(ແຫຼ່ງຄັດຈາກ VOV)ຕອນບ່າຍວັນທີ 22 ພຶດສະພາ, ຢູ່ ຮ່າໂນ້ຍ, ທ່ານ ຫງວຽນຮົ່ງຢຽນ, ຮອງປະທານສະພາແຫ່ງຊາດ ຫວຽດນາມ ໄດ້ຕ້ອນຮັບສະຫະສະມາຄົມວິສາຫະກິດ ເອີລົບ ປະຈຳ ຫວຽດນາມ (EuroCham) ໂດຍທ່ານ Bruno Jaspaert, ປະທານສະຫະສະມາຄົມວິສາຫະກິດ ເອີລົບ ປະຈຳ ຫວຽດນາມ ເປັນຫົວໜ້າຄະນະ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ທີ່ການຕ້ອນຮັບ, ທ່ານຮອງປະທານສະພາແຫ່ງຊາດ ຫງວຽນຮົ່ງຢຽນ ເນັ້ນໜັກວ່າ ສັນຍາການຄ້າເສລີ ຫວຽດນາມ - ສະຫະພາບ ເອີລົບ (EVFTA) ທີ່ໄດ້ຮັບການຜັນຂະຫຍາຍໃນຊຸມປີຜ່ານມາ ໄດ້ປະກອບສ່ວນສຳຄັນເພື່ອນຳການພົວພັນຮ່ວມມືດ້ານການຄ້າລະຫວ່າງ 2 ຝ່າຍໃຫ້ຂຶ້ນສູ່ລະດັບສູງໃໝ່. ພິເສດ, 2 ຝ່າຍໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານໃນເດືອນ ມັງກອນ 2026. ອີຢູ ກໍ່ແມ່ນຄູ່ຄ້າໃຫຍ່ທີ 4, ແມ່ນນັກລົງທຶນໃຫຍ່ທີ 5 ໃນໂລກຂອງ ຫວຽດນາມ. ທ່ານສະເໜີໃຫ້ຄະນະກຳມະການ ເອີລົບ (ອີຊີ) ຍົກເລີກ “ບັດເຫຼືອງ” IUU (ການຕ້ານການຫາປາຢ່າງຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ) ສຳລັບການສົ່ງອອກສິນທະເລຂອງ ຫວຽດນາມ; ໜູນຊ່ວຍ ຫວຽດນາມ ກ່ຽວກັບແຫຼ່ງທຶນ, ເຕັກໂນໂລຊີ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ… ຢ່າງສູງສຸດ.
ສ່ວນທ່ານປະທານ Bruno Jaspaert ຢືນຢັນວ່າ ອີຢູ ສາມາດໜູນຊ່ວຍ ຫວຽດນາມ ດ້ານແຫຼ່ງທຶນ, ເຕັກໂນໂລຊີເພື່ອຊ່ວຍໃຫ້ ຫວຽດນາມ ບັນລຸໄດ້ເປົ້າໝາຍການເຕີບໂຕໂດຍໄວ ແລະ ຍືນຍົງ.






