• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກ​ຍູ້ການ​ຮ່ວມ​ມື​ໃນ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອ​ນຫຼັງ​ຈາກທາດພິດ​ເຄ​ມີ​ລ​ະ​ຫວ່າງ ຫວຽດ​ນາມ - ອາ​ເມ​ລິ​ກາ

ທີ່ການເຮັດວຽກ, ສອງຝ່າຍໄດ້ແລກປ່ຽນ, ຕີລາຄາກ່ຽວກັບບັນດາເຄື່ອນໄຫວຮ່ວມມືໃນໄລຍະທີ່ຜ່ານມາ, ພ້ອມທັງປຶກສາຫາລືກ່ຽວກັບທິດທາງໃນໄລຍະຈະມາເຖິງ.

ທ່ານພົນໂທ ຫງຽວນຈີ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດໃຫ້ການຕ້ອນຮັບທ່ານ Michael Green, ຜູ້ອຳນວຍການອົງການພັດທະນາສາກົນ ອາເມລິກາ ປະຈຳ ຫວຽດນາມ (USAID) (ພາບ: ເຢືອງຢາງ/TTXVN)

ຕອນບ່າຍວັນທີ 18 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານພົນໂທ ຫງຽວນຈີ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າອົງການປະຈຳການຄະນະຊີ້ນຳແຫ່ງຊາດແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດຍັງບໍ່ທັນແຕກ ແລະ ທາດພິດເຄມີ ພາຍຫຼັງສົງຄາມ (ຄະນະຊີ້ນຳ 701)ໄດ້ມີການເຮັດວຽກກັບທ່ານ Michael Green, ຜູ້ອຳນວຍການອົງການພັດທະນາສາກົນ ອາເມລິກາ ປະຈຳ ຫວຽດນາມ (USAID). ທີ່ການເຮັດວຽກ, ສອງຝ່າຍໄດ້ແລກປ່ຽນ, ຕີລາຄາກ່ຽວກັບບັນດາເຄື່ອນໄຫວຮ່ວມມືໃນໄລຍະທີ່ຜ່ານມາ, ພ້ອມທັງປຶກສາຫາລືກ່ຽວກັບທິດທາງໃນໄລຍະຈະມາເຖິງ.

        ທ່ານພົນໂທ ຫງຽວນຈີ໊ວິ້ງ ໄດ້ສະເໜີໃຫ້ອົງການພັດທະນາສາກົນ ອາເມລິກາ ຕັ້ງໜ້າສົມທົບກັບເຫຼົ່າທັບປ້ອງກັນອາກາດທະຫານອາກາດ(ໂດຍເປັນເຈົ້າຂອງໂຄງການກຳຈັດທາດ Dioxin ຢູ່ ສະໜາມບິນ ບຽນຮ່ວາ) ສ້າງເອກະສານໃຫ້ສຳເລັດໂດຍໄວເພື່ອຍື່ນສະເໜີຕໍ່ການນຳກະຊວງປ້ອງກັນປະເທດອະນຸມັດຜ່ານໂຄງການ.

        ສ່ວນທ່ານ Michael Green, ຜູ້ອຳນວຍການອົງການພັດທະນາສາກົນ ອາເມລິກາ ໄດ້ອັບເດັດບາງຂໍ້ມູນກ່ຽວກັບສະພາບການຂອງໂຄງການຢູ່ສະໜາມບິນ ບຽນຮ່ວາ. ກ່ຽວຂ້ອງເຖິງເລື່ອງຜັນຂະຫຍາຍໂຄງການໃນປັດຈຸບັນ, ທ່ານ Michael Green ໃຫ້ຮູ້ວ່າ ສອງຝ່າຍຄວນສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນບັນດາການເຄື່ອນໄຫວແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດຍັງບໍ່ທັນແຕກ ແລະ ທາດພິດເຄມີ ພາຍຫຼັງສົງຄາມ, ຍົກສູງຊີວິດການເປັນຢູ່ຂອງຄົນພິການຢູ່ ຫວຽດນາມ…ປະກອບສ່ວນເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ອາເມລິກາ ເລິກເຊິ່ງກ່ວາອີກ.

(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top