• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊາວກະສິກອນແຂວງ ເຊີນລາ ສ້າງຄວາມຮັ່ງມີຈາກການປູກຕົ້ນ Strawberry

ປະຈຸບັນ, ທົ່ວແຂວງ ເຊີນລາ ມີເນື້ອທີ່ປູກຕົ້ນ Strawberry 400 ເຮັກຕາ, ຄາດວ່າປະລິມານຜົນລະປູກ Strawberry ສົດ 3.500 ໂຕນ ໂດຍສຸມໃສ່ສ່ວນຫຼາຍຢູ່ 3 ເມືອງມົກເຈົາ, ມາຍເຊີນ ແລະ ອຽນເຈົາ.
(Strawberry ມີລາຄາປະມານແຕ່ 150.000-300.000 ດົ່ງ (7-13 USD)/ໂລ)

ໃນຊຸມມື້ນີ້ຢູ່ບັນດາສວນູກຕົ້ນ Strawberry (ສະຕໍເບີລີ້) ຂອງແຂວງ ເຊີນລາຊາວກະສິກອນພວມຫ້າວຫັນບົວລະບັດສວນຂອງຕົນ ຊື່ງພວມເຂົ້າສູ່ລະດູອອກໜໍ່ຈໍ່ດອກເຖິງວ່າໄດ້ປູກຕົ້ນ Strawberry ໄດ້ພຽງ 2,3 ປີມານີ້ເທົ່ານັ້ນ ແຕ່ຕົ້ນມ້ກິນໝາກຊະນິດນີ້ໄດ້ ແລະ ພວມຢັງຢືນມູນຄ່າດ້ານເສດຖະກິດນຳມາເຊິ່ງດູການເກັບກ່ຽວທີ່ໄດ້ຮັບຜົນດີຊ່ວຍຊາວກະສິກອນ ເຊີນລາ ມີລາຍຮັບນັບແສນ USD /ປີ.

ໃນເຂດທົ່ງນາປູກຕົ້ນ Strawberry ຢູ່ຕາແສງ ເມື່ອງຊາງ, ເມືອງມົກເຈົາ, ແຂວງເຊີນລາ, ຄອບຄົວອ້າຍ ຫງວຽນມິນຮຽວ ພວມພູນດິນ, ນຳຜ້າຢາງມາປົກກົກ, ກະກຽມໃຫ້ຕົ້ນ Strawberry ອອກໝາກ. ອ້າຍ ຮຽວ ໃຫ້ຮູ້ວ່າ: ປີ 2020, ຄອບຄົວອ້າຍໄດ້ລົງທຶນ 2 ຕື້ດົ່ງ (ເກືອບ 100.000 USD) ເພື່ອປູກຕົ້ນ Strawberry ສົມທົບກັບຮູບແບບການທ່ອງທ່ຽວ. ຍ້ອນໄດ້ນຳໃຊ້ຂັ້ນຕອນການຜະລິດອົງຄະທາດ,  ທຳມະຊາດ ແລະ ດິນຟ້າອາກາດເອື້ອອຳນວຍ ໄດ້ຊ່ວຍໃຫ້ໝາກ Strawberry ພັດທະນາດີ, ມີລົດຊາດຫວານພໍດີ, ສີສັນງາມຕາ, ໄດ້ຮັບຄວາມນີຍົມຊົມຊອບຈາກຕະຫຼາດ. ດ້ວຍລາຄາປະມານແຕ່ 150.000-300.000 ດົ່ງ (7-13 USD)/ໂລ, ສະເລ່ຍໃນແຕ່ລະລະດູການ, ສວນ Strawberry ຂອງຄອບຄົວອ້າຍ ໄດ້ໃຫ້ລາຍຮັບເກືອບ 4 ຕື້ດົ່ງ (ປະມານ 175.000 USD). ກ້າວເຂົ້າສູ່ລະດູການປີນີ້, ຄອບຄົວອ້າຍໄດ້ລົງທຶນຕື່ມອີກເພື່ອປົວແປງ, ຍົກລະດັບສວນ Strawberry,  ອ້າຍ ຫງວຽນມິນຮຽວ ໃຫ້ຮູ້ຕື່ມອີກວ່າ:

