• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊາວປະມົງ ແຂວງ ແຄ໋ງຮ່ວາ ຕັດສິນໃຈຫາປາຢູ່ ທະເລ ເຈື່ອງຊາ - ຮ່ວາງຊາ

ພາບ​ປະ​ກອບ
          ຕໍ່ໜ້າ​ເລື່ອງ​ຈີນ​ ປະກາດ​ຄຳ​ສັ່ງ​ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໃນ​ໄລຍະ​ແຕ່ 13/5-1/8/2015, ຊາວ​ປະມົງ​ແຂວງ​ແຄ໋ງຮ່ວາ ຍັງ​ຄົງ​ຕັດສິນ​ໃຈ​ອອກ​ສູ່ທະ​ເລ​ເພື່ອ​ຫາ​ປາ. ກຳ່​ປັ່ນ​ຫາ​ປາ​ນັບ​ຮ້ອຍ​ລຳ ​ແລະ ຊາວ​ປະມົງ​ນັບ​ພັນ​ຄົນ​ສືບ​ຕໍ່​ສາມັກຄີ​ ພ້ອມ​ກັນ​ອອກ​ສູ່​ທະ​ເລ, ຫາ​ປາ​ຢູ່​ເຂດ​ທະ​ເລ​​ທີ່​ເປັນ​ມູນ​ເຊື້ອ ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ. ​ໃນ​ຊຸມ​ມື້​ນີ້, ຢູ່​ທ່າ​ກຳ່​ປັ່ນນະຄອນ​ຍາ​ຈາງ ​ແຄ໋ງຮ່ວາ, ​ເຊິ່ງ​ແມ່ນ​ທ່າ​ຫາ​ປາໃຫຍ່​ກວ່າ​ໝູ່​ຢູ່​ທິດ​ໃຕ້​ພາກ​ກາງຍັງ​ມີ​ກຳ​ປຳ່ຫາ​ປາ​ອອກ​ສູ່​ທະ​ເລ ​ແລະ ​ເຂົ້າ​ທຽບ​ທ່າ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ທ່ານ ມາຍ​ແທ່ງ​ຟຸກ, ຫົວໜ້າ​ກອງຫາ​ປາ​ເຈື່ອງ​ຊາ, ​ໃຫ້​ຮູ້​ວ່າ:
        “ພວກ​ຂ້າພະ​ເຈົ້າ​ຍັງ​ຄົງ​ອອກ​ສູ່​ທະ​ເລ​ຫາ​ປາ​ໃນ​ໄລຍະ​ຍາວ​. ສຳລັບ​ຊາວ​ປະມົງ​ພວກ​ຂ້າພະ​ເຈົ້າ​ແລ້ວ, ຄຳ​ສັ່ງ​ຫ້າມ​ຫາ​ປາ​ຂອງ​ຈີນ​ແມ່ນ​ບໍ່​ມີ​ຄຸນຄ່າ, ໄຮ້​ເຫດຜົນ. ນີ້​ແມ່ນ​ທະ​ເລ​ຂອງ​ຫວຽດນາມ, ຂ້າພະ​ເຈົ້າ​ແມ່ນ​ຊາວ​ຫວຽດນາມ ດັ່ງ​ນັ້ນ​ຈະ​ສືບ​ຕໍ່​ຫາ​ປາຢູ່​ທະລຂອງ​ປະ​ເທດຕົນ“.
 (​ແຫຼ່ງຄັດ​ຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ເປົ້າ​ໝາຍ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ 2 ຕົວ​ເລກ​ແມ່ນ​ບໍ່​ປ່ຽນ​ແປງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ເປົ້າ​ໝາຍ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ 2 ຕົວ​ເລກ​ແມ່ນ​ບໍ່​ປ່ຽນ​ແປງ

ຕອນ​ເຊົ້າ​ວັນ​ທີ 4 ເມ​ສາ ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ ຟ້າມ​ມິງ​ຈິງ ນາ​ຍົກ​ລັດ​ຖະ​ມົນຕີ ຫວຽດ​ນາມ ໄດ້​ເປັນ​ປະ​ທານກອງປະຊຸມ​ທາງ​ໄກຂອງ​ລັດ​ຖະ​ບານ​ກັບ​ທ້ອງ​ຖິ່ນ. ກອງ​ປະ​ຊຸມ​ເພື່ອ​ແນ​ໃສ່​ຕີ​ລາ​ຄາ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ໄຕ​ມາດ I/2026, ວາງ​ອອກ​ບັນ​ດາ​ໜ້າ​ທີ່, ມາດ​ຕະ​ການ​ຈຸດ​ສຸມ​ໃຫ້​ແກ່​ໄຕ​ມາດ​ທີ II ແລະ ໃນ​ໄລ​ຍະ​ຈະ​ມາ​ເຖິງ. ກ່າວ​ຄຳ​ເຫັນ​ທີ່ກອ​ງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້ນ​ໜັກ​ວ່າ​ ເປົ້າ​ໝາຍ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ​ສອງ​ຕົວ​ເລກ​ແມ່ນ​ບໍ່​ປ່ຽນ​ແປງ, ຄວນ​ມີ​ມາດ​ຕະ​ການ​ເພື່ອ​ຊຸກ​ຍູ້​ບັນ​ດາ​ກຳ​ລັງ​ໜູນການ​ເຕີບ​ໂຕ, ເປັນ​ຕົ້ນ​ແມ່ນ​ການ​ບໍ​ລິ​ໂພກ, ການ​ສົ່ງ​ອອກ; ບັນ​ດາ​ມາດ​ຕະ​ການ​ເພື່ອ​ໃຫ້​ການ​ເຕີບ​ໂຕ​ຢູ່​ລະ​ດັບ​ສູງ, ທັງ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກໃຫ້​ເປັນ​ປົກ​ກະ​ຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັບ​ປະ​ກັນ​ບັນ​ດາຄວາມ​ດຸ່ນ​ດ່ຽງ​ໃຫຍ່​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ; ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ​ໃນ​ສະ​ເພາະ​ໜ້າ ແລະ ຍາວ​ນານ… ຢູ່ກອງ​ປະ​ຊຸມ​ບັນ​ດາ​ຜູ້​ແທນ​ໄດ້ຮັບ​ຟັງ​ບົດ​ລາຍ​ງາ​ນ​ກ່ຽວ​ກັບ​ສະ​ພາບ​ການ​ເສດ​ຖະ​ກິດ - ສັງ​ຄົມ​ເດືອນ​ມີ​ນາ ແລະ ໄຕ​ມາດ​ທີ I ປີ 2026, ສ​ະ​ພາບ​ການ​ຈັດແບ່ງ

Top