• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູູ້ການພັດທະນາຂອງວິສາຫະກິດໂດຍແມ່ຍິງແມ່ນເຈົ້າຂອງຢູ່ ຫວຽດນາມ

ປື້ມປົກຂາວໄດ້ຍົກອອກບັນດາຂໍ້ສະເໜີແນະຊ່ວຍປົດປ່ອຍຄວາມສາມາດບົ່ມຊ້ອນທີ່ຍັງບໍ່ທັນໄດ້ນຳໃຊ້ຂອງວິສາຫະກິດຂະໜາດນ້ອຍ ແລະ ກາງໂດຍແມ່ຍິງເປັນເຈົ້າ ຢູ່ ຫວຽດນາມ ກໍ່ຄືຊ່ວຍກຳນົດທິດນະໂຍບາຍຊຸກຍູ້ການພັດທະນານັກທຸລະກິດຍິງໃນອະນາຄົດ.
ການປະກາດບົດລາຍງານ “ຊຸກຍູ້ການເຕີບໂຕວິສາຫະກິດຜ່ານການແກ້ໄຂຮົ້ວກີດຂວາງ: ປື້ມປົກຂາວກ່ຽວກັບວິສາຫະກິດຂະໜາດນ້ອຍ ແລະ ກາງ ໂດຍແມ່ຍິງເປັນເຈົ້າຢູ່ ຫວຽດນາມ”

ວັນທີ 23 ມັງກອນ, ຢູ່ຮ່າໂນ້ຍ, ກະຊວງແຜນການ ແລະ ການລົງທຶນໄດ້ສົມທົບກັບທະນາຄານພັດທະນາ ອາຊີ (ADB) ປະກາດບົດລາຍງານ “ຊຸກຍູ້ການເຕີບໂຕວິສາຫະກິດຜ່ານການແກ້ໄຂຮົ້ວກີດຂວາງ: ປື້ມປົກຂາວກ່ຽວກັບວິສາຫະກິດຂະໜາດນ້ອຍ ແລະ ກາງ ໂດຍແມ່ຍິງເປັນເຈົ້າຢູ່ ຫວຽດນາມ”. ນີ້ແມ່ນສິ່ງພິມທຳອິດກ່ຽວກັບບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງ ໂດຍ ແມ່ຍິງເປັນເຈົ້າຢູ່ ຫວຽດນາມ, ໂດຍ ADB ຮ່ວມມືກັບກົມພັດທະນາວິສາຫະກິດ, ກະຊວງແຜນການ ແລະ ການລົງທຶນຮຽບຮຽງ.      ປື້ມປົກຂາວໄດ້ຍົກອອກບັນດາຂໍ້ສະເໜີແນະຊ່ວຍປົດປ່ອຍຄວາມສາມາດບົ່ມຊ້ອນທີ່ຍັງບໍ່ທັນໄດ້ນຳໃຊ້ຂອງວິສາຫະກິດຂະໜາດນ້ອຍ ແລະ ກາງໂດຍແມ່ຍິງເປັນເຈົ້າ ຢູ່ ຫວຽດນາມ ກໍ່ຄືຊ່ວຍກຳນົດທິດນະໂຍບາຍຊຸກຍູ້ການພັດທະນານັກທຸລະກິດຍິງໃນອະນາຄົດ.

ກ່າວຄຳເຫັນທີ່ເຫດການ, ທ່ານ ເຈິ່ນຢຸຍດົງ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ຢັ້ງຢືນ ບັນດາວິສາຫະກິດໂດຍແມ່ຍິງເປັນເຈົ້າສວມບົດບາດສຳຄັນໃນຄວາມມານະພະຍາຍາມຂອງ ຫວຽດນາມ ເພື່ອປະຕິບັດເປົ້າໝາຍກ່ຽວກັບການພັດທະນາກວມລວມ ແລະ ຍືນຍົງ. ຢູ່ ຫວຽດນາມ, ມີ 98% ຈຳນວນວິສາຫະກິດຂະໜາດນ້ອຍ ແລະ ກາງ, ໃນນັ້ນມີ 20% ບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງມີແມ່ຍິງເປັນເຈົ້າ, ສູງກ່ວາເມື່ອທຽບໃສ່ລະດັບການເພີ່ມສະເລ່ຍໃນຂົງເຂດ ວິສາຫະກິດ.

(ແຫຼ່ງຄັດຈາກ VOV)

ສ້າງເຫຼົ່າ​ທັບ ທະຫານ​ເຮືອ​ປະ​ຕິ​ວັດ, ກອງ​ທັບຫຼວງ, ຍອດ​ຢ້ຽມ, ທັນ​ສະ​ໄໝ​ເພື່ອ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຢ່າງ​ໝັ້ນ​ແກ່ນ

ສ້າງເຫຼົ່າ​ທັບ ທະຫານ​ເຮືອ​ປະ​ຕິ​ວັດ, ກອງ​ທັບຫຼວງ, ຍອດ​ຢ້ຽມ, ທັນ​ສະ​ໄໝ​ເພື່ອ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຢ່າງ​ໝັ້ນ​ແກ່ນ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ສະ​ເໜີ​ເຊື່ອມ​ຊືມ​ຢ່າງ​ເລິກ​ເຊິ່ງ, ກຳ​ແໜ້ນ​ບັນ​ດາ​ແຜນ​ນະ​ໂຍ​ບາຍ​ຂອງ​ພັກ, ນະ​ໂຍ​ບາຍ, ກົດ​ໝາຍ​ຂອງ​ລັດ​ກ່ຽວ​ກັບ​ກອງ​ທັບ, ການ​ປ້ອງ​ກັນ​ຊາດ.

Top