• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນ ແລະ ອາເມລິກາ ດຳເນີນຮອບເຈລະຈາແລກປ່ຽນຍຸດທະສາດໃໝ່ຢູ່ ປັກກິງ

ທ່ານລັດຖະມົນຕີ ຫວາງອີ ຫວັງວ່າ, ຮອບເຈລະຈາຍຸດທະສາດຄັ້ງນີ້ຈະມີລັກສະນະຍຸດທະສາດ ແລະ ແທດຈິງຄືຄັ້ງກ່ອນໆ
ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ແລະ ທ່ານ Jake Sullivan, ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ອາເມລິກາ (ພາບ: Reuters)

ວັນທີ 27 ສິງຫາ, ຢູ່ ປັກກິງ, ປະເທດ ຈີນ, ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ແລະ ທ່ານ Jake Sullivan, ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ອາເມລິກາ ໄດ້ດຳເນີນຮອບເຈລະຈາແລກປ່ຽນຍຸດທະສາດໃໝ່ລະຫວ່າງ 2 ປະເທດ.

ທ່ານລັດຖະມົນຕີ ຫວາງອີ ຫວັງວ່າ, ຮອບເຈລະຈາຍຸດທະສາດຄັ້ງນີ້ຈະມີລັກສະນະຍຸດທະສາດ ແລະ ແທດຈິງຄືຄັ້ງກ່ອນໆ; ພ້ອມທັງມີລັກສະນະສ້າງສັນກວ່າ ເພື່ອຊຸກຍູ້ການພົວພັນ ຈີນ - ອາເມລິກາ ມຸ່ງໄປເຖິງ “ວິໄສທັດ San Francisco” ເພື່ອຜ່ານຜ່າສິ່ງກີດຂວາງ ແລະ ສິ່ງທ້າທາຍ, ບັນລຸໄດ້ການພັດທະນາຢ່າງມີສະຖຽນລະພາບ, ປອດໃສ ແລະ ຍືນຍົງຢ່າງແທດຈິງ.

ສ່ວນທ່ານ Jake Sullivan ໃຫ້ຮູ້ວ່າ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໃຫ້ຄຳໝັ້ນສັນຍາຄຸ້ມຄອງຢ່າງມີຄວາມຮັບຜິດຊອບການພົວພັນ ອາເມລິກາ - ຈີນ, ເພື່ອຫຼີກລ້ຽງກໍລະນີການແກ່ງແຍ້ງກາຍເປັນການປະທະກັນ ແລະ ການຮ່ວມມືໃນບັນດາຂົງເຂດທີ່ມີຜົນປະໂຫຍດລວມ.

(ແຫຼ່ງຄັດຈາກ VOV)

ທ່ານ He Wei ​ເອກ​ອັກ​ຄະ​ລັດ​ຖະທູດ ຈີນ:ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິ​ດ ຫວຽດ​ນາມ ຈະ​ສ້າງ​ຂຶ້ນ 3 ບາດ​ກ້າວ​ບຸກ​ທະ​ລຸ​ໃຫຍ່

ທ່ານ He Wei ​ເອກ​ອັກ​ຄະ​ລັດ​ຖະທູດ ຈີນ:ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິ​ດ ຫວຽດ​ນາມ ຈະ​ສ້າງ​ຂຶ້ນ 3 ບາດ​ກ້າວ​ບຸກ​ທະ​ລຸ​ໃຫຍ່

ທ່ານ He Wei ເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ ຖືວ່າ 5 ປີຈະມາເຖິງຈະແມ່ນໄລຍະ ຫວຽດນາມບັນລຸໄດ້ບາດກ້າວພັດທະນາຢ່າງຮອບດ້ານ ແລະ ບຸກທະລຸຢ່າງແຮງ ກ່ຽວກັບຄວາມສາມາດບົ່ມຊ້ອນຂອງປະເທດຊາດ ແລະ ທີ່ຕັ້ງບົດບາດສາກົນ

Top