• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ​ຮຸງ​ກາ​ຣີ ແລະ ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ອັງ​ກິດ​ເລິກ​ເຊິ່ງ​ກ່​ວາ​ອີກ

ວັນທີ 1 ກໍລະກົດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ແລະຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ຫວຽດນາມ ໄດ້ກັບມາຮອດນະຄອນຫຼວງຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມຮຸງກາຣີ ແລະ ລາຊະອານາຈັກອັງກິດ ໃນລະຫວ່າງວັນທີ 26 - 30 ມິຖຸນາຢ່າງເປັນທາງການ.

ວັນທີ 1 ກໍລະກົດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ແລະຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ຫວຽດນາມ ໄດ້ກັບມາຮອດນະຄອນຫຼວງຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມຮຸງກາຣີ ແລະ ລາຊະອານາຈັກອັງກິດ ໃນລະຫວ່າງວັນທີ 26 - 30 ມິຖຸນາຢ່າງເປັນທາງການ. 

    

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ແລະ ທ່ານນາຍົກລັດຖະມົນຕີ ຮຸງກາຣີ Viktor Orban (ພາບ: TTXVN)

ທ່ານ ຫວູຫ໋າຍຮ່າ ຫົວໜ້າກຳມາທິການການຕ່າງປະເທດ ສະພາແຫ່ງຊາດ  ຫວຍດນາມໃຫ້ຮູ້ວ່າ: ໃນການຢ້ຽມຢາມຮູງກາຣີ ຢ່າງເປັນທາງການ ທ່ານປະທານສະພາແຫ່ງຊາດ ຮູງກາຣີ Laszlo Kover ແລະ ທ່ານນາຍົກລັດຖະມົນຕີ ຮຸງກາຣີ Viktor Orban ພ້ອມກັນເນັ້ນໜັກວ່າ ຫວຽດນາມ ແມ່ນຄູ່ຮ່ວມມືພິເສດສຳຄັນຂອງ ຮຸງກາຣີຢູ່ ອາຊີຕາເວັນອອກສ່ຽງໃຕ້. ທ່ານປະທານສະພາແຫ່ງຊາດສອງປະເທດ ໄດ້ລົງນາມຂໍ້ຕົກລົງການຮ່ວມມືໃນໄລຍະໃໝ່ເພື່ອນຳການພົວພັນລະຫວ່າງສອງສະພາແຫ່ງຊາດ ກາຍເປັນການພົວພັນແບບຢ່າງ, ແມ່ນເສົາຄ້ຳສຳຄັນໃນການພົວພັນສອງຝ່າຍ.

ໃນການຢ້ຽມຢາມ ອັງກິດ, ບັນດາການນຳລັດຖະສະພາອັງກິດ, ທ່ານປະທານສະພາຕ່ຳ Linsay Hoyle ແລະ ທ່ານປະທານສະພາສູງ John Mcfall ລ້ວນແຕ່ເນັ້ນໜັກເຖິງບົດບາດສຳຄັນຂອງສະພາແຫ່ງຊາດ ສອງປະເທດໃນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອັງກິດທີ່ນັບມື້ນັບມີການພັດທະນາຢ່າງແຮງກ່ວາອີກ. ການໂອ້ລົມສົນທະນາຂັ້ນສູງ ຫວຽດນາມ - ອັງກິດກ່ຽວກັບດ້ານເສດຖະກິດ ແລະ ການຄ້າ ແມ່ນເຫດການສຳຄັນເພື່ອແນໃສ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການລົງທຶນ ແລະ ການຄ້າ ສອງຝ່າຍ. ການຢ້ຽມຢາມສອງປະເທດເອີລົບຢ່າງເປັນທາງການຂອງ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ປະສົບຜົນສຳເລັດຢ່າງຈົບງາມ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຮຸງກາຣີ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອັງກິດ ເລິກເຊິ່ງກ່ວາອີກ, ບົນຈິດໃຈຜັນຂະຫຍາຍແນວທາງການຕ່າງປະເທດ ຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ ກ່ຽວກັບການສືບຕໍ່ຍູ້ແຮງ ແລະ ຍົກສູງປະສິດທິຜົນວຽກງານການຕ່າງປະເທດ ແລະ ເຊື່ອມໂຍງເຂົ້າກັບສາກົນ”.

(ແຫຼ່ງຄັດຈາກ VOV)

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ໃນເດືອນ ເມສາ, ການສົ່ງອອກຂອງ ຈີນ ໄດ້ເພີ່ມຂຶ້ນ 8.1%, ລືນກາຍຄວາມຄາດຫວັງ ແລະ ການຄາດຄະເນ.

Top