• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ອີຣານ ກ່ວາອີກ

ສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງ ແລະ ການນຳບັນດາກະຊວງ, ຂະແໜງການຮັບຜິດຊອບດ້ານເສດຖະກິດ, ທ້ອງຖິ່ນສອງປະເທດ…
ການຕ້ອນຮັບທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢູ່ສະໜາມບິນ

ໃນຂອບເຂດການຢ້ຽມຢາມ ສ ອິດສະລາມ ອີຣານ ຢ່າງເປັນທາງການ (ແຕ່ວັນທີ 8 – 10 ສິງຫາ), ວັນທີ 8 ສິງຫາ, ພາຍຫຼັງພິທີຕ້ອນຮັບທາງການຢູ່ນະຄອນຫຼວງ ເຕເຮຣານ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ເຈລະຈາດກັບທ່ານປະທານສະພາແຫ່ງຊາດ ອີຣານ Mohammad Bagher Ghalibaf. ທີ່ການເຈລະຈາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍ່ຖື ການພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານກັບ ອີຣານ ເປັນສຳຄັນ, ໜຶ່ງໃນບັນດາຄູ່ຮ່ວມມືສຳຄັນຂອງ ຫວຽດນາມ ຢູ່ພາກພື້ນຕາເວັນອອກກາງ. ທ່ານປະທານສະພາແຫ່ງຊາດ ອີຣານ Mohammad Bagher Ghalibaf ກໍ່ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ ອີຣານ ຢູ່ພາກພື້ນ ອາຊີ - ປາຊີຟິກ ແລະ ເຊື່ອໝັ້ນວ່າການຮ່ວມມື ຫວຽດນາມ - ອີຣານ ກໍ່ຄືລະຫວ່າງສະພາແຫ່ງຊາດ ສອງປະເທດຈະມີບາດກ້າວພັດທະນາຢ່າງກະໂດດຂັ້ນໃນໄລຍະຈະມາເຖິງ.      

ການນຳສອງທ່ານເຫັນດີເປັນເອກະພາບກ່ຽວກັບບັນດາມາດຕະການລະອຽດ ເພື່ອຍົກສູງປະສິດທິຜົນແຫ່ງການຮ່ວມມືສອງຝ່າຍໃນໄລຍະຈະມາເຖິງ, ໃນຂົງເຂດຕ່າງໆ, ຄື: ສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງ ແລະ ການນຳບັນດາກະຊວງ, ຂະແໜງການຮັບຜິດຊອບດ້ານເສດຖະກິດ, ທ້ອງຖິ່ນສອງປະເທດ…   

ກ່ຽວກັບເສດຖະກິດ, ສອງຝ່າຍເຫັນດີເປັນເອກະພາບເພີ່ມທະວີການເຊື່ອມຕໍ່ລະຫວ່າງບັນດາທ້ອງຖິ່ນ, ວິສາຫະກິດສອງປະເທດ; ສ້າງເງື່ອນໄຂໃຫ້ແກ່ບັນດາປະເພດສິນຄ້າທີ່ມີທ່າແຮງຂອງແຕ່ລະປະເທດແຊກຊຶມເຂົ້າຕະຫຼາດຂອງກັນ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສະເໜີໃຫ້ ອີຣານ ເພີ່ມທະວີການນຳເຂົ້າບັນດາຜະລິດຕະພັນກະເສດຄື: ເຂົ້າສານ, ຊາ, ໝາກພິກໄທ, ກາເຟ… ຂອງ ຫວຽດນາມ, ພ້ອມທັງສະແດງຄວາມພ້ອມສ້າງເງື່ອນໄຂເພື່ອໃຫ້ ອີຣານ ສົ່ງອອກໝາກໄມ້ອົບແຫ້ງ, ໝາກໄມ້ສົດ… ມາຍັງ ຫວຽດນາມ.       

ສ່ວນທ່ານປະທານສະພາແຫ່ງຊາດ ອີຣານ Mohammad Bagher Ghalibaf ໃຫ້ຮູ້ວ່າ: ບັນດາວິສາຫະກິດ ອີຣານ ນັບມື້ນັບສົນໃຈເຖິງຕະຫຼາດ ຫວຽດນາມ, ປາດຖະໜາຢາກເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ, ກະສິກຳກັບ ຫວຽດນາມ ຫຼາຍກ່ວາອີກ, ພ້ອມແລ້ວທີ່ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດສອງຝ່າຍຮ່ວມມືດຳເນີນທຸລະກິດ ແລະ ລົງທຶນ.       

ເນື່ອງໃນໂອກາດການຢ້ຽມຢາມ ອີຣານ ຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ, ວັນທີ 8 ສິງຫາ, ສື່ມວນຊົນ ອີຣານ ໄດ້ໃຫ້ຂ່າວ ແລະ ບົດຢ່າງຫຼວງຫຼາຍກ່ຽວກັບເຫດການດັ່ງກ່າວ, ຢັ້ງຢືນນີ້ແມ່ນເຫດການສຳຄັນເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ແລະ ພັດທະນາການພົວພັນອັນດີງາມລະຫວ່າງສອງປະເທດ.

(ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top