ຂ່າວສານ
ຈຸດໃໝ່ໃນວຽກງານບຸກຄະລາກອນສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊາຊົນທຸກຂັ້ນ ໃນອາຍຸການ 2021 – 2026

ກ່າວຄຳເຫັນທີ່ກອງປະຊຸມອອນລາຍທົ່ວປະເທດ ຝຶກອົບຮົມວິຊາສະເພາະວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026, ທ່ານ ດັ້ງກາວດຶກ, ຮອງຫົວໜ້າກົມ 5, ຄະນະຈັດຕັ້ງສູນກາງ ໃຫ້ຮູ້ວ່າ: ຈຸດໃໝ່ໃນວຽກງານບຸກຄະລາກອນສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊາຊົນທຸກຂັ້ນ ໃນການເລືອກຕັ້ງຄັ້ງນີ້ແມ່ນ ຜູ້ທີ່ໄດ້ຮັບຄຳແນະນຳເພື່ອເລືອກຕັ້ງສະມາຊິກສະພາແຫ່ງຊາດສະເພາະກິດ ຕ້ອງນອນໃນບັນຊີລາຍຊື່ແຜນກຳນົດສະມາຊິກສະພາແຫ່ງຊາດສະເພາະກິດ ຫຼື ຕຳແໜ່ງຮອງລັດຖະມົນຕີກະຊວງ ແລະ ຕຳແໜ່ງທີ່ເທົ່າທຽມຂຶ້ນໄປ; ຢູ່ທ້ອງຖິ່ນ ຕ້ອງແມ່ນບັນດາຕຳແໜ່ງເປັນຫົວໜ້າພະແນກ, ຂະແໜງການ ແລະ ເທົ່າທຽມຂຶ້ນໄປ; ຫົວໜ້າຜູ້ບັນຊາການທະຫານແຂວງ, ຫົວໜ້າຜູ້ບັນຊາການທະຫານປ້ອງກັນຊາຍແດນແຂວງ, ຫົວໜ້າຕຳຫຼວດຂັ້ນແຂວງ ແລະ ເທົ່າທຽມຂຶ້ນໄປ.
ກ່ຽວກັບອາຍຸຂອງຜູ້ສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນ ໃນຄັ້ງນີ້, ສຳລັບພະນັກງານ, ລັດຖະກອນ, ພາລະກອນສະໝັກເປັນຄັ້ງທຳອິດ ຕ້ອງມີອາຍຸພຽງພໍເພື່ອເຂົ້າຮ່ວມສະພາແຫ່ງຊາດ, ສະພາປະຊາຊົນທຸກຂັ້ນ ແຕ່ 2 ຊຸດຂຶ້ນໄປ ຫຼື ຢ່າງໜ້ອຍແມ່ນ 1 ຊຸດ, ນັບແຕ່ເດືອນພຶດສະພາ ປີ 2021, ຊາຍຕ້ອງເກີດແຕ່ເດືອນ ກຸມພາ ປີ 1966, ຍິງ ຕ້ອງເກີດແຕ່ເດືອນ ມັງກອນ ປີ 1971 ມານີ້. ສຳລັບສະມາຊິກສະພາແຫ່ງຊາດສະເພາະກິດທີ່ເຂົ້າຮ່ວມການເລືອກຕັ້ງອີກຄັ້ງ (ເວັ້ນເສຍ ກຳມະການຄະນະປະຈຳສະພາແຫ່ງຊາດ), ສະມາຊິກສະພາປະຊາຊົນສະເພາະກິດທີ່ເຂົ້າຮ່ວມການເລືອກຕັ້ງອີກຄັ້ງຕ້ອງມີອາຍຸເພື່ອປະຕິບັດງານຢ່າງໜ້ອຍຊຸດຄົບ ½ ອາຍຸການ ຂຶ້ນໄປ ນັບແຕ່ເດືອນພຶດສະພາປີ 2021.
(ແຫຼ່ງຄັດຈາກ VOV)