• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນ ແລະ ອາ​ເມ​ລິ​ກາ ຮັກ​ສາ​ການ​ແລກ​ປ່ຽນ​ດ້ານ​ເສ​ດ​ຖະ​ກິດ - ການ​ຄ້າ ຢ່າງ​ແໜ້ນ​ແຟ້ນ

ເມື່ອກ່າວຄຳເຫັນໃນການຖະແຫຼງຂ່າວນັດສາມັນ ທີ່ໄດ້ດຳເນີນໃນວັນທີ 12 ກຸມພາ, ຢູ່ ປັກກິ່ງ, ທ່ານ ເຂືອຢ້າຕຸງ ໂຄສົກກະຊວງການຄ້າຈີນ ໃຫ້ຮູ້ວ່າ ຖັນແຖວຮັບຜິດຊອບດ້ານເສດຖະກິດ ແລະ ການຄ້າຂອງປະເທດນີ້ ແລະ ອາເມລິກາ ໄດ້ ແລະ ພວມຮັກສາການແລກປ່ຽນຢ່າງແໜ້ນແຟ້ນໃນຫຼາຍລະດັບ ຜ່ານກົນໄກປຶກສາຫາລືສອງຝ່າຍ.

ທ່ານ ເຂືອຢ້າຕຸງ ເນັ້ນໜັກວ່າ ບົນພື້ນຖານບັນດາຄວາມຮັບຮູ້ລວມຂອງການນຳສອງປະເທດ, ຈີນ ພ້ອມແລ້ວທີ່ຈະພ້ອມກັບ ອາເມລິກາ ເພີ່ມທະວີການເຈລະຈາ, ຄວບຄຸມຄວາມບໍ່ລົງລອຍກັນໃຫ້ເໝາະສົມເທົ່າທີ່ຄວນ ແລະ ເປີດກວ້າງການຮ່ວມມືຢ່າງແທ້ຈິງບົນເນື້ອໃນຈິດໃຈຍຸຕິທຳ, ເຄົາລົບ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ຜ່ານນັ້ນ ກໍ່ຊຸກຍູ້ສາຍພົວພັນດ້ານເສດຖະກິດ - ການຄ້າສອງຝ່າຍໃຫ້ພັດທະນາຢ່າງແຂງແຮງ, ມີສະຖຽນລະພາບ ແລະ ຍືນຍົງ.

        ໄລຍະຜ່ານມາ, ສາຍພົວພັນດ້ານເສດຖະກິດ ແລະ ການຄ້າ ຈີນ - ອາເມລິກາ ໄດ້ຜ່ານຜ່າບັນດາການຜັນແປ, ສະຫຼັບສັບຊ້ອນລະຫວ່າງຄວາມເຄັ່ງຕຶງ ແລະ ຄວາມມານະພະຍາຍາມສ້າງສະຖຽນລະພາບ. ຈີນ ຍາມໃດກໍໃຫ້ຂໍ້ສັງເກດວ່າ ສອງຝ່າຍຕ້ອງເຈລະຈາແທນທີ່ສູ້ຢັນກັນ, ພ້ອມທັງຮັກສາບັນດາການແລກປ່ຽນ, ພົບປະກັນໃນຫຼາຍຊ່ອງທາງ ແລະ ຢູ່ໃນຫຼາຍລະດັບເພື່ອເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ.

(ແຫຼ່ງຄັດຈາກ VOV)

ສານອວຍ​ພອນ​ເນື່ອງ​ໃນ​ໂອ​ກາດ​ສະເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ​ຄົບ​ຮອບ 51 ປີ

ສານອວຍ​ພອນ​ເນື່ອງ​ໃນ​ໂອ​ກາດ​ສະເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ​ຄົບ​ຮອບ 51 ປີ

ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດເປັນ​ເອ​ກະ​ພາບຄົບ​ຮອບ 51 ປີ (ວັນ​ທີ 30 ເມ​ສາ 1975 – 30 ເມ​ສາ 2026), ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ ໄດ້​ສົ່ງ​ສານ​ອວຍ​ພອນ​ມາ​ຍັງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ.

Top