• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກ​ຍູ້​ການ​ຮ່ວມ​ມືຫຼາຍ​ດ້ານ​ລະ​ຫວ່າງ​ຫວຽດ​ນາມ-ອົດ​ສະ​ຕາ​ລີ ແລະ ຫວຽດ​ນາມ-ແບນ​ຊິກ

ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ ກໍ່ໄດ້ໃຫ້ການຕ້ອນຮັບ ທ່ານ Tim Ayres ສະມາຊິກສະພາສູງ, ລັດຖະມົນຕີຮັບຜິດຊອບດ້ານການຄ້າ ແລະ ການຜະລິດ ອົດສະຕາລີ ເນື່ອງໃນໂອກາດທ່ານມາຫວຽດນາມ ເປັນປະທານຮ່ວມເວທີປາໄສຂັ້ນສູງ ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) - ອາຊີຕາເວັນອອກສ່ຽງໃຕ້ 2022 .

ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ ກໍ່ໄດ້ໃຫ້ການຕ້ອນຮັບ ທ່ານ Tim Ayres ສະມາຊິກສະພາສູງ, ລັດຖະມົນຕີຮັບຜິດຊອບດ້ານການຄ້າ ແລະ ການຜະລິດ ອົດສະຕາລີ ເນື່ອງໃນໂອກາດທ່ານມາຫວຽດນາມ ເປັນປະທານຮ່ວມເວທີປາໄສຂັ້ນສູງ ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) - ອາຊີຕາເວັນອອກສ່ຽງໃຕ້ 2022 .

   

ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ໃຫ້ການຕ້ອນຮັບທ່ານ Tim Ayres ( ພາບ:TTXVN )

ອນເຊົ້າວັນທີ 17 ຕຸລາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ໃຫ້ການຕ້ອນຮັບທ່ານ Tim Ayres ສະມາຊິກສະພາສູງ, ລັດຖະມົນຕີຮັບຜິດຊອບດ້ານການຄ້າ ແລະ ການຜະລິດ ອົດສະຕາລີ ເນື່ອງໃນໂອກາດທ່ານມາຫວຽດນາມ ເປັນປະທານຮ່ວມເວທີປາໄສຂັ້ນສູງ ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) - ອາຊີຕາເວັນອອກສ່ຽງໃຕ້ 2022.

   ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ ອົດສະຕາລີ ຈົ່ງສືບຕໍ່ສົມທົບກັບຫວຽດນາມ ຢ່າງແໜ້ນແຝ້ນ ໃນອາຍຸການເປັນປະທານຮ່ວມໂຄງການ ອາຊີຕາເວັນອອກສ່ຽງໃຕ້ ຂອງ OECD; ທ່ານສະເໜີໃຫ້ບັນດາປະເທດ OECD ໃນນັ້ນມີ ອົດສະຕາລີ ເອົາໃຈໃສ່ໜູນຊ່ວຍການພັດທະນາແຫຼ່ງຊັບພະຍາກອນມະນຸດ ໃຫ້ແກ່ບັນດາປະເທດ ອາຊຽນ, ໃນນັ້ນມີ ຫວຽດນາມ.

  ກ່ຽວກັບການພົວພັນສອງຝ່າຍ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ທ່ານລັດຖະມົນຕີ Tim Ayres ຊຸກຍູ້ການຮ່ວມມືດ້ານເສດຖະກິດ-ການຄ້າ-ການລົງທຶນລະຫວ່າງສອງປະເທດ, ໃນນັ້ນ, ມີເລື່ອງ ອົດສະຕາລີ ສືບຕໍ່ເປີດຕະຫຼາດກ່ວາອີກ ໃຫ້ແກ່ບັນດາຜະລິດຕະພັນກະເສດ, ສິນໃນນ້ຳຂອງ ຫວຽດນາມ; ສ້າງເງື່ອນໄຂໃຫ້ບັນດາວິສາຫະກິດຫວຽດນາມ ເຂົ້າມາລົງທຶນຢູ່ ອົດສະຕາລີ.

   ສ່ວນທ່ານລັດຖະມົນຕີ Tim Ayres ໄດ້ຢືນຢັນວ່າ ລັດຖະບານ ອົດສະຕາລີ ຍາມໃດກໍ່ຖືການພົວພັນຄູ່ຮ່ວມມືຍຸດທະສາດກັບ ຫວຽດນາມ ເປັນສຳຄັນ ແລະ ປາດຖະໜາ ຢາກຮັດແໜ້ນການພົວພັນສອງຝ່າຍກັບ ຫວຽດນາມ.

     ໃນວັນດຽວກັນ, ທ່ານ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ ກໍ່ໄດ້ໃຫ້ການຕ້ອນຮັບ ທ່ານ Tim Ayres ສະມາຊິກສະພາສູງ, ລັດຖະມົນຕີຮັບຜິດຊອບດ້ານການຄ້າ ແລະ ການຜະລິດ ອົດສະຕາລີ ເນື່ອງໃນໂອກາດທ່ານມາຫວຽດນາມ ເປັນປະທານຮ່ວມເວທີປາໄສຂັ້ນສູງ ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) - ອາຊີຕາເວັນອອກສ່ຽງໃຕ້ 2022 ເຊັ່ນກຽວກັນ.

ຕອນເຊົ້າຂອງວັນດຽວກັນ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ໃຫ້ການຕ້ອນຮັບທ່ານ Pierre-Yves Jeholet, ລັດຖະມົນຕີ-ຜູ້ວ່າການລັດຖະບານປະຊາຄົມຊາວແບນຊິກ ເວົ້າພາສາຝຣັ່ງ ເນື່ອງໃນໂອກາດທ່ານມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 15/10 - 21/10/2022.

 ທີ່ການຕ້ອນຮັບ ສອງຝ່າຍໄດ້ເຫັນດີເປັນເອກະສັນ ຈະເພີ່ມທະວີການພົບປະ ແລະ ແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ, ພິເສດແມ່ນຄະນະຜູ້ແທນຂັ້ນສູງ; ຢືນຢັນຈະສືບຕໍ່ຮັກສາການສະໜັບສະໜູນຊື່ງກັນ ແລະ ກັນ ຢູ່ບັນດາເວທີປາໄສຫຼາຍຝ່າຍ ແລະ ອົງການຈັດຕັ້ງສາກົນ ພິເສດແມ່ນໃນຂອບເຂດອົງການໃຊ້ພາສາຝະລັ່ງ, ສະພາສິດທິມະນຸດ ພາຍຫຼັງທີ່ຫວຽດນາມ ແລະ ແບນຊິກ ຫາກໍ່ໄດ້ຮັບການເລືອກຕັ້ງ.

ແຫຼ່ງຄັດຈາກ VOV


ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top