• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊາວໜຸ່ມຫວຽດນາມ ຢູ່ ລາວ ຮັກສາມູນເຊື້ອອັນດີງາມໃນເຂດດິນແດນຂອງປະເທດບ້ານໃກ້ເຮືອນຄຽງ

      ເນື່ອງໃນໂອກາດສະເຫຼີມສະຫຼອງ 73 ປີ ແຫ່ງວັນຊາດ ສາທາລະນະລະລັດ ສັງຄົມນິຍົມຫວຽດນາມ ( ວັນທີ 2 ກັນຍາ 1945 - ວັນທີ 2 ກັນຍາ 2018), ວັນທີ 01 ກັນຍາ ຢູ່ນະຄອນຫຼວງວຽງຈັນ ແຫ່ງ ສປປ.ລາວ, ງານແຂ່່ງຂັນກິລາບານເຕະ ຊາວໜຸ່ມຫວຽດນາມ ຢູ່ ລາວ ຄັ້ງທີ 5 ປີ 2018 ໄດ້ໄຂຂຶ້ນຢ່າງເປັນທາງການ.
      ງານແຂ່່ງຂັນກິລາບານເຕະ ຊາວໜຸ່ມຫວຽດນາມ ປະຈໍາ ລາວ ຄັ້ງທີ 5 ປີ 2018 ແນໃສ່ ສ້າງກອງທຶນການກຸສົນ ເພື່ອຊ່ວຍເຫຼືອຜູ້້ເຖົ້າຜູ້ແກ່ທີ່ຢູ່ປ່ຽວ, ບັນດາຄອບຄົວທຸກຍາກ ແລະ ສູນອຸປະກະລະເດັກນ້ອຍພິການຂອງລາວ. ງານແຂ່ງຂັນກິລາບານເຕະຄັ້ງນີ້ ບໍ່ພຽງແຕ່ ແມ່ນໂອກາດ ເພື່ອເພີ່ມທະວີຄວາມສາມັກຄີ, ຄວາມຜູກພັນໃນປະຊາຄົມຊາວຫວຽດນາມ ອາໄສຢູ່່ນະຄອນຫຼວງ ວຽງຈັນ ເວົ້າສະເພາະ ແລະ ອາໄສຢູ່ປະເທດລາວເວົ້າລວມເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນຄວາມເຂັ້ມແຂງຂອງຂະບວນການກິລາກາຍະກໍາ ແລະ ນໍ້າໃຈ “ອູ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນ” ຂອງປະຊາຄົມຊາວຫວຽດນາມອາໄສຢູ່ລາວ, ຊ່ວຍໃຫ້ບັນດາຊາວໜຸ່ມຫວຽດນາມພວມຮໍ່າຮຽນ, ເຮັດວຽກ ແລະ ດໍາລົງຊີວິດຢູ່ນະຄອນຫຼວງວຽງຈັນ ມີໂອກາດພົບປະແລກປ່ຽນ ແລະ ແລກປ່ຽນບົດຮຽນນໍາກັນອີກດ້ວຍ.
        ງານແຂ່່ງຂັນກິລາບານເຕະ ຊາວໜຸ່ມຫວຽດນາມ ຢູ່ ລາວ ຄັ້ງທີ 5 ປີ 2018 ມີທັງໝົດ 10 ທິມເຂົ້າຮ່ວມ,  ໄດ້ດໍາເນີນຮອດວັນທີ 22 ກັນຍາ ຈຶ່ງຈະອັດລົງ.
 (ແຫຼ່ງຄັດຈາກ VOV)


ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ໃນເດືອນ ເມສາ, ການສົ່ງອອກຂອງ ຈີນ ໄດ້ເພີ່ມຂຶ້ນ 8.1%, ລືນກາຍຄວາມຄາດຫວັງ ແລະ ການຄາດຄະເນ.

Top