• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊາວຫວຽດນາມ ອາໄສຢູ່ຕ່າງປະເທດມີຄວາມເຊື່ອໝັ້ນຕໍ່ຜົນສຳເລັດຂອງ ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ

      ທ່ານ ດ່າວດ້າຍຫ໋າຍ, ຮອງປະທານສະມາຄົມຊາວຫວຽດນາມ ອາໄສຢູ່ ນະຄອນ Saint.Peterbury ສະຫະພັນ ລັດເຊຍ ຖືວ່າ ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກແມ່ນເຫດການການເມືອງທີ່ສຳຄັນຍິ່ງ, ມີຄວາມໝາຍດ້ານປະຫວັດສາດ, ສ້າງຂີດໝາຍບາດກ້າວພັດທະນາໃໝ່ຂອງປະເທດຊາດ.
ບັນດາຜູ້ແທນລົງປະຊາມະຕິຮັບຮອງເອົາມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ (ພາບ: TTXVN)
      ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ປະສົບຜົນສຳເລັດ ບໍ່ພຽງແຕ່ແມ່ນເຫດການປະຫວັດສາດແຫ່ງຊາດ ເທົ່ານັ້ນ ຫາກຍັງແມ່ນເຫດການທີ່ໄດ້ຮັບຄວາມສົນໃຈ ແລະ ຕິດຕາມຂອງ ປະຊາຊົນທັງຢູ່ພາຍໃນປະເທດ ແລະ ຊາວຫວຽດນາມອາໄສຢູ່ຕ່າງປະເທດອີກດ້ວຍ. ທ່ານ ລຶວກົງນ້ຽມ, ປະທານສະມາຄົມນັກຮົບເກົ່າ ຫວຽດນາມ ປະຈຳ ລັດເຊຍ ໃຫ້ຮູ້ວ່າ ພໍ່ແມ່ປະຊາຊົນຮູ້ສຶກປິຕິຊົມຊື່ນ ເມື່ອກອງປະຊຸມໃຫຍ່ວາງອອກແນວທາງ, ວິທີການແກ້ໄຂ, ຄັດເລືອກເອົາຜູ້ມີຄວາມເກັ່ງກ້າສາມາດ, ມີຈັນຍາບັນ ຢ່າງພຽງພໍເພື່ອນຳພາປະເທດຊາດ ສືບຕໍ່ພັດທະນາ.
            ພວກຂ້າພະເຈົ້າຫວັງວ່າ ດ້ວຍກຳລັງ ຄະນະບໍລິຫານງານຊຸດນີ້ຈະນຳປະເທດຊາດສືບຕໍ່ບືນຕົວຂຶ້ນ, ເຊື່ອມໂຍງເຂົ້າກັບສາກົນ. ຢູ່ຕ່າງປະເທດ, ພວກຂ້າພະເຈົ້າເຫັນວ່າ ໃນໄລຍະທີ່ຜ່ານມາ ປະເທດຫວຽດນາມ ປະຕິບັດ ການພັດທະນາເສດຖະກິດ  ແລະ ການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19  ໄດ້ເປັນຢ່າງດີ ແລະ ປະສົບຜົນສຳເລັດ. ຈາກນັ້ນ, ພວກຂ້າພະເຈົ້າເຊື່ອໝັ້ນວ່າ ບັນດາເປົ້າໝາຍທີ່ໄດ້ວາງອອກໃນກອງປະຊຸມໃຫຍ່, ພາຍໃຕ້ການນຳພາຢ່າງສະຫຼາດສ່ອງໄສຂອງຄະນະບໍລິຫານງານສູນການພັກຊຸດໃໝ່ ແນ່ນອນວ່າ ຈະປະຕິບັດໄດ້ຢ່າງສຳເລັດຜົນ ແລະ ນຳປະເທດຊາດພັດທະນາ.
        ທ່ານ ດ່າວດ້າຍຫ໋າຍ, ຮອງປະທານສະມາຄົມຊາວຫວຽດນາມ ອາໄສຢູ່ ນະຄອນ Saint.Peterbury ສະຫະພັນ ລັດເຊຍ ຖືວ່າ ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກແມ່ນເຫດການການເມືອງທີ່ສຳຄັນຍິ່ງ, ມີຄວາມໝາຍດ້ານປະຫວັດສາດ, ສ້າງຂີດໝາຍບາດກ້າວພັດທະນາໃໝ່ຂອງປະເທດຊາດ.
            ທ່ານ ເຈິ່ນບ໊າຟຸກ, ກຳມະການຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ແລະ ປະທານ ສະມາຄົມນັກທຸລະກິດ ຫວຽດນາມ ປະຈຳ ອົດສະຕາລີ ໄດ້ໃຫ້ຂໍ້ສັງເກດວ່າ: ຊາວຫວຽດນາມພວມອາໄສ ແລະ ຮ່ຳຮຽນຢູ່ອົດສະຕາລີ ເກືອບທັງໝົດລ້ວນແຕ່ມີຂໍ້ສັງເກດລວມວ່າ ກອງປະຊຸມໃຫຍ່ຄັ້ງທີນີ້ ໄດ້ສ້າງຫຼາຍຂີດໝາຍ, ນ້ຳໃຈຢ່າງເລິກເຊິ່ງ ແລະ ດີງາມໃນພະນັກງານ, ສະມາຊິກພັກ ພ້ອມກັບປະຊາຊົນໃນທົ່ວປະເທດ ແລະ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ. ຜົນສຳເລັດຂອງກອງປະຊຸມໃຫຍ່ຈະແມ່ນບາດລ້ຽວອັນໃຫຍ່ຫຼວງບົນເສັ້ນທາງ ນຳປະເທດຫວຽດນາມ ພັດທະນາຢ່າງຮອບດ້ານ, ໝັ້ນຄົງ, ຂຶ້ນສູ່ລະດັບສູງໃໝ່, ຮັບປະກັນອະນາຄົດທີ່ສົດໄສຂອງປະເທດຊາດ.
(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top