• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ວິສາຫະກິດຂະໜາດກາງ ແລະ ນ້ອຍ ເຂົ້າຮ່ວມລະບົບມູນຄ່າທົ່ວໂລກ ແລະ ການປະຕິວັດອຸດສາຫະກຳ 4.0

ກອງປະຊຸມສຳມະນາ “ຊຸກຍູ້ວິສາຫະກິດຂະໜາດກາງ ແລະ ນ້ອຍ ເຂົ້າຮ່ວມລະບົບມູນຄ່າທົ່ວໂລກ ແລະ ການປະຕິວັດອຸດສາຫະກຳ 4.0” ໂດຍຄະນະກຳມະການປະຊາຊົນນະຄອນ ຫ້າຍຟ່ອງ ສົມທົບກັບສະພາທຸລະກິດ ອາເມລິກາ - ອາຊຽນ ຈັດຂຶ້ນໃນວັນທີ 21 ພະຈິກ, ທີ່ຫ້າຍຟ່ອງ.

ທີ່ກອງປະຊຸມສຳມະນາ (ພາບ: haiphong.gov.vn)

ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນເຂົ້າຮ່ວມໄດ້ເຫັນດີເປັນເອກະພາບກັນຖືວ່າ ໃນສະພາບການໃໝ່ ດ້ວຍການປ່ຽນແປງຂອງລະບົບການຕອບສະໜອງທົ່ວໂລກ ແລະ ພື້ນຖານເສດຖະດິດດີຈີຕອນ, ຮຽກຮ້ອງໃຫ້ບັນດາເຈົ້າຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ ຄວນປ່ຽນແປງຈິນຕະນາການ, ໄປທັນກັບລະດັບການພັດທະນາລວມຂອງໂລກໂດຍໄວ. ຕາມທ່ານ ປອ. ຫວູຫວຽດງ້ານ, ຫົວໜ້າໜ່ວຍງານໃຫ້ຄຳປຶກສາດ້ານເສດຖະກິດ ຂອງ ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ:

“ແກ້ໄຂ 3 ບັນຫາດັ່ງກ່າວ, ບວກກັບການໜູນຊ່ວຍຂອງບັນດາຂອບເຂດ, ລະບອບລະບຽບການ ແລະ ນະໂຍບາຍແຫ່ງລັດ, ຂ້າພະເຈົ້າຫວັງວ່າໃນໄລຍະຈະມາເຖິງນີ້ SME ຈະຂະຫຍາຍຕົວຄືດັ່ງຄວາມຄາດຫວັງຂອງລັດຖະບານ. ບໍ່ວ່າພື້ນຖານເສດຖະກິດໃດໃນໂລກ ກໍ່ລ້ວນແຕ່ຖືລະບົບ SMEs ເປັນເສົາຫຼັກຂອງພື້ນຖານເສດຖະກິດ. ສິ່ງນັ້ນ ລັດຖະບານໄດ້ມີການຮັບຮູ້ຢ່າງເລິກເຊິ່ງທີ່ສຸດ. ບັນດາເອກະສານໃນຂອບເຂດກົດໝາຍ ໃນໄລຍະຜ່ານມາໄດ້ປາກົດຕົວຂຶ້ນເພື່ອໜູນຊ່ວຍ SMEs. ອາຍຸການທີ່ຈະມາເຖິງ, ກຳລັງໜູນເພື່ອເຕີບໂຕ, ພັດທະນານັ້ນ, ກໍ່ແມ່ນຂົງເຂດ SMEs.”

ກອງປະຊຸມສຳມະນາ ໄດ້ສະໜອງຂໍ້ມູນຂ່າວສານສຳຄັນຫຼາຍຢ່າງຄື: ວິທີການຊຳລະເງິນແບບເອເລັກໂຕນິກ ໃຫ້ແກ່ບັນດາວິສາຫະກິດ, ບັນດາລະບຽບການນິຕິກຳ ທີ່ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍຄວນເຮັດເມື່ອສົ່ງອອກສິນຄ້າ, ກາລະໂອກາດໃຫ້ບັນດາວິສາຫະກິດພັດທະນາການຄ້າຂ້າມຊາຍແດນ…

(ແຫຼ່ງຄັດຈາກ VOV)


ຫວຽດນາມ ປາດຖະໜາຢາກ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບ ເຢຍລະມັນ ເລິກເຊິ່ງກ່ວາອີກ

ຫວຽດນາມ ປາດຖະໜາຢາກ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບ ເຢຍລະມັນ ເລິກເຊິ່ງກ່ວາອີກ

ອຳນາດການປົກຄອງ ແລະ ປະຊາຄົມວິສາຫະກິດລັດ Lower Saxony ປາດຖະໜາຢາກສ້າງຕັ້ງການພົວພັນແລກປ່ຽນຄະນະຜູ້ແທນ ແລະ ສ້າງການພົວພັນຄູ່ຮ່ວມມືກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດ ຫວຽດນາມ.

Top