• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນ, ສ.ເກົາຫຼີ ປຶກສາຫາລືກັບທູດພິເສດຂອງ ອາຊຽນ ກ່ຽວກັບສະພາບການຢູ່ ມຽນມາ

      ວັນທີ 18 ສິງຫາ, ທ່ານລັດຖະມົນຕີການຕ່າງປະເທດຈີນຫວ່າງອີ  ໄດ້ເຈລະຈາທາງໂທລະສັບ ກັບທ່ານ Erywan Yusof ທູດພິເສດຂອງອາຊຽນຮັບຜິດຊອບບັນຫາຢູ່ມຽນມາແລະກໍ່ແມ່ນລັດຖະມົນຕີຜູ້ທີ 2 ຂອງບຣູໄນກ່ຽວກັບສະພາບການຢູ່ມຽນມາ.
ທ່ານ Erywan Yusof ທູດພິເສດຂອງ ອາຊຽນ (ພາບ: straitstimes)
      ທີ່ການເຈລະຈາທາງໂທລະສັບ, ທ່ານລັດຖະມົນຕີ ຫວ່າງອີ ໄດ້ສະເໜີບາງມາດຕະການປະກອບສ່ວນເຂົ້າໃນການແກ້ໄຂວິກິດການຢູ່ ມຽນມາ, ໃນນັ້ນມີການພົບປະກັບທຸກຝ່າຍຢູ່ ມຽນມາ ຢ່າງສົມເຫດສົມຜົນ, ສ້າງຄວາມໄວ້ເນື້ອເຊື່ອໃຈເທື່ອລະກ້າວ, ກໍ່ຄືສະຫງວນບຸລິມະສິດແຖວໜ້າໃຫ້ແກ່ເລື່ອງໜູນຊ່ວຍ ມຽນມາ ໃນບັ້ນຕໍ່ສູ້ຕ້ານໂລກລະບາດໂຄວິດ - 19. ຄຽງຂ້າງນັ້ນ, ທ່ານລັດຖະມົນຕີກະຊວງການຕ່າງປະເທດຈີນ ກໍ່ຍົກສູງບົດບາດຂອງ ບຣູໄນ ຊື່ງແມ່ນປະເທດພວມດຳລົງຕຳແໜ່ງປະທານໜູນວຽນອາຊຽນ, ຕໍ່ການພັດທະນາຂອງການພົວພັນລະຫວ່າງ ຈີນ ແລະ ອາຊຽນ.
      ແລະກໍ່ໃນວັນດຽວກັນ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາຫຼີ Chung Eui-yong ແລະ ຄູ່ຮ່ວມຕຳແໜ່ງ ບຣູໄນ ທ່ານ Erywan Yusof ກໍ່ໄດ້ມີການເຈລະຈາທາງໂທລະສັບ ເພື່ອປຶກສາຫາລືກ່ຽວກັບບັນຫາການຮ່ວມມືດ້ານມະນຸດສະທຳ ແລະ ບັນດາບັນຫາທີ່ກ່ຽວຂ້ອງເຖິງ ມຽນມາ. ຖະແຫຼງການຂອງກະຊວງການຕ່າງປະເທດ ສ.ເກົາຫຼີ ໄດ້ຊີ້ແຈ້ງວ່າ ສອງຝ່າຍໄດ້ເຫັນດີເປັນເອກະພາບວ່າຈະມີການຮ່ວມມືຢ່າງຕັ້ງໜ້າ ເພື່ອຊ່ວຍແກ້ໄຂວິກິດການປັດຈຸບັນຢູ່ ມຽນມາ, ກໍ່ຄືຮັບປະກັນບັນດາກອງປະຊຸມຂັ້ນສູງໂດຍ ອາຊຽນ ເປັນເຈົ້າພາບຈັດຂຶ້ນ ເຊິ່ງຄາດວ່າຈະປະສົບຜົນສຳເລັດໃນເດືອນ ຕຸລາ ຈະມາເຖິງ.
 (ແຫຼ່ງຄັດຈາກ VOV)
 

ນຳ​ວິ​ທະ​ຍາ​ຄານ​ປ້ອງ​ກັນ​ຊາດ ກາຍ​ເປັນ​ສູນ​ເສ​ນາ​ທິ​ການ​ຍຸດ​ທະ​ສາດ ແຖວ​ໜ້າ​ກ່ຽວ​ກັບ​ການ​ທະ​ຫານ, ການ​ປ້ອງ​ກັນ​ຊາດ

ນຳ​ວິ​ທະ​ຍາ​ຄານ​ປ້ອງ​ກັນ​ຊາດ ກາຍ​ເປັນ​ສູນ​ເສ​ນາ​ທິ​ການ​ຍຸດ​ທະ​ສາດ ແຖວ​ໜ້າ​ກ່ຽວ​ກັບ​ການ​ທະ​ຫານ, ການ​ປ້ອງ​ກັນ​ຊາດ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ສະ​ເໜີ ສະ​ຖາ​ບັນ​ສ້າງ​ບາດ​ກ້າວ​ບຸກ​ທະ​ລຸ​ກ່ຽວ​ກັບ​ຄຸນ​ນະ​ພາບ​ການ​ບຳ​ລຸງ​ສ້າງ​ພະ​ນັກ​ງານບັນ​ດາ​ຍຸດ​ທະ​ສາດ ແລະ ພະ​ນັກ​ງານ​ຂັ້​ນ​ສູງ​ຂອງ​ພັກ, ລັດ, ກຳ​ລັງ​ປະ​ກອບ​ອາ​ວຸດ​ຕິດ​ພັນ​ກັບ​ການ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ຄົ້ນ​ຄ້​ວາ​ວິ​ທະ​ຍ​ສາດ.

Top