• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນ ຮຽກຮ້ອງໃຫ້ມີຄວາມເປັນລະບຽບຮຽບຮ້ອຍໂລກຢ່າງຍຸຕິທຳຫຼາຍກວ່າ

ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ຮຽກຮ້ອງໃຫ້ບັນດາປະເທດສະມາຊິກ ຊຸກຍູ້ຄວາມເປັນລະບຽບຮຽບຮ້ອຍຂອງໂລກໃໝ່ຢ່າງຍຸຕິທຳ ແລະ ສົມເຫດສົມຜົນກວ່າ.
ກອງປະຊຸມດ້ວຍການເຂົ້າຮ່ວມຂອງການນຳ 10 ປະເທດສະມາຊິກ ແລະ ການນຳ 16 ທ່ານທີ່ມາຈາກບັນດາປະເທດຄູ່ເຈລະຈາ (ພາບ: China Daily via REUTERS)

ກອງປະຊຸມຄັ້ງທີ 25 ສະພາປະມຸກລັດອົງການຮ່ວມມື ຊຽງໄຮ້ (SCO) 2025 ພວມດຳເນີນໄປຢູ່ນະຄອນທ່າກຳປັ່ນ ທຽນຈີນ, ປະເທດ ຈີນ, ດ້ວຍການເຂົ້າຮ່ວມຂອງການນຳ 10 ປະເທດສະມາຊິກ ແລະ ການນຳ 16 ທ່ານທີ່ມາຈາກບັນດາປະເທດຄູ່ເຈລະຈາ.

        ກ່າວຄຳເຫັນທີ່ພິທີໄຂກອງປະຊຸມໃນວັນທີ 01 ກັນຍາ, ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ຮຽກຮ້ອງໃຫ້ບັນດາປະເທດສະມາຊິກ ຊຸກຍູ້ຄວາມເປັນລະບຽບຮຽບຮ້ອຍຂອງໂລກໃໝ່ຢ່າງຍຸຕິທຳ ແລະ ສົມເຫດສົມຜົນກວ່າ, ອີງໃສ່ຫຼັກການສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ເຄົາລົບເຊິ່ງກັນ ແລະກັນ. ທ່ານເນັ້ນໜັກວ່າ, SCO ຕ້ອງກາຍເປັນ “ປາພະຄານການຮ່ວມມື” ລະຫວ່າງບັນດາການຜັນແປທົ່ວໂລກ, ຄັດຄ້ານແນວຄິດສົງຄາມເຢັນ, ການສູ້ຢັນກັນລະຫວ່າງພັກຝ່າຍ ແລະ ການກະທຳຂົ່ມເຫັງ.

        ວົງການນັກສັງເກດການໃຫ້ຂໍ້ສັງເກດວ່າ, ການເຂົ້າຮ່ວມຂອງປະມຸກລັດຫຼາຍທ່ານທີ່ກອງປະຊຸມສຸດຍອດ SCO 2025 ຊີ້ໃຫ້ເຫັນວ່າ ອົງການນີ້ພວມນັບມື້ນັບກາຍເປັນເວທີປາໄສສຳຄັນ, ສ່ອງແສງທ່າອ່ຽງຫຼາຍຂົ້ວຂອງການພົວພັນສາກົນ.

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ: ບໍ່​ປະ​ໃຫ້​ບັນ​ດາ​ຮາກ​ຖານ​ການ​ແພດ​ຂາດ​ເຂີນ​ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ, ບໍ່​ປະ​ໃຫ້​ປະ​ຊາ​ຊົນ​ຂາດ​ເຂີນ​ຢຸກ​ຢາ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ: ບໍ່​ປະ​ໃຫ້​ບັນ​ດາ​ຮາກ​ຖານ​ການ​ແພດ​ຂາດ​ເຂີນ​ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ, ບໍ່​ປະ​ໃຫ້​ປະ​ຊາ​ຊົນ​ຂາດ​ເຂີນ​ຢຸກ​ຢາ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ: ບໍ່​ປະ​ໃຫ້​ບັນ​ດາ​ຮາກ​ຖານ​ການ​ແພດ​ຂາດ​ເຂີນ​ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ, ບໍ່​ປະ​ໃຫ້​ປະ​ຊາ​ຊົນ​ຂາດ​ເຂີນ​ຢຸກ​ຢາ

Top