• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊາຫວຽດນາມ ພວມມີກາລະໂອກາດສະດວກເພື່ອສ້າງເຄື່ອງໝາຍການຄ້າຢູ່ອາເມລິກາ

ພາບ​ປະ​ກອບ
      ທ້າຍ​ອາ​ທິດ​ຜ່ານ​ມາ, ຄະ​ນະ​ຄຸ້ມ​ຄອງ​ລາຍ​ການ “ຍົກ​ສູງ​ກຳ​ລັງ​ແກ່ງ​ແຍ້ງ​ໃນ​ການ​​ສົ່ງ​ອອກ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ ຫວຽດ​ນາມ ສົມ​ທົບ​ກັບ​ຫ້ອງ​ການ​ຕາງ​ໜ້າ​ຂອງ​ກົມ​ສົ່ງ​ເສີມ​ການ​ຄ້າ​ຢູ່​ນິວ​ຢອກ ໄດ້​ຈັດ​ຕັ້ງ​ການ​ໂອ້​ລົມ​ສົນ​ທະ​ນາ​ກ່ຽວ​ກັບ​ການ​ຊອກ​ຫາ​ກາ​ລະ​ໂອ​ກາດ​ໃຫ້​ແກ່​ຊາຂຽວ ຫວຽດ​ນາມ ຢູ່​ຕະຫຼາດ ອາ​ເມ​ລິ​ກາ” ​​ ​​ ​
        ທີ່​ການ​ໂອ້​ລົມ​ສົນ​ທະ​ນາ, ບັນ​ດາ​ນັກ​ຊ່ຽວ​ຊານ ລ້ວນ​ແຕ່ໄດ້​ຕີ​ລາ​ຄາ​ສູງ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ​ ​ຊາ​ ຫວຽດ​ນາມ ຢູ່​ຕະຫຼາດ ອາ​ເມ​ລິ​ກາ. ຕາມ​ບັນ​ດາ​ນັກ​ຊ່ຽວ​ຊານ​ແລ້ວ, ບັນ​ດາ​ນັກ​ຜະ​ລິດ​ຊາ ຫວຽດ​ນາມ ໄດ້​ຮັບ​ການ​ຮູ້​ຈັກ​​ຈາກ​ລູກ​ຄ້າ​ສາ​ກົນ​ກ່ຽວ​ກັບ​ຄວາມ​ສາ​ມາດ​ໃນ​ການ​ສະ​ໜອງ​ຊາ​ດ້ວຍ​ປະ​ລິ​ມານ​​ໃຫຍ່, ລາ​ຄາ​ຖືກ ແລະ ຄຸນ​ນະ​ພາບ​​ສົ່ງ​ອອກ​ປານ​ກາງ. ສິ່ງ​ທ້າ​ທາຍ​ໃຫຍ່ຫຼວງ​ໃນ​ຕໍ່​ໜ້າ​ແມ່ນ​ຕ້ອ​ງ​ປ່ຽນ​ແປງ​ພາ​ບ​ພົ​ດນ​ີ້​ດ້ວຍ​ການ​ເຂົ້າ​ຮ່ວມ​​ເຂົ້າ​ຮ່ວມລະ​ບົບ​ມູນ​ຄ່າຢ່າງ​ເລິກ​ເຊິ່ງ. ແຕ່​ລະ​ປີ, ຊາວ ອາ​ເມ​ລິ​ກາ ໄດ້ຈ່​າຍ​ເງິນ​ຈຳ​ນວນກ່​ວາ 80 ຕື້ USD ໃຫ້​ແກ່​ບັນ​ດາ​ຜະ​ລິດ​ຕະ​ພັນ​ຊາ. ນີ້​ຖືກ​ຖື​ວ່າແມ່ນ​ຕະຫຼາດ​​ທີ່​ມີຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃຫ້​ຜະ​ລິດ​ຕະ​ພັນ​ຊາ ​ທີ່​ມີ​ຄຸນ​ນະ​ພາບ​ສູງຂອງ ຫວຽດ​ນາມ. ແຕ່​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ບັນ​ດາ​ນັກ​ຊ່ຽວ​ຊານ​ຊາ​ສາ​ກົນ​ເນັ້ນ​ໜັກ​ວ່າ: ອາ​ເມ​ລິ​ກາ ແມ່ນ​ຕະຫຼາດ​ທີ່​ມີ​ຄວາມ​ຮຽກ​ຮ້ອງ​ຄຸນ​ນະ​ພາບ​ສູງ, ​ສຸ​ຂະ​ອະ​ນາ​ໄມ​ດ້ານ​​ອາ​ຫານ. ດັ່ງ​ນັ້ນ, ເພື​່ອ​ສ້າງ​ເຄື່ອງ​ໝາຍ​ການ​ຄ້າ​ຢູ່ ອາ​ເມ​ລິ​ກາ, ​ໄດ້ບັນ​ດາ​ນັກ​ຊ່ຽວ​ຊານໄດ້​ສະ​ເໜີ​​ແນະ​ບັນ​ດາ​ບໍ​ລິ​ສັດ ຫວຽດ​ນາມ ລົງ​ທຶນ​ຍົກ​ສູງ​ຄຸນ​ນະ​ພາບ​ຜະ​ລິດ​ຕະ​ພັນ, ຮັບ​ປະ​ກັນ​ຮູບ​ແບບ ແລະ ​ສຸ​ຂະ​ອະ​ນາ​ໄມ​ດ້ານ​​ອາ​ຫານ.
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top