• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການພົວພັນຮ່ວມມືຫວຽດນາມ-ອາເມລິກາ

      ຕອນບ່າຍວັນທີ 11 ທັນວາ, ຢູ່ຮ່າໂນ້ຍ, ທ່ານດົນຕ໋ວນຟອງ, ຮອງປະທານທັງເປັນເລຂາທິການໃຫຍ່ຮັບຜິດຊອບສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະພາບັນດາການນຳການເມືອງໜຸ່ມຂອງອາເມລິກາ (ACYPL) ມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ໃນລະຫວ່າງວັນທີ 09 – 15 ທັນວາ.

ທ່ານດົນຕ໋ວນຟອງ ຕ້ອນຮັບຄະນະຜູ້ແທນສະພາບັນດາການນຳການເມືອງໜຸ່ມຂອງອາເມລິກາ
(ພາບ: thoidai.com.vn)
      ທີ່ການຕ້ອນຮັບ, ທ່ານ ດົນຕ໋ວນຟອງ ໃຫ້ຮູ້ຄວາມປາດຖະໜາຂອງປະຊາຊົນ ແລະ ລຸ້ນໜຸ່ມ ຫວຽດນາມ ແມ່ນຊຸກຍູ້ການພົວພັນຮ່ວມມືກັບອາເມລິກາ, ພິເສດແມ່ນໃນຂົງເຂດການສຶກສາ, ເສດຖະກິດ, ການຄ້າ, ຊ່ວຍເຫຼືອມະນຸດສະທຳ… ໂດຍຕາງໜ້າຄະນະຜູ້ແທນ, ທ່ານນາງ Jennifer Mies Lowe ຫວັງວ່າ, ໃນໄລຍະຈະມາເຖິງ ຈະມີການເຄື່ອນໄຫວຫຼາຍກວ່າອີກ ເພື່ອຊຸກຍູ້ການພົວພັນລະຫວ່າງ ປະຊາຊົນ 2 ປະເທດຫວຽດນາມ - ອາເມລິກາ.
        ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ, ບັນດາສະມາຊິກໃນ ACYPL ຍັງໄດ້ໄປຢ້ຽມຢາມໝູ່ບ້ານມິດຕະພາບຫວຽດນາມ; ເຮັດວຽກກັບກະຊວງການຕ່າງປະເທດ, ຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ; ຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ.
 (ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top