• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການຮ່ວມມືລະຫວ່າງນະຄອນ ໂຮ່ຈີມິນ ແລະ ບັນດາແຂວງ ໄຕງວຽນ

ສະເພາະກອງປະຊຸມສົ່ງເສີມການລົງທຶນໂດຍນະຄອນ ໂຮ່ຈີມິນ ຈັດຂຶ້ນໃນເດືອນ ເມສາ 2024 ໄດ້ຊ່ວຍໃຫ້ 5 ແຂວງເຂດ ໄຕງວຽນ ຮຽກຮ້ອງການລົງທຶນໃສ່ 558 ໂຄງການ, ດ້ວຍຍອດເງິນລົງທຶນກວ່າ 300.000 ຕື້ດົ່ງ (ເກືອບ 12,5 ຕື້ USD).
ທ່ານ ຫວໍ້ວັນຮວານ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ກອງປະຊຸມສະຫຼຸບຂໍ້ຕົກລົງຮ່ວມມືພັດທະນາເສດຖະກິດ - ສັງຄົມລະຫວ່າງນະຄອນ ໂຮ່ຈີມິນ ກັບບັນດາແຂວງເຂດ ໄຕງວຽນ ປີ 2024 ແລະ ຜັນຂະຫຍາຍແຜນການຮ່ວມມືປີ 2025, ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 03 ມັງກອນ, ຢູ່ນະຄອນ ດ່າລາດ, ແຂວງ ເລິມດົ່ງ.

ໃນປີ 2024, ພ້ອມກັບການຈັດຫຼາຍເຫດການສົ່ງເສີມການລົງທຶນ, ການຄ້າ, ເຊື່ອມຕໍ່ການແລກປ່ຽນການຄ້າ, ໂຄສະນາຄວາມສາມາດບົ່ມຊ້ອນ, ທ່າແຮງ ແລະ ບັນດາຜະລິດຕະພັນກະເສດສະເພາະຂອງບັນດາທ້ອງຖິ່ນໄດ້ຮັບຄວາມເອົາໃຈໃສ່ເທື່ອລະກ້າວ. ໃນນັ້ນ, ສະເພາະກອງປະຊຸມສົ່ງເສີມການລົງທຶນໂດຍນະຄອນ ໂຮ່ຈີມິນ ຈັດຂຶ້ນໃນເດືອນ ເມສາ 2024 ໄດ້ຊ່ວຍໃຫ້ 5 ແຂວງເຂດ ໄຕງວຽນ (ຄື: ກອມຕຸມ, ຢາລາຍ, ດັກລັກ, ດັກນົງ ແລະ ເລິມດົ່ງ) ຮຽກຮ້ອງການລົງທຶນໃສ່ 558 ໂຄງການ, ດ້ວຍຍອດເງິນລົງທຶນກວ່າ 300.000 ຕື້ດົ່ງ (ເກືອບ 12,5 ຕື້ USD).

“ຂ້າພະເຈົ້າຫວັງວ່າ, ບັນດາວິສາຫະກິດພ້ອມກັບນະຄອນ ໂຮ່ຈີມິນ ແລະ ການນຳບັນດາທ້ອງຖິ່ນ ຈົ່ງຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວຮ່ວມສຳພັນ, ສົມທົບລະຫວ່າງນະຄອນ ໂຮ່ຈີມິນ ກັບບັນດາແຊວງເຂດ ໄຕງວຽນ. ຂ້າພະເຈົ້າຢືນຢັນວ່າ, ນີ້ແມ່ນເສັ້ນທາງດີທີ່ສຸດເພື່ອພວກເຮົາທັງເປີດກວ້າງການເຄື່ອນໄຫວດຳເນີນທຸລະກິດ, ແຕ່ກໍ່ໄດ້ຊ່ວຍສ້າງເງື່ອນໄຂໃຫ້ບັນດາທ້ອງຖິ່ນປະຕິບັດໜ້າທີ່ຂອງຕົນໃຫ້ເປັນຢ່າງດີ”.

(ແຫຼ່ງຄັດຈາກ VOV)

ວິ​ສາ​ຫະ​ກິດ ຫວຽດ​ ຍູ້​ແຮງ​ການ​ເຊື່ອມ​ຕໍ່, ຊອກ​ຫາ​ໂອ​ກາດ​ຢູ່​ຕະຫຼາດ​ເຕັກ​ໂນ​ໂລ​ຢີ ອິນ​ເດຍ

ວິ​ສາ​ຫະ​ກິດ ຫວຽດ​ ຍູ້​ແຮງ​ການ​ເຊື່ອມ​ຕໍ່, ຊອກ​ຫາ​ໂອ​ກາດ​ຢູ່​ຕະຫຼາດ​ເຕັກ​ໂນ​ໂລ​ຢີ ອິນ​ເດຍ

ງານວາງສະແດງ IndiaSoft Expo 2026 ໂດຍກະຊວງອຸດສາຫະກຳ ແລະ ການຄ້າ ອິນເດຍ ຈັດຂຶ້ນຢູ່ນະຄອນຫຼວງ New Delhi, ອິນເດຍ, ແຕ່ວັນທີ 23 – 25 ມີນາ.

Top