• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການທ່ອງທ່ຽວທີ່ປອດໄພ ໃນສະພາບການໂລກລະບາດໂຄວິດ - 19

      ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ເຊື່ອມຕໍ່ບັນດາການເຄື່ອນໄຫວ ເສດຖະກິດ ສັງຄົມ ໃນສະພາບປົກກະຕິໃນສະພາວະທີ່ໂຄວິດ - 19 ຍັງຄົງຜັນແປຢ່າງສັບສົນ. ນີ້ແມ່ນໂອກາດ ເພື່ອໃຫ້ຂະແໜງທ່ອງທ່ຽວຢູ່ທ້ອງຖິ່ນຕ່າງໆ ຟື້ນຟູການເຄື່ອນໄຫວທີ່ປອດໄພ ຕ້ອນຮັບແຂກມາທ່ຽວຊົມທັດສະນະສຶກສາ ພັກຜ່ອນຢ່ອນອາລົມຢູ່ບັນດາເຂດທ່ອງທ່ຽວທີ່ລືຊື່ຂອງ ຫວຽດນາມ. 
ເຂດທ່ອງທ່ຽວ ບາເບ໋ ເປີດປະຕູຕ້ອນຮັບແຂກທ່ອງທ່ຽວ
      ໃນໄລຍະເກີດໂລກລະບາດໂຄວິດ - 19 ຈຳນວນແຂກທ່ອງທ່ຽວມາພັກເຊົາຢູ່ ໂຮມສະເຕ ກວິ່ງມາຍ ຂອງນາງ ດ່າມກວິ່ງມາຍ ທີ່ຕາແສງ ນາມເໝົາ ເມືອງ ບາເບ໋ ແຂວງ ບັກກ້ານ ໄດ້ຫຼຸດລົງ 70% ເມື່ອທຽບໃສ່ປີຜ່ານມາ. ແຂກທ່ອງທ່ຽວເປັນຈຳນວນໜ້ອຍ ຕົ້ນຕໍແມ່ນຢູ່ພາຍໃນແຂວງ ດ້ວຍບັນດາລາຍການທ່ອງທ່ຽວໄລຍະສັ້ນ ມາຢ້ຽມຊົມທິວທັດທຳມະຊາດຢູ່ໜອງ ບາເບ໋. ໃນໄລຍະທີ່ບໍ່ມີແຂກມາຫຼາຍ, ປະຊາຊົນຢູ່ເຂດໜອງ ບາເບ໋ ໄດ້ສຸມໃສ່ການປ້ອງກັນຕ້ານໂລກລະບາດ ແລະ ຊອກຫາບັນດາຜະລິດຕະພັນການບໍລິການໃໝ່ຕື່ມອີກ. ໃນເມື່ອສະພາບສັງຄົມກັບຄືນສູ່ຄວາມປອດໄພ, ຄອບຄົວນາງ ມາຍ ໄດ້ກະກຽມ ຫ້ອງນອນ ວັດຖຸເຄື່ອງຂອງ ກຽມພ້ອມການບໍລິການຕ້ອນຮັບແຂກທ່ອງທ່ຽວ. ນາງ ມາຍ ໃຫ້ຮູ້ວ່າ:
      “ພວກຂ້າພະເຈົ້າໄດ້ກະກຽມອາຫານຕື່ມອີກ, ເຮັດອະນາໄມເສັ້ນທາງໃນໝູ່ບ້ານ ປັດກວາດເຮືອນຊານ ຫ້ອງນອນໃຫ້ສະອາດ. ສອງສາມປີມໍ່ໆມານີ້ ພວກຂ້າພະເຈົ້າໄດ້ຮັບໃບຈອງຫ້ອງນອນ ແລະ ການຊອກຮູ້ບໍ່ລິການຂອງບັນດາບໍລິສັດທ່ອງທ່ຽວຕ່າງແຂວງ ພາຍຫຼັງພັກຜ່ອນເປັນໄລຍະຍາວ”.
