• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ລັດເຊຍ ໃຫ້ນັບມື້ນັບບັນລຸປະສິດທິຜົນ

      ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທັງເຊີນ ໄດ້ໄປຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການໃນລະຫວ່າງວັນທີ 25 – 28 ກັນຍາ.
(ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ພົບປະສົນທະນາກັບທ່ານຮອງນາຍົກລັດຖະມົນຕີລັດເຊຍ Dmitry Chenrnyshenko)
      ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານລັດຖະມົນຕີການຕ່າງປະເທດສະຫະພັນລັດເຊຍ Sergei Lavrov, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທັງເຊີນ ໄດ້ໄປຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການໃນລະຫວ່າງວັນທີ 25 – 28 ກັນຍາ.
        ໃນຂອບເຂດການຢ້ຽມຢາມ, ວັນທີ 28 ກັນຍາ, ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ໄດ້ພົບປະສົນທະນາກັບທ່ານຮອງນາຍົກລັດຖະມົນຕີລັດເຊຍ Dmitry Chenrnyshenko. ໃນການພົບປະແລກປ່ຽນ, 2 ຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ຊອກຫາບັນດາທິດທາງຮ່ວມມືໃໝ່ເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ລັດເຊຍ ໃຫ້ນັບມື້ນັບເລິກເຊິ່ງ, ມີປະສິດທິຜົນ; ເສີມຂະຫຍາຍກົນໄກຮ່ວມມືຄະນະກຳມະການລະຫວ່າງລັດຖະບານກ່ຽວກັບການຮ່ວມມືດ້ານເສດຖະກິດ, ວິທະຍາສາດເຕັກນິກ ແລະ ສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດ 2 ປະເທດລົງທຶນເຂົ້າແຕ່ລະປະເທດ. 2 ຝ່າຍກໍ່ແບ່ງປັນຕ້ອງມີມາດຕະການຂຸດຄົ້ນບັນດາທ່າແຮງເຊິ່ງສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ສະຫະພັນເສດຖະກິດອາຊີ - ເອີລົບ ໄດ້ນຳມາໃຫ້ຢ່າງສຸດຂີດ; ເປີດກວ້າງສູ່ບັນດາຂົງເຂດຮ່ວມມືໃໝ່ຄືວິທະຍາສາດເຕັກໂນໂລຊີສູງ ແລະ ຄົ້ນຄວ້າວິທະຍາສາດ.
ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov ແລະ ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທັງເຊີນ
(ພາບ: baoquocte.vn)
      ໃນວັນດຽວກັນ, ທີ່ການເຈລະຈາລະຫວ່າງທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທັງເຊີນ ສະເໜີໃຫ້ ລັດເຊຍ ສືບຕໍ່ໜູນຊ່ວຍ, ໃຫ້ບຸລິມະສິດແກ່ການສະໜອງ ແລະ ຖ່າຍທອດເຕັກໂນໂລຊີຜະລິດວັກຊິນ, ຢາປິ່ນປົວໂຄວິດ-19 ຂອງລັດເຊຍ ໃຫ້ແກ່ຫວຽດນາມ ຕາມແຜນການ; ເປີດກ້ວາງການຮ່ວມມືຄົ້ນຄວ້າລວມກ່ຽວກັບການແພດ, ວິທະຍາສາດຈັກກະວານ, ຊຸກຍູ້ການຮ່ວມມື, ການພົວພັນແລກປ່ຽນລະຫວ່າງບັນດາທ້ອງຖິ່ນ… ໃຫ້ຫຼາຍກວ່າອີກ.
        ໃນຂອບເຂດການຢ້ຽມຢາມ, ທ່ານລັດຖະມົນຕີ ບຸຍແທັງເຊີນ ໄດ້ພົບປະກັບ ຮອງປະທານສະພາສະຫະພັນລັດເຊຍ ແລະ ເຮັດວຽກກັບກອງທຶນລົງທຶນໂດຍກົງລັດເຊຍ ກ່ຽວກັບບັນຫາຜະລິດວັກຊິນ Sputnik V ຢູ່ຫວຽດນາມ.
(ແຫຼ່ງຄັດຈາກ VOV)

ເພີ່ມ​ທະ​ວີ​ການ​ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ​ລະ​ຫວ່າງກອງ​ທັບ​ສອ​ງ​ປະ​ເທດ ຫວຽດ​ນາມ - ລາວ

ເພີ່ມ​ທະ​ວີ​ການ​ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ​ລະ​ຫວ່າງກອງ​ທັບ​ສອ​ງ​ປະ​ເທດ ຫວຽດ​ນາມ - ລາວ

ຕອນເຊົ້າວັນທີ 10 ກໍລະກົດ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານພົນຕີ ຫງວຽນວັນຫ່ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ໄດ້ເຂົ້າຢ້ຽມຂ່ຳນັບທ່ານພົນໂທ ຄຳລຽງ ອຸທະໄກສອນ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ.

Top