ຢູ່ນະຄອນຫຼວງ ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໃຫ້ຮູ້ວ່າ ພາຍຫຼັງກອງປະຊຸມຄະນະກຳມະການລະຫວ່າງ ລັດຖະບານ ຫວຽດນາມ - ສະຫະພັນ ລັດເຊຍ ໃນເດືອນເມສາ ປີ 2023, ບັນດາຂໍ້ຕົກລົງຢູ່ໃນບົດບັນທຶກ ກອງປະຊຸມ ທັງສອງຝ່າຍລ້ວນແຕ່ໄດ້ມານພະຍາຍາມຜັນຂະຫຍາຍ ປະຕິບັດ; ພິເສດແມ່ນໃນຂົງເຂດການທູດ, ການຄ້າ, ພະລັງງານ, ການສຶກສາ ແລະ ບຳລຸງສ້າງ, ວິທະຍາສາດເຕັກໂນໂລຢີ, ວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ… ນີ້ລ້ວນແຕ່ແມ່ນບັນດາຂົງເຂດ ຮ່ວມມືທີ່ມາແຕ່ດົນນານລະຫວ່າງສອງປະເທດ ແລະ ເປັນທ່າແຮງຂອງ ລັດເຊຍ. ສອງຝ່າຍໄດ້ມານະພະຍາຍາມຄົ້ນຄ້ວາ, ຍົກອອກບັນດາວິທີການທີ່ມີຄວາມເປັນໄປໄດ້ສູງ ເພື່ອແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດ ເມື່ອຜັນຂະຫຍາຍບັນດາຂົງເຂດຮ່ວມມືໃໝ່. ວິສາຫະກິດ ລັດເຊຍ ແລະ ຫວຽດນາມ ໄດ້ມີຫຼາຍຂໍ້ສະເໜີ, ຂໍ້ລິເລີ່ມ ເພື່ອຊຸກຍູ້ການລົງທຶນ, ດຳເນີນທຸລະກິດຢູ່ທັງສອງປະເທດ. ສ່ວນທ່ານ ຮອງນາຍົກລັດຖະມົນຕີ Dmitry Chernyshenko ໄດ້ແລກປ່ຽນຢ່າງລະອຽດກ່ຽວກັບບັນດາມາດຕະການເພື່ອແນໃສ່ເປີດກວ້າງການເຄື່ອນໄຫວ, ຂົງເຂດລົງທຶນ, ດຳເນີນທຸລະກິດ ຂອງວິສາຫະກິດສອງປະເທດອີງຕາມບັນດາທ່າແຮງຂອງແຕ່ລະປະເທດຄື: ນ້ຳມັນອາຍແກັດ, ພະລັງງານ, ຜະລິດຕະພັນກະເສດ, ການຢາ, ຜະລິດຕະພັນກົນຈັກ, ການທ່ອງທ່ຽວ…

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top