• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊາວ ຫວຽດ​ນາມ ອາ​ໄສ ຢູ່​ຕ່າງ​ປະ​ເທດ ໃຫ້​ການ​ບໍ​ລິ​ຈາກ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ກອງ​ທຶນ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ຫວຽດ​ນາມ

ບັນດາຫົວໜ່ວຍດັ່ງກ່າວ ໄດ້ມອບເງິນສົດໃຫ້ຄະນະກຳມະການແຫ່ງລັດ ກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ 50 ລ້ານດົ່ງ ເພື່ອປະກອບສ່ວນເຂົ້າໃນກອງທຶນວັກຊິນກັນພະຍາດໂຄວິດ - 19 ແລະ ວັດຖຸເຄື່ອງຂອງຈຳນວນໜຶ່ງທີ່ມີມູນຄ່າເກືອບ 230 ລ້ານດົ່ງ ເພື່ອຊ່ວຍເຫຼືອໃຫ້ບັນດາແພດໝໍ, ພະຍາບານທີ່ພວມປະຕິບັດໜ້າທີ່ຕ້ານໂລກລະບາດໂຄວິດ - 19 ຢູ່ແຂວງ ບັກຢາງ ແລະ ບັກນິງ.

ຕອນບ່າຍວັນທີ 10 ມິຖຸນາ, ຢູ່ຮ່າໂນ້ຍ, ຄະນະກຳມະການແຫ່ງລັດ ກ່ຽວກັບຊາວຫວຽດນາມ ອາໄສ ຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດຕັ້ງພິທີມອບ - ຮັບເງິນ ແລະ ວັດຖຸ ໂດຍ ກອງທຶນ Steve Bui & Friends - ເຊິ່ງເປັນກອງທຶນຂອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ Steve Bui, ປະທານ ກຸ່ມບໍລິສັດທີ່ປຶກສາ ແລະ ການລົງທຶນການເງິນ ມີສຳນັກງານຕັ້ງຢູ່ ຍີ່ປຸ່ນ ເປັນປະທານ), ບໍລິສັດ ເຟືອງລອງຍຽນ - ຫວູງເຕົ່າ ແລະ ບໍລິສັດ Cosmos Japan Creation JSC ມອບໃຫ້ ແລະ ປະກອບສ່ວນເຂົ້າໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢູ່ ພາຍໃນປະເທດ.

        ທີ່ພິທີ, ບັນດາຫົວໜ່ວຍດັ່ງກ່າວ ໄດ້ມອບເງິນສົດໃຫ້ຄະນະກຳມະການແຫ່ງລັດ ກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ 50 ລ້ານດົ່ງ ເພື່ອປະກອບສ່ວນເຂົ້າໃນກອງທຶນວັກຊິນກັນພະຍາດໂຄວິດ - 19 ແລະ ວັດຖຸເຄື່ອງຂອງຈຳນວນໜຶ່ງທີ່ມີມູນຄ່າເກືອບ 230 ລ້ານດົ່ງ ເພື່ອຊ່ວຍເຫຼືອໃຫ້ບັນດາແພດໝໍ, ພະຍາບານທີ່ພວມປະຕິບັດໜ້າທີ່ຕ້ານໂລກລະບາດໂຄວິດ - 19 ຢູ່ແຂວງ ບັກຢາງ ແລະ ບັກນິງ.

ຊາວ ຫວຽດນາມ ອາໄສ ຢູ່ ໂມຊຳບິກ ຕອບສະໜອງລາຍການບໍລິຈາກ ຢ່າງຕັ້ງໜ້າ (ພາບ: TTXVN)

ກ່ອນໜ້ານັ້ນ, ວັນທີ 09 ມິຖຸນາ, ສະຖານທູດ ຫວຽດນາມ ປະຈຳ ໂມຊຳບິກ  ແລະ ການາດາ ກໍໄດ້ຈັດຕັ້ງລາຍການບໍລິຈາກສະໜັບສະໜູນກອງທຶນຕ້ານໂລກລະບາດໂຄວິດ - 19. ໃນມື້ທຳອິດຂອງການປຸກລະດົມ, ພະນັກງານ, ລັດຖະກອນສະຖານທູດ ແລະ ບັນດາອົງການຜູ້ຕາງໜ້າ ຂອງ ຫວຽດນາມ ປະຈຳ ການາດາ ໄດ້ປະກອບເງິນເດືອນໜຶ່ງວັນເຮັດວຽກເຂົ້າໃນກອງທຶນວັກຊິນກັນພະຍາດໂຄວິດ - 19, ນີ້ແມ່ນຂອງຂວັນທີ່ມີຄວາມໝາຍສຳລັບວົງຄະນະຍາດ ແລະ ສັງຄົມ, ປະກອບສ່ວນເພື່ອໃຫ້ປະເທດ ຫວຽດນາມ ໄດ້ຮັບການຮັບຮູ້ວ່າ ເປັນຈຸດພົ້ນເດັ່ນໃນແຜນທີ່ໂລກ ກ່ຽວກັບການປະຕິບັດ “ເປົ້າໝາຍຄວບຄູ່” ທັງຕ້ານໂລກລະບາດ, ທັງພັດທະນາເສດຖະກິດ. 

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top