   ສວນ Strawberry ມີຈຸດທີ່ແຕກຕ່າງກັນເມື່ອທຽບກັບສວນແຫ່ງອື່ນໆ ແມ່ນເຮົາບໍ່ໄດ້ປູກຕາມແບບເກົ່າ, ຫາກໄດ້ປູກຕາມມາດຖານ Organic, ໝາຍຄວາມວ່າ ມາດຖາອົງຄະທາດຂອງໂລກບັນລຸມາດຖານຜະລິດຕະພັນປອດສານພິດ ແລະ ດີທີ່ສຸດເມື່ອແຂກທ່ອງທ່ຽວກິແລ້ວຈະຈື່ຈຳລົດຊາດໝາກ Strawberry ຂອງແຂວງເຊີນລາ.

ເອື້ອຍ ຫງວຽນທິລານ ສະມາຊິກສະຫະກອນໝາກ Strawberry ຊວັນເກ, ຕາແສງ ກໍນອຍ, ເມືອງມາຍເຊີນ, ແຂວງເຊີນລາ, ໃຫ້ຮູ້ວ່າ: ຕົ້ນ Strawberry ເໝາະສົມກັບການປູກຢູ່ບ່ອນມີອຸນຫະພູມຕ່ຳ, ຄວາມຊຸ່ມສູງ. ການເກັບກ່ຽວຈະເລີ່ມແຕ່ເດືອນທັນວາປີນີ້ ຮອດເດືອນມີນາ ປີຕໍ່ໄປ. ໃນເນື້ອທີ່ປູກ 1 ເຮັກຕາ, ສະເລ່ຍ 2 ວັນກໍ່ສາມາດເກັບໝາກເທື່ອ 1 ດ້ວຍເກືອບ 200 ໂລ ແລະ ຂາຍໄດ້ປະມານແຕ່ 150.000-200.000 ດົ່ງ (7-9 USD)/ໂລ, ແລ້ວລາຍຮັບບັນລຸປະມານ 30 ລ້ານດົ່ງ (1.300 USD) /ມື້. ເອື້ອຍ ຫງວຽນທິລານ ໃຫ້ຮູ້ວ່າ:

ປີນີ້ສະຫະກອນໝາກ Strawberry ຊວັນເກ ມີເນື້ອທີ່ປູກປະມານ 30 ເຮັກຕາການປູກແບບອົງຄະທາດ ແລະ ໃສ່ຝຸ່ນກໍ່ແມ່ນຝຸ່ນອົງຄະທາດພວກຂ້າພະເຈົ້າມີແຜນການຜະລິດເຊື່ອມຕໍ່ລະດູການໝາຍຄວາມວ່າ ໃນເວລາ 15 ວັນຈະປູກຄັ້ງ 1 ເພື່ອປະລິມານຜົນລະປູກຈະສະໝ່ຳສະເໝີຫລີກລ້ຽງກໍລະນີລະດູການສຸກຫຼາຍເກີນໄປ.