      ໜອງ ບາເບ໋ ພວມຢູ່ໃນຍາມທ່ອງທ່ຽວທີ່ສວຍງາມກວ່າໝູ່ໃນປີ. ມາທ່ອງທ່ຽວຢູ່ໜອງ ບາເບ໋ ໃນໂອກາດນີ້ແຂກທ່ອງທ່ຽວຈະມີຄວາມຮູ້ສຶກປະທັບໃຈ ຕໍ່ໜ້າທົ່ງໄຮ່ທົ່ງນາສຸກເຫຼືອງອາຮາມຢູ່ອ້ອມໜອງ, ແຂກທ່ອງທ່ຽວຈະມີໂອກາດໄດ້ພາຍເຮືອ, ຍ່າງຄົ້ນຫາປ່າດົງດິບ ຫຼື ຮັບຊົມກຸ່ມເມກເລື່ອນລອຍຍາມຕອນເຊົ້າຢູ່ຈອມພູ ໂດນແດນ. ແຂກທ່ອງທ່ຽວຍັງສາມາດເຂົ້າຮ່ວມການຕຶກປາພ້ອມກັບຊາວທ້ອງຖິ່ນ ດ້ວຍເຮືອໄມ້ ແລະ ເຊື່ອມຕົວເຂົ້າກັບວາດຟ້ອນແທນ ພິນຕິ໊ງ  ໃນງານຕັ້ງຄ້າຍຈູດກອງໄຟຢູ່ກາງແຈ້ງ. ພ້ອມກັນນັ້ນແຂກທ່ອງທ່ຽວມີໂອກາດຈະໄດ້ຊິມບັນດາເຍື່ອງອາຫານຢູ່ທ້ອງຖິ່ນຄື ປີ້ງປາ, ເຂົ້າໃໝ່... ທ່ານ ຮວ່າງງອກເຖິມ ຫົວໜ້າຄະນະຄຸ້ມຄອງການທ່ອງທ່ຽວຢູ່ໜອງ ບາເບ໋ ໃຫ້ຮູ້ວ່າ:
        “ເຂດທ່ອງທ່ຽວ ບາເບ໋ ໄດ້ກຽມພ້ອມຕ້ອນຮັບ ແລະ ຮັບໃຊ້ແຂກທ່ອງທ່ຽວ. ສຳລັບອົງການຄຸ້ມຄອງລັດ ພວກຂ້າພະເຈົ້າເປັນເຈົ້າການບູລະນະສ້ອມແປງ, ເຮັດອະນາໄມສິ່ງແວດລ້ອມ ປະດັບປະດາຢູ່ບັນດາສະຖານທີ່ທ່ອງທ່ຽວ. ສຳລັບພໍ່ແມ່ພີ່ນ້ອງໃນເຂດທ່ອງທ່ຽວກໍ່ໄດ້ສ້ອມແປງເຮືອນຊານ ເຮັດອະນາໄມດ້ວຍເງື່ອນໄຂດີທີ່ສຸດ ເພື່ອຕ້ອນຮັບ ແລະ ຮັບໃຊ້ແຂກທ່ອງທ່ຽວ”.
       ໂດຍແມ່ນໜຶ່ງໃນສະຖານທີ່ທ່ອງທ່ຽວ 2 ແຫ່ງ ເຊິ່ງແຂວງ ກວ໋າງນິງ ໄດ້ເລືອກເຟັ້ນ ເພື່ອທົດລອງຕ້ອນຮັບແຂກທ່ອງທ່ຽວຈາກຕ່າງແຂວງນັບແຕ່ເດືອນພະຈິກ ປີ 2021, ເຂດພັກຜ່ອນບຳລຸງສຸຂະພາບ ລີກາຊີອຽນຕື໋  ນະຄອນ ອວງບີ໊ ໄດ້ກະກຽມບັນດາເງື່ອນໄຂດີທີ່ສຸດ ເພື່ອແຂກທ່ອງທ່ຽວມາຄົ້ນຫາສີສັນວັດທະນະທຳດິນແດນແຫ່ງບັນພະບູລຸຢູ່ຕິນພູ ອຽນຕື໋ ໃນເງື່ອນໄຂຮັບປະກັນການປ້ອງກັນຕ້ານໂລກລະບາດ. ທ່ານ ເລຈ້ອງແທັງ ຮອງຜູ້ອຳນວຍການບໍລິສັດຫຸ້ນສ່ວນພັດທະນາ ຕຸ່ງເລິມ ໃຫ້ຮູ້ວ່າ:
      “ພວກຂ້າພະເຈົ້າຈັດແບ່ງເຂດຫ້ອງນອນ, ພັດທະຄານໃຫ້ແກ່ແຂກທ່ອງທ່ຽວຢູ່ພາຍໃນແຂວງ ແລະ ຕ່າງແຂວງຕ່າງຫາກ ນັບທັງການຂົນສົ່ງລົດໄຟຟ້າ ຫຼື ອູ່ລອຍຟ້າຂຶ້ນພູກໍ່ຈັດຕ່າງຫາກ ໝາຍເຖິງຈະຈັດແບບຄົບວົງຈອນສຳລັບສອງແຫຼ່ງແຂກນີ້ຢູ່ໃນລະດັບສູງສຸດ”.
