ນັ້ນແມ່ນການຢັ້ງຢືນຂອງການນຳນຄອນໂຮ່ຈິມິນ ກ່າວທີ່ພິທີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຫວຽດນາມ - ການາດາ ຄົບຮອບ 45 ປີ (21 ສິງຫາ 1973 – 21 ສິງຫາ 2018), ໄດ້ດຳເນີນໃນຕອນເຊົ້າຂອງວັນທີ 21 ສິງຫາ.
ນັບແຕ່ມື້ ສ້າງຕັ້ງສາຍພົວພັນທາງການທູດ ກ່ອນໜ້ານີ້ 45 ປີ, ໂດຍສະເພາະແມ່ນຫຼັງຈາກຍົກລະດັບການພົວພັນຂື້ນເປັນຄູ່ຮ່ວມມືຍຸດສາດ ໃນປີ 2017, ການພົວພັນສອງຝ່າຍລະຫວ່າງ ຫວຽດນາມ ແລະ ການາດາ ກໍ່ໄດພັດທະນາຢ່າງບໍ່ຢຸດຢັ້ງໃນຫຼາຍຂົງເຂດ, ນັບແຕ່ການເມືອງ, ການທູດ, ການຄ້າ, ການລົງທຶນ ຕະຫຼອດຮອດການສຶກສາ. ປັດຈຸບັນ ຫວຽດນາມເປັນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງ ການາດາໃນອາຊຽນ; ສ່ວນຢູ່ນະຄອນ ໂຮ່ຈິມິນ, ການາດາ ກຳລັງເປັນນັກລົງທຶນຕ່າງປະເທດຈັດອັນດັບທີ 21 ໂດຍມີ 71 ໂຄງການ, ລວມມູນຄ່າການລົງທຶນ 111 ລ້ານ ໂດລາສະຫະລັດ.
ຕີລາຄາສູງຄວາມສຳຄັນຂອງການພົວພັນຮ່ວມມື ລະຫວ່າງ ການາດາ ແລະ ຫວຽດນາມ, ທ່ານ Kyle Nunas, ຫົວໜ້າສະຖານກົງສຸນ ການາດາ ປະຈຳນະຄອນ ໂຮ່ຈິມິນ ໃຫ້ຮູ້ວ່າ: ນັບແຕ່ ປີ 1990 ມາຮອດປັດຈຸບັນ, ການາດາ ໄດ້ສະໜອງການອຸປະຖຳໃຫ້ແກ່ຫວຽດນາມ ຫຼາຍກວ່າ 1,5 ຕື້ USA ເພື່ອໜູນຊ່ວຍຫວຽດນາມໃນວຽກງານຫຼຸດຜ່ອນຄວາມທຸກຍາກ, ຫັນໄປສູ່ເປົ້າໝາຍພັດທະນາແບບຍືນຍົງ. ຈຳນວນຊາວຫວຽດນາມ ກວ່າ 14000 ຄົນ ດຳລົງຊີວິດ ແລະ ຮ່ຳຮຽນຢູ່ການາດາ ກຳລັງເພີ່ມຂຶ້ນ ຈະເປັນຂົວຕໍ່ທີ່ສຳຄັນ, ປະກອບສ່ວນເພິ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ, ນຳການພົວພັນລະຫວ່າງປະຊາຊົນ ສອງປະເທດ ນັບມື້ກ້າວເຂົ້າສູ່ລວງເລິກ./
(ແຫຼ່ງຄັດຈາກ VOV)