• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການຮ່ວມມືກັບວິທະຍຸກະຈາຍສຽງຫວຽດນາມແມ່ນບຸລິມະສິດຍຸດທະສາດຂອງ UNESCO

      ຕອນເຊົ້າວັນທີ 9 ມັງກອນ, ທ່ານ ຫງວຽນເທກີ໋ ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ VOV ໄດ້ຕ້ອນຮັບທ່ານ Michael Croft ຫົວຫນ້າອົງການ UNESCO ປະຈຳຫວຽດນາມ ມາຢ້ຽມຢາມ ແລະເຮັດວຽກ.

ທ່ານ ຫງວຽນເທກີ໋ ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ VOV ຕ້ອນຮັບທ່ານ Michael Croft
ຫົວຫນ້າອົງການ UNESCO ປະຈຳຫວຽດນາມ  
      ທີ່ການຕ້ອນຮັບ, ທ່ານ ຫງວຽນເທກີ໋ ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ VOV ຕີລາຄາສູງບັນດາການເຄື່ອນໄຫວຂອງ UNESCO ເວົ້າລວມ ແລະ ຫ້ອງການ UNESCO ປະຈຳ ຮ່າໂນ້ຍເວົ້າສະເພາະ ໃນບັນດາຂົງເຂດການສຶກສາ, ວິທະຍາສາດ ແລະ ວັດທະນະທຳ.
            ໃນຫລາຍປີຜ່ານມາ VOV ໄດ້ສົມທົບຢ່າງແຫນ້ນແຟ້ນກັບ ຫ້ອງການ UNESCO ປະຈຳຮ່າໂນ້ຍ ຜັນຂະຫຍາຍການເຄື່ອນໄຫວຮ່ວມມືຫລາຍຢ່າງທີ່ມີປະສິດທິຜົນ ແລະ ແທດຈິງ.
            ປີ 2020 VOV ປາດຖະຫນາຢາກສືບຕໍ່ຍູ້ແຮງບັນດາການເຄື່ອນໄຫວຮ່ວມມືທີ່ມີຄວາມໝາຍກັບ ຫ້ອງການ UNESCO ປະຈຳຮ່າໂນ້ຍພິເສດແມ່ນ ຮ່ວມຈັດຕັ້ງ        “ວັນກະຈາຍສຽງໂລກປີ 2020" ໂດຍ UNESCO ປຸກລະດົມ. ທ່ານ ຫງວຽນເທກີ໋ ເນັ້ນຫນັກວ່າ:
            ພວກຂ້າພະເຈົ້າ ຖືບົດບາດຂອງ UNESCO ເປັນສຳຄັນ ແລະ ຂີດໝາຍ UNESCO ຢູ່ ຫວຽດນາມ ແມ່ນເລິກເຊິ່ງ.  ພວກຂ້າພະເຈົ້າເອົາໃຈໃສ່ເປັນພິເສດເຖິງເລື່ອງໂຄສະນາບັນດາມໍລະດົກວັດທະນະທຳ ໂດຍ UNESCO ໄດ້ຮັບຮອງເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸ ແລະເປັນວັດຖຸ ຂອງມວນມະນຸດ.
 (ແຫຼ່ງຄັດຈາກ VOV)
 

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງຈິງເດີ​ນ​ທາງ ຮອດ ນະ​ຄອນຫຼວງ Warsaw ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ໂປ​ໂລຍ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງຈິງເດີ​ນ​ທາງ ຮອດ ນະ​ຄອນຫຼວງ Warsaw ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ໂປ​ໂລຍ

ການຢ້ຽມຢາມໂປໂລຍຄັ້ງນີ້ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແມ່ນເພື່ອແນໃສ່ສ້າງບາດກ້າວບຸກທະລຸ, ຍົກລະດັບການພົວພັນລະຫວ່າງສອງປະເທດ, ຜ່ານນັ້ນກໍ່ຍູ້ແຮງ ແລະ ເຮັດໃຫ້ການພົວພັນກັບພາກພື້ນເອີລົບຕາເວັນອອກກາງ ເລິກເຊິ່ງກ່ວາອີກ

Top