• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະ ອູເບກິດສະຖານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ສະເໜີເພີ່ມທະວີການຮ່ວມມືໃນບັນດາຂະແໜງການສຳຄັນຂອງ 2 ຝ່າຍຄື: ນ້ຳມັນອາຍແກັສ ແລະ ກະສິກຳ ເພື່ອຮັບປະກັນຄວາມໝັ້ນຄົງດ້ານພະລັງງານ ແລະ ສະບຽງອາຫານ, ຊຸກຍູ້ການຮ່ວມມືກັບບັນດາທ້ອງຖິ່ນຂອງ 2 ປະເທດ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ແລະ ທ່ານລັດຖະມົນຕີການຕ່າງປະເທດ ອູເບກິດສະຖານ Bakhtiyor Saidov

ຕອນບ່າຍວັນທີ 18/03, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ອູເບກິດສະຖານ Bakhtiyor Saidov ທີ່ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 17 – 19 ມີນາ

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ສະເໜີເພີ່ມທະວີການຮ່ວມມືໃນບັນດາຂະແໜງການສຳຄັນຂອງ 2 ຝ່າຍຄື: ນ້ຳມັນອາຍແກັສ ແລະ ກະສິກຳ ເພື່ອຮັບປະກັນຄວາມໝັ້ນຄົງດ້ານພະລັງງານ ແລະ ສະບຽງອາຫານ, ຊຸກຍູ້ການຮ່ວມມືກັບບັນດາທ້ອງຖິ່ນຂອງ 2 ປະເທດ. ທ່ານນາຍົກລັດຖະມົນຕີ ສະເໜີເພີ່ມທະວີການຮ່ວມມືຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ. ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວຕໍ່ລະຫວ່າງ ອູເບກິດສະຖານ ກັບບັນດາປະເທດອາຊີຕາເວັນອອກສ່ຽງໃຕ້, ຮຽກຮ້ອງ ອູເບກິດສະຖານ ສະໜັບສະໜູນ ຫວຽດນາມ ເພີ່ມທະວີການຮ່ວມມືກັບບັນດາປະເທດອາຊີກາງ.

ສ່ວນທ່ານລັດຖະມົນຕີການຕ່າງປະເທດ ອູເບກິດສະຖານ Bakhtiyor Saidov ຢືນຢັນວ່າ ອູເບກິດສະຖານປາດຖະໜາຢາກສືບຕໍ່ຊຸກຍູ້ ການພົວພັນ ມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມື ຫຼາຍດ້ານກັບ ຫວຽດນາມ, ພິເສດແມ່ນໃນຂົງເຂດ ເສດຖະກິດ, ການຄ້າ, ການລົງທຶນ ແລະ ຢືນຢັນວ່າ 2 ຝ່າຍມີຄວາມສາມາດບົ່ມຊ້ອນຫຼາຍດ້ານໃນການຮ່ວມມື; ສະແດງຄວາມເຫັນດີເຫັນພ້ອມກັບທິດທາງການຮ່ວມມືທີ່ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ຍົກອອກມາ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ມີ 2 ໝູ່ບ້ານອາຊີບທຳອິດຂຶ້ນກັບເຄືອຂ່າຍບັນດານະຄອນຫັດຖະກຳປະດິດຄິດສ້າງໂລກ

ຫວຽດນາມ ມີ 2 ໝູ່ບ້ານອາຊີບທຳອິດຂຶ້ນກັບເຄືອຂ່າຍບັນດານະຄອນຫັດຖະກຳປະດິດຄິດສ້າງໂລກ

2 ໝູ່ບ້ານດັ່ງກ່າວເປັນສະມາຊິກຂອງເຄືອຂ່າຍບັນດານະຄອນຫັດຖະກຳປະດິດຄິດສ້າງໂລກ ເປັນການພິສູດໃຫ້ເຫັນຄວາມມານະພະຍາຍາມໃນການອະນຸລັກຮັກສາບັນດາຄຸນຄ່າທີ່ເປັນມູນເຊື້ອ

Top