ປະຈຸບັນ, ທົ່ວແຂວງ ເຊີນລາ ມີເນື້ອທີ່ປູກຕົ້ນ Strawberry 400 ເຮັກຕາ, ຄາດວ່າປະລິມານຜົນລະປູກ Strawberry ສົດ 3.500 ໂຕນ ໂດຍສຸມໃສ່ສ່ວນຫຼາຍຢູ່ 3 ເມືອງມົກເຈົາ, ມາຍເຊີນ ແລະ ອຽນເຈົາ. ຕົ້ນ Strawberry ເຄີຍໄດ້ປູກໃນເຂດຄ້ອຍເປີ້ນພູ,   ຢູ່ອ້ອມແອ້ມບັນດາເຮືອນຂອງຊາວກະສິກອນ, ແທນໃຫ້ຕົ້ນສາລີ, ຕົ້ນມັນຕົ້ນໃນເມື່ອກ່ອນ. ດ້ວຍການກຳນົດທິດພັດທະນາເຂດປູກຕົ້ນ Strawberry ຕິດພັນກັບການຮ່ວມສຳພັນຜະລິດ ແລະ ຈຳໜ່າຍຜະລິດຕະພັນ, ຍູ້ແຮງການໝູນໃຊ້ເຕັກໂນໂລຊີສູງ ເຂົ້າໃນການຜະລິດ, ສ້າງຜະລິດຕະພັນປອດສານພິດນັ້ນ, ຂະແໜງກະສິກຳແຂວງ ເຊີນລາ ໄດ້ໂຄສະນາ, ແນະນຳບັນດາຄອບຄົວໃນການບົວລະບັດຕາມຂັ້ນຕອນປະຕິບັດການຜະລິດກະສິກຳດີຢູ່ ຫວຽດນາມ (VietGAP);  ປະຕິບັດບັນດາຂໍ້ກຳນົດການຄ້ຳປະກັນສະບຽງອາຫານເປັນຢ່າງດີ, ນຳໃຊ້ຢາຂ້າສັດຕູພືດຕາມທິດອົງຄະທາດ… ເພື່ອໃຫ້ມີໝາກ Strawberry ແຊບ, ປອດສານພິດ. ຄຽງຄູ່ກັນນັ້ນແມ່ນການເພີ່ມທະວີການໂຄສະນາ, ເປີດກ້ວາງຕະຫຼາດ, ດຶງດູດບັນດາວິສາຫະກິດໃນການຈຳໜ່າຍຜະລິດຕະພັນ, ປຸງແຕ່ງ, ຫຸ້ມຫໍ່ໝາກ Strawberry. ທ່ານ ຮ່າຍືເຮ້ວ ຫົວໜ້າພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງ ເຊີນລາ ໃຫ້ຮູ້ວ່າ:

ເພື່ອພັດທະນາຕົ້ນ Strawberry ທີ່ນຳມາເຊິ່ງມູນຄ່າສູງທາງພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງ ໄດ້ແນະນຳດ້ານເຕັກນິກໃຫ້ບັນດາສະຫະກອນວິສາຫະກິດ ເພື່ອຜະລິດໝາກ Strawberry ຕາມທິດອົງຄະທາດປອດສານພິດທີສອງແມ່ນຮຽກຮ້ອງວິສາຫະກິດຢູ່ບັນດາແຂວງສູນສົ່ງເສີມ ເພື່ອຮ່ວມສຳພັນໃນການລົງທຶນໜູນຊ່ວຍຊາວກະສິກອນດ້າເຕັກນິກ ກໍ່ຄືມີສັນຍາຮັບຈຳໜ່າຍໃຫ້ແກ່ຊາວກະສິກອນ.

ດ້ວຍຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບດ້ານເງື່ອນໄຂທຳມະຊາດຂອງແຂວງ ເຊີນລາ ນັ້ນ, ຊາວທ້ອງຖິ່ນ ໄດ້ກ້າລົງທຶນພັດທະນາຕົ້ນ Strawberry ຕິດພັນກັບການພັດທະນາການທ່ອງທ່ຽວ, ນຳມາເຊິ່ງປະສິດທິຜົນເສດຖະກິດສູງ. ຕົ້ນ Strawberry ໄດ້ ແລະ ພວມຢັ້ງຢືນມູນຄ່າດ້ານເສດຖະກິດ ຜ່ານແຕ່ລະລະດູການ, ປະກອບສ່ວນຊ່ວຍຊາວກະສິກອນແຂວງ ເຊີນລາ ຫັນຄວາມຄາດຫວັງ ສ້າງຄວາມຮັ່ງມີໃນເຂດດິນແດນແຫ່ງບ້ານເກີດເມືອງນອນ ໃຫ້ປະກົດຜົນເປັນຈິງ./.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top