      ເພື່ອຟື້ນຟູການທ່ອງທ່ຽວໃຫ້ມີປະສິດທິຜົນ ແລະ ຮັບມືຢ່າງປອດໄພກັບໂຄວິດ - 19, ພະແນກທ່ອງທ່ຽວແຂວງ ກວ໋າງນິງ ໄດ້ຍື່ນສະເໜີຄະນະກຳມະການປະຊາຊົນແຂວງ ກວ໋າງນິງ ພິຈາລະນາປະກາດບັນດາມາດຖານຕີລາຄາ ລະດັບຄວາມປອດໄພໃນການຕ້ານໂລກລະບາດໂຄວິດ - 19 ສຳລັບການເຄື່ອນໄຫວທ່ອງທ່ຽວໃນບໍລິເວນ. ທ່ານ ຟ້າມງອກຖຸຍ ຫົວໜ້າພະແນກທ່ອງທ່ຽວແຂວງ ກວ໋າງນິງ ໃຫ້ຮູ້ວ່າ:
       “ຄວາມຮັບຜິດຊອບຂອງວົງຄະນາຍາດແມ່ນໃຫຍ່ຫຼວງທີ່ສຸດ, ຈາກບັນດາວິສາຫະກິດທ່ອງທ່ຽວ ເມື່ອຕ້ອນຮັບແຂກທ່ອງທ່ຽວ ເພື່ອຮັບປະກັນບັນດາມາດຖານທີ່ປອດໄພ ຕະຫຼອດຮອດບັນດາຫົວໜ່ວຍຂົນສົ່ງ ແລະ ສະໜອງການບໍລິການທ່ອງທ່ຽວ.  ຫົວໜ້າທັງໝົດເຫຼົ່ານີ້ກໍ່ລ້ວນແຕ່ຕ້ອງສ້າງບັນດາວິທີການລະອຽດ ຮັບປະກັນລັກສະນະຕ່າງຫາກ, ຈຳກັດບັນດາຄວາມສ່ຽງຕິດແປດພະຍາດອອກສູ່ຊຸມຊົນ”.
     ເປີດປະຕູຕ້ອນຮັບແຂກທ່ອງທ່ຽວກໍ່ແມ່ນຄວາມຫວັງຂອງທຸກໆທ້ອງຖິ່ນ ເປັນຕົ້ນແມ່ນບັນດາທ້ອງຖິ່ນທີ່ມີທ່າແຮງດ້ານການທ່ອງທ່ຽວ, ການບໍລິການຄື ກວ໋າງນິງ ບັກກ້ານ. ເປີດປະຕູເພື່ອບັນລຸປະສິດທິຜົນທາງດ້ານເສດຖະກິດ ແຕ່ສຳຄັນທີ່ສຸດແມ່ນຄວາມປອດໄພຂອງແຂກທ່ອງທ່ຽວ ແລະ ຊຸມຊົນ ຍັງພວມແມ່ນເງື່ອນໄຂຕັດສິນຊີ້ຂາດ ໄດ້ຮັບການນຳໃຊ້ໃນປັດຈຸບັນຈາກບັນດາທ້ອງຖິ່ນ. 
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top