• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊາ​ປາ ໄດ້​ຮັບ​ການ​ຄັດ​ເລືອກວ່າ ເປັນ 1 ໃນຈຳ​ນວນ 50 ເທດ​ສະ​ບານ​ເມືອງນ້ອຍ ທີ່​ສວ​ຍ​ງາມ​ທີ່​ສຸດ​ໃນ​ໂລກ

ວາລະສານທ່ອງທ່ຽວສາກົນ Conde Nast Traveler ໄດ້ຄັດເລືອກເອົາ 50 ເທດສະບານເມືອງນ້ອຍທີ່ສວຍງາມທີ່ສຸດໃນໂລກ, ໃນນັ້ນ ມີເທດສະບານເມືອງ ຊາປາ (ແຂວງ ລາວກາຍ) ຂອງ ຫວຽດນາມ.
  ຊາປາ - ສະຖານທີ່ທ່ອງທ່ຽວທີ່ສວຍງາມ (ພາບ: bestprice.vn)  

ຫວ່າງແລ້ວນີ້, ວາລະສານທ່ອງທ່ຽວສາກົນ Conde Nast Traveler ໄດ້ຄັດເລືອກເອົາ 50 ເທດສະບານເມືອງນ້ອຍທີ່ສວຍງາມທີ່ສຸດໃນໂລກ, ໃນນັ້ນ ມີເທດສະບານເມືອງ ຊາປາ (ແຂວງ ລາວກາຍ) ຂອງ ຫວຽດນາມ.

ຕາມການແນະນຳຂອງ Conde Nast Traveler, ຊາປາ ແມ່ນເທດສະບານເມືອງຢູ່ເຂດພູດອຍທີ່ສະຫງົບງຽບ ນອນຢູ່ແຂວງ ລາວກາຍ, ທາງທິດຕາເວັນຕົກ ພາກເໜືອຂອງ ຫວຽດນາມ. ດິນແດນແຫ່ງນີ້ ໄດ້ເປັນທີຮູ້ຈັກກັນດີດ້ວຍທັດສະນີຍະພາບຂອງພູຜາປ່າໄມ້ທີ່ໃຫຍ່ໂຕມະໂຫຖານ, ມີນາຂັ້ນໄດທີ່ກວ້າງໃຫຍ່ຈົນສຸດສາຍຕາ, ນ້ຳຕົກຕາດທີ່ງົດງາມດັ່ງໃນຝັນ ແລະ ເສັ້ນທາງຄົດງໍ. ບໍ່ພຽງແຕ່ເທົ່ານັ້ນ Conde Nast Traveler ຍັງເນັ້ນໜັກເຖິງຫຼາຍສະຖານທີ່ທ່ອງທ່ຽວທີ່ສວຍງາມຢູ່ອ້ອມເທດສະບານເມືອງດັ່ງກ່າວພວມລໍຖ້າແຂກທ່ອງທ່ຽວມາຢ້ຽມຊົມອີກດ້ວຍ.

